ຣົຖໄຟລາວ-ຈີນ ເປີດ​ໃຊ້ ທ່າມ​ກາງ ຄວາມ​ເປັນ​ຫ່ວງ ໜີ້​ສິນ

0:00 / 0:00

ຣົຖໄຟລາວ-ຈີນ ແມ່ນເປີດນຳໃຊ້ ຢ່າງເປັນທາງການແລ້ວ. ໂຈດຕໍ່ໄປ ຂອງຣັຖບານລາວ ກໍຄືວ່າໂຄງການນີ້ ຈະຄືນ​ທຶນເມື່ອໃດ ເພາະສະພາບການ ທີ່ລາວປະເຊີນ ກໍຄື ຜົລກະທົບ ຂອງໂຄວິດ-19 ຍັງບໍ່ສາມາດ ຄວບຄຸມໄດ້.

ໄມ​ຊູ​ລີ: ສະບາຍດີ ທ່ານ ຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບ ເຂົ້າມາສູ່​ຣາຍການ “ມາຟັງນຳກັນ”. ຣາຍການນີ້ ຈະຕິດຕາມ ປະເດັນເດັ່ນ ໃນຮອບສັປດາ ມາສເນີໃຫ້ທ່ານ ໄດ້ຮັບຟັງກັນ.ທ່ານໃດ ທີ່ຕ້ອງການ ນຳສເນີຂ່າວ ຫຼື ເຂົ້າຮ່ວມ ແລກປ່ຽນຂ່າວສານ ນຳພວກເຮົາ ກະຣຸນາ ສົ່ງເບີໂທຂອງທ່ານ ມາຍັງອີນບອກ ຜ່ານ​ທາງ ເຟ​ສ​ບຸກ​ຄ໌ ຂອງວິ​ທ​ຍຸ ເອ​ເຊັຽ​ ເສ​ຣີ. ຈາກນັ້ນ ພວກເຮົາ ຈະຕິດຕໍ່ຫາ ເພື່ອສອບຖາມ ຫຼື ສົນທະນາກັນ ນຳເອົາມາອອກ ຣາຍການ.

ສຳລັບຫົວຂໍ້ ໃນຣາຍການມື້ນີ້ ຣົຖໄຟ ລາວ-ຈີນ ເປີດນຳໃຊ້ ຢ່າງເປັນທາງການແລ້ວ. ມາຕິດຕາມ ຄວາມເປັນມາ ຂອງທາງຣົຖໄຟສາຍນີ້. ໂດຍທີມງານ ພວກເຮົາ ໄດ້ເກັບກຳຂໍ້ມູນ ແລະ ກໍສອບຖາມຈາກຜູ້ຮູ້ມາສເນີ. ແນວໃດກໍຕາມ ຂໍ້ມູນ ທີ່ສເນີ ສ່ວນຫຼາຍ ກໍອີງໃສ່ ທາງການລາວຣາຍງານ. ກໍຕິດຕາມກັນໄດ້ທ່ານຜູ້ຟັງ. ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ. ມື້ນີ້ ກໍຄົງຫຼີກລ້ຽງບໍ່ໄດ້ ຕໍ່ກັບເຫດການ ເປີດທາງຣົຖໄຟ ລາວ-ຈີນ ໃນລາວ. ເຊິ່ງເປັນເຫດການໃຫຍ່ ສຳລັບປີ 2021. ເພາະຣົຖໄຟສາຍນີ້ ທາງສອງຣັຖບານ ລາວ-ຈີນ ຫວັງໃຊ້ເປັນຈຸດເຊື່ອມຕໍ່ ລະຫວ່າງ ຈີນ-ອາຊ້ຽນ. ນອກຈາກນີ້ ຍັງຄາດຫວັງວ່າ ຣົຖໄຟສາຍນີ້ ຈະຊຸກຍູ້ເຮັດໃຫ້ເສຖກິຈ ຂອງລາວ ມີການພັທນາດີຂຶ້ນ. ໃນຂນະທີ່ ກໍຍັງມີຫຼາຍຝ່າຍ ທີ່ເປັນຫ່ວງວ່າ ລາວອາດຈະໄດ້ປໂຍດ ຈາກໂຄງການນີ້ ໜ້ອຍຫຼາຍ. ໂດຍເຣື່ອງລາວ ຈະເປັນແນວໃດນັ້ນ ຕິດຕາມໄດ້ ໃນລຳດັບຕໍ່ໄປ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)