ຊາວຄຣິສຕຽນລາວຖືກປ່ອຍ ແລ້ວ

0:00 / 0:00

ຊາວຄຣິສຕຽນລາວ ຈຳນວນ 4 ຄົນ ທີ່ຖືກທາງການທ້ອງຖິ່ນປະຈຳເມືອງວິຣະບູລີ, ແຂວງສວັນນະເຂດ ຈັບເມື່ອເດືອນພຶສຈິກາ ທີ່ຜ່ານມາ ໄດ້ຖືກປ່ອຍໂຕເປັນອິສຣະແລ້ວ ພາຍຫຼັງທີ່ຖືກກັກຂັງເປັນເວລາ 1 ສັປດາ ຍ້ອນໄດ້ປະກອບພິທີທາງສາສນາ ຫຼືການນະມັສການ ປະຈຳ ສັປດາຢູ່ເຮືອນຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ.

ຜູ້ນຳທາງສາສນາຄຣິສຕຽນ ໃນລາວ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ພາຍຫຼັງທີ່ໄດ້ຮັບຮູ້ຂ່າວ ວ່າມີການຈັບກຸມ ພີ່ນ້ອງຄຣິສຕຽນ ທີ່ແຂວງສວັນນະເຂດ ພາກສ່ວນກ່ຽວຂ້ອງ ກໍໄດ້ມີການປະສານງານ ເພື່ອຂໍຄວາມຊ່ອຍເຫຼືອຈາກ ອຳນາດການປົກຄອງ ທ້ອງຖິ່ນ ເພື່ອໃຫ້ປ່ອຍໂຕພວກທີ່ຖືກຈັບກຸມນັ້ນໂດຍໄວ.

ທ່ານກ່າວວ່າ: "ພວກເຮົາໄດ້ຕິດຕໍ່ໄປທາງກະຊວງ, ສູນກາງ ແລະ ສະພາ ເຣື້ອງທຸກຢ່າງກະສຳເຣັຈຮຽບຮ້ອຍໝົດແລ້ວ. ຂັ້ນເທິງເພິ່ນກະໄດ້ ຕິດຕໍ່ໄປຫາພາກສ່ວນທີ່ກ່ຽວຂ້ອງເພິ່ນຢູ່ແຂວງ, ແຂວງກະລົງໄປເວົ້າຢູ່ທາງເມືອງ ທາງເມືອງກະເວົ້າໄປບ້ານ ລະເພິ່ນກະປົດປ່ອຍອອກແລ້ວ. ຍ້ອນພີ່ນ້ອງເຮົານັບຖືກສາສນາຄຣິສ ເຂົາກະພາກັນນະມັສການພຣະເຈົ້າ ຕາມທໍານຽມພວກເຮົາ ຕາມພິທີກັມພວກເຮົາ, ແຕ່ວ່າທາງເບື້ອງ ອຳນາດການປົກຄອງ ເພິ່ນບໍ່ຢາກໃຫ້ມີສາສນາຄຣິສຕຽນ ຢູ່ໃນບ້ານໃນເມືອງ ຂອງເພິ່ນ ເພິ່ນລະໃຫ້ຢຸດໃຫ້ເຊົາ, ແຕ່ວ່າພີ່ນ້ອງຂອງເຮົາ ກະຢຸດບໍ່ໄດ້ ເຊົາບໍ່ໄດ້."


ຜູ້ນຳທາງສາສນາຄຣິສຕຽນ ໃນລາວ ໄດ້ກ່າວຕື່ມວ່າ ພາຍຫລັງຈາກກັກຕົວ 1 ອາທິດ ເຈົ້າໜ້າທີ່ກໍໄດ້ປ່ອຍໂຕຊາວຄຣິສຕຽນທັງ 4 ຄົນ, ດັ່ງທ່ານ ກ່າວຕື່ມອີກວ່າ:

"ຍ້ອນເຫຕນັ້ນ, ໃນຂນະທີ່ພີ່ນ້ອງກຳລັງນະມັສການຢູ່ ທາງອຳນາດການປົກຄອງເພິ່ນກະໄປເອີ້ນມາສອບສວນຫຼັງຈາກນັ້ນກໍກັກຕົວ. ໃນເມື່ອ ເວລາກັກຕົວ ກໍມີແມ່ເຖົ້າ ບຸນລຳ ລາວບໍ່ສບາຍ, ເກີດຊ໋ອກ, ແລ້ວກະເອົາອອມາປົວ ມານອນຢູ່ໂຮງໝໍຢູ່ນອກ ແລະ 1 ອາທິດໃຫ້ຫຼັງ ລະເພິ່ນກະເຄຼັຽບັນຫານີ້ ແລ້ວເພິ່ນກະປ່ອຍອອກເບິດທຸກຄົນແລ້ວ."

ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ຫ້ອງການກອງບັນຊາການ ປກສ ປະຈຳເມືອງວິຣະບູຣີ, ແຂວງສວັນນະເຂດ ເມື່ອຕອນບ່າຍ ຂອງວັນທີ 20 ທັນວາ ນີ້ ເພື່ອຂໍຄວາມກະຈ່າງແຈ້ງ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ ກ່ຽວກັບບັນຫາດັ່ງກ່າວ, ໂດຍອ້າງວ່າເປັນເຣື້ອງພາຍໃນເມືອງ.

ກ່ອນໜ້ານີ້, ເວັບໄຊ້ The global dispatch.com ໄດ້ຣາຍງານວ່າ ມີການຈັບກຸມແມ່ຕູ້ ບຸນລຳ ແລະ ຊາວຄຣິສຕຽນອີກ 3 ຄົນ ທີ່ມີ ນາມສະກຸນວ່າ ດວງທາ, ຄຳປັນ ແລະ ພອນສວັນ ພາຍຫຼັງທີ່ໄດ້ປະກອບພິທີນະມັສການ ປະຈຳສັປດາຢູ່ເຮືອນ ຂອງຕົນເອງ ທີ່ບ້ານ ແກ້ວວິລັຍ, ເມືອງວິຣະບູລີ, ແຂວງສວັນນະເຂດ ເມື່ອວັນທີ 18 ພຶສຈິກາ.

ປະຈຸບັນ, ຂໍ້ຂັດແຍ້ງຣະຫວ່າງຊາວຄຣິສຕຽນ]k; ແລະ ອຳນາດການປົກຄອງທ້ອງຖິ່ນໃນລາວ ຍັງຄົງມີຢູ່ເລື້ອຍມາ, ເຊິ່ງ ສາເຫຕຫຼັກໆ ກໍ ເກີດຈາກຄວາມບໍ່ເຂົ້າໃຈກັນ ໃນການປະຕິບັດສິທທິເສຣີພາບ ໃນການເຊື່ອຖືຫຼືບໍ່ເຊື່ອຖືສາສນາ ຂອງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ. ຊາວຄຣິສຕຽນ ມັກຈະອ້າງວ່າຕົນເອງ ມີສິທທິເສຣີພາບໃນການເຊື່ອຖືສາສນາຄຣິສ ຕາມທີ່ຣັຖທັມມະນູນຂອງລາວ ໄດ້ໃຫ້ສິທໄວ້, ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ພັດມັກຈະອ້າງວ່າ ສາສນາຄຣິສຕຽນ ຫຼືສາສນາເຍຊູ ເປັນສາສນາຂອງຕ່າງປະເທສ ຖ້າຢາກນັບຖື ກໍຕ້ອງຍ້າຍອອກຈາກໝູ່ບ້ານ ແລ້ວໄປ ຊອກອາໃສຢູ່ບ່ອນອື່ນ.