ການຍົກເລີກ ສັມປະທານສວນພູຄຳ ກະທົບຕໍ່ພາກຣັຖ

0:00 / 0:00

ການປະກາດຍົກເລີກ ສັມປະທານສວນພູຄຳ ເປັນປະເດັນທີ່ກະທົບຕໍ່ພາກຣັຖໂດຍກົງ. ກໍລະນີດັ່ງກ່າວໄດ້ຖ່ວງດຶງເວລາ ມາຫຼາຍປີແລ້ວ ແຕ່ຍັງບໍ່ເຂົ້າສູ່ຂະບວນການຕັດສິນທາງກົດໝາຍ. ຕໍ່ບັນຫາດັ່ງກ່າວ ປະຊາຊົນສ່ວນໃຫຍ່ເຂົ້າໃຈ ທ່ານ ພູຄຳ ເປັນຫຍັງຈຶ່ງຍັງຮຽກຮ້ອງ ໃຫ້ພາກຣັຖເຂົ້າມາແກ້ໄຂ ເຣື່ອງນີ້ ແຕ່ຍັງມີປະຊາຊົນ ຈຳນວນຫຼາຍ ຕັ້ງຄຳຖາມວ່າ ຖ້າ ພູຄຳ ເປັນຝ່າຍທີ່ຖືກກົດໝາຍ ຄືບໍ່ເຂົ້າໄປສູ້ຄະດີ ຢູ່ປະເທດລາວ.

ຕໍ່ກັບຄໍາຖາມ ທ່ານ ພູຄໍາ ອ້ວນນວນສາ, ເຈົ້າຂອງ ສວນພູຄໍາ ແຂວງຊຽງຂວາງ ກໍໄດ້ມາຊີ້ແຈງເພື່ອໃຫ້ເຂົ້າໃຈ ບັນຫາດ້ວຍກັນ.