9 ປີ ແຫ່ງການສູນເສັຽ ນັກພັທນາ ອາວຸໂສດີເດັ່ນ

0:00 / 0:00

ເຖີງວ່າ ເຫດ​ການ​ລັກ​ພາ​ຕົວ​ ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ ດີ​ເດັ່ນ​ຂອງ​ລາວ ຄົບ​ຮອບ 9 ປີ ແຕ່ ອົງ​​ການ​ພາ​ປະ​ຊາ​ສັງ​ຄົມ ຫຼາຍ​ອົງ​ການ ຍັງ​ຄົງເວົ້າ​ເຖິງ ທ່ານ ສົມ​ບັດ ສົມ​ພອນ ແລະທວງ​ຖາມ​ນຳ​ຣັ​ຖ​ບານ​ລາວ.

ທ່ານ Phil Roberson, ຮອງ​ຜູ້​ອຳ​ນວຍ​ການ ສິ້ງ​ຊອມດ້ານ​ສິດ​ທິ​ມະ​ນຸດ ຫຼື Human Rights Watch ປະ​ຈຳ​ຂົງເຂດ​ເອ​ເຊັຽ​ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 14 ທັນ​ວາ 2021 ວ່າ:

"ມັນ​ເປັນ​ທີ່​ກະ​ຈ່າງ​ແຈ້ງວ່າ ຣັ​ຖ​ບານ​ລາວ​ຮູ້ວ່າ ທ່ານ ສົມ​ບັດ​ ຢູ່​ໃສ ເພາະ​ວ່າ ລາວ​ຖືກ​ລັກ​ພາ​ໂຕຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ. "

ທາງ​ການ​ລາວ ມີ​ເຈ​ຕ​ນາ​ທີ່​ຈະ​ປົກ​ປິດ ກໍ​ລະ​ນີການ​ຫາຍ​ສາບ​ສູນ ຂອງ ທ່ານ ສົມ​ບັດ ສົມ​ພອນ. ທ່ານ Phil Roberson ກ່າວ​ວ່າ:

"ຣັ​ຖ​ບານ​ລາວ ມີ​ການ​ປົກ​ປິດ ໂດຍ​ສ​ະ​ເພາະ ຢູ່​ໃນ​ພະ​ນັກ​ງານ​ລະ​ດັບ​ສູງ ທີ່​ພະ​ຍາ​ຍາມ​ບໍ່​ໃຫ້​ມີ​ການ​ສືບ​ສວນ ​ການ​ຫາຍ​ສາບ​ສູນ​ຂອງ​ ​ທ່ານ ສົມ​ບັດ ສົມ​ພອນ. ທັ​ສ​ນະ​ຂອງ​ພວກ​ເຮົາ ​ກໍ​ຄື ຣັ​ຖ​ບານ​ລາວ​ຮູ້​ດີ​ວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ ແລະ ຣັ​ຖ​ບານ​ກໍ​ພ​ຍາ​ຍາມປົກ​ປິດ. ຂ້າ​ພະ​ເຈົ້າໝາຍ​ຄວາມ​ວ່າ ການ​ຫາຍ​ສາບ​ສູນບໍ່​ສ​ເພາະ​ແຕ່ ທ່ານ ສົມ​ບັດ ສົມ​ພອນ ແຕ່ ກໍ​ຍັງ​ມີ​ຄົນ​ອື່ນ​ອີກ​ ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ໃຫ້​ຣັ​ຖ​ບານ​ລາວ ເຄົາ​ຣົບ ສົນ​ທິ​ສັນ​ຍາ​ ສ​າ​ກົນຂອງ​ສະ​ຫະ​ປະ​ຊາ​ຊາດ ວ່າດ້ວຍ​ການ​ຕ້ານ​ ການ​ຫາຍ​ສາບ​ສູນ​ ດ້ວຍ​ການ​ບີບ​ບັງ​ຄັບ. "

ເຈົ້າ​ໜ້າ​ທີ່ຣັ​ຖ ບໍ່​ຕ້ອງ​ການ​ທີ່​ຈະຊອກ​ຫາ​ຕົວ ທ່ານ ສົມ​ບັດ ສົມ​ພອນ ແລະ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ເຣື່ອງ​ມິດ​ງຽບ​ໄປ. ເຈົ້າ​ໜ້າ​ທີ່​ອົງ​ການຈັດ​ຕັ້ງ​ ພາກ​ປະ​ຊາສັງ​ຄົມ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

ນັກ​ຂ່າວ: ມັນ​ຄື​ດົນ​ນານ​ມາ​ຮອດ 9 ປີ ຄືບໍ່​ມີ​ຄວາມ​ຄືບ​ໜ້າ​ຫຍັງ​ ໃນ​ການ​ຊອກ​ຫາ ທ່ານ ສົມ​ບັດ ສົມ​ພອນ.

ເຈົ້າ​ໜ້າ​ທີ່​ອົງ​​ພາກ​ປະ​ຊາ​ສັງ​ຄົມ: "ຖື​ວ່າ ມັນ​ກະ​ມິດ​ງຽບ​ໄປ​ຫຼາຍ​ປີ​ລະ. ໃນ 4-5 ປີ ທຳ​ອິດ ມັນ​ກະ​ຖື​ວ່າ ເປັນ​ປະ​ເດັນ​ຟົດ​ຮ້ອນ​ຢູ່ ແຕ່​ວ່າ ຫຼັງໆ ກະ​ເລີ່ມ​ມິດ​ງຽບ ເພາະ​ວ່າ ຫຼາຍ​ຄົນ ກໍບໍ່​ຄ່ອຍ​ໄດ້​ກ່າວ​ເຖິງ​ເພິ່ນ. ຄວາມ​ຈິງ​ກະ​ຫຼາຍ​ຄົນ​ຮູ້​ຈັກ​ເພິ່ນ. ທ່ານ ສົມ​ບັດ ໃນ​ນາມ​ນັກ​ພັ​ທ​ນາ ທີ່​ເປັນ​ຄົນ​ລາວ ຢາກ​ເຫັນ​ປະ​ເທດ​ຊາດ ໄດ້​ຮັບ​ການ​ພັ​ທ​ນາ​ໃນ​ຫຼາຍ​ດ້ານ ໂດຍ​ສ​ເພາະ ໃນ​ດ້ານ​ການ​ສຶ​ກ​ສາ​ຫັ້ນ. ຂ້າ​ພະ​ເຈົ້າ ກະ​ຮູ້​ຈັກ​ເພິ່ນ​ໃນ​ຖາ​ນະ​ທີ່​ເຮັດ​ວຽກ​ພັ​ທ​ນາ ຢູ່ ປະ​ເທດ​ລາວ ຢູ່​ຫຼາຍໆ​ແຂວງ" "ໂດຍ​ສ​ເພາະ​ເຣື່ອງ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ ຫຼືວ່າ ພາກ​ສັງ​ຄົມ​ຂອງ ສ​ປ​ປ ລາວ​ຫັ້ນ ເນາະ ກະ​ເປັນ​ທີ່​ໜ້າ​ເສັຽດາຍ​ເນາະ ບຸກ​ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ມີ​ປະ​ສົບ​ການ​ຖືກ​ຫາຍ​ໂຕ​ໄປ ແລະ ກະ​ບໍ່​ສາ​ມາດ​ຊອກ​ຫາ​ມາ​ເຫັນ​ໄດ້ ກະ​ໜ້າ​ເສັຽດາຍ​ສຸດໆ ມາ​ຮອດ​ປີນີ້ ກະ​ປີ​ທີ 9 ລະ. ອັນ​ນີ້ ກະ​ບໍ່​ຊ່າງ​ຊິ​ວ່າ ນຳ​ພາກ​ຣັ​ຖ​ເພິ່ນເນາະ ຄັນ​ວ່າ ຈະ​ຊອກ​ຫາ ເພິ່ນ​ໜ້າ​ຈະ​ມີ​ທາງ​ອອກ ​ເພາະ​ວ່າ ຫຼັກ​ຖານ​ຕ່າງໆ ຢູ່​ໃນ​ກ້ອງວົງ​ຈອນ​ປິດ ກະ​ແມ່ນ​ເຫັນ​ວ່າ ມີ​ຄົນ​ພາ​ໄປຫັ້ນ​ນ່າ ມີ​ເຈົ້າ​ໜ້າ​ທີ່​ພາ​ໄປ."

ຈາກ​ການ​ເບິ່ງ​ໃນ​ກ້ອງວົງ​ຈອນ​ປິດ ວີ​ດີ​ໂອ​ຫັ້ນ ກໍ​ເຫັນ​ຈົບ​ເຈືອ​ ມີ​ເຈົ້າ​ໜ້າ​ທີ່ ເປັນ​ຄົນ​ພາ​ເພິ່ນ​ໄປ ຫຼື​ວ່າ ພາ​ຂຶ້ນ​ອີ​ກ​ຣົຖ​ຄັນ​ນຶ່ງ​ໄປ​ເນາະ ແຕ່​ກະ​ໜ້າ​ເສັຽດາຍ​ຄັນ​ວ່າ ມາ​ຮອດ​ປີນີ້ ກະ​ຖື​ວ່າ ຄົບ​ຮອບ 9 ປີ​ລະ ທີ່ບໍ່​ສາ​ມາດ​ຊອກ​ຫາ​ເພິ່ນ​ມາ​ຄືນ​ໄດ້.

ນັກ​ຂ່າວ: ແຕ່​ວ່າ ມັນ​ເປັນ​ກໍ​ລະ​ນີ​​ມິດ​ງຽບ​ມາ 9 ປີນີ້ ເຮົາ​ເບິ່ງ​ໂດຍ​ສ່ວນ​ໃຫຍ່​ ຜູ້​ຊອກ​ຫານີ້ ຊິ​ຊອກ​ຫາ​ເພິ່ນ​ຢູ່​ເບາະ ຫຼື​ວ່າ ຕັ້ງ​ຊິ​ວ່າ ເມີນ​ເສີຍ ປະ​ຖິ້ມ​ໃຫ້​ມິດ​ງຽບ​ໄປ?

ເຈົ້າ​ໜ້າ​ທີ່​ອົງ​​ພາກ​ປະ​ຊາ​ຊົນ​ສັງ​ຄົມ: " ເບິ່ງ ​ລວມ​ແລ້ວ ກະ​ຄິດ​ວ່າ ທາງ​ເຈົ້າ​ໜ້າ​ທີ່​ເພິ່ນ​ກະ​ຄົງ​ຈະ​ ປະ​ລະໄປ​ແລ້ວ​ລະ ເພາະ​ວ່າ ບໍ່​ເຫັນ​ກ່າວ​ຫາ ແລະ ກໍບໍ່​ໄດ້​ເວົ້າ​ເຖິງ​ເຣື່ອງນີ້​ມາກໍນັບ​ວ່າ​ຫຼາຍ​ປີ​ແລ້ວ ແມ່ນ​ເບິ່ງ​ສ​ະຖາ​ນະ​ການ ກໍ​ຄົງ​ຈະ​ມິດ​ງຽບ​ໄປ​ຊື່ໆ."

ນັກ​ຂ່າວ: ຄິດ​ວ່າ ຊິ​ເຫັນ​ໂຕບໍ່ ຂັ້ນ​ຖ້າ​ວ່າ ຊອກ​ຫາ​ນີ້?

ເຈົ້າ​ໜ້າ​ທີ່​ອົງ​​ພາກ​ປະ​ຊາ​ຊົນ​ສັງ​ຄົມ: "ຄັນ​ຖ້າ​ວ່າ ຊອກ​ຫາ​ໃນ​ໄລ​ຍະ​ໃໝ່ໆ​ຫັ້ນ ຄິດ​ວ່າ​ເຫັນ​ເນາະ ຄຶດ​ວ່າ​ເຫັນ ເພາະ​ວ່າ ເຮົາ​ເຫັນ​ຈາກ​ຫຼັກ​ຖານ​ກະ​ຄື​ວ່າ ຖືກ​ເຈົ້າ​ໜ້າ​ທີ່​ລົງ​ຣົດ​ອີກ​ຄັ້ນນຶ່ງ ລະກະ​ຂຶ້ນ​ຣົຖ​ໄປ​ອີກ​ຄັນ​ນຶ່ງ ຄຶດ​ວ່າ ຄົນ​ໃນ​ຮູ້ ການ​ຈັດ​ຕັ້ງ​ກໍ​ຈະ​ຮູ້ ເນາະ​ໃນ​ເບື້ອງ​ຕົ້ນ ຫຼື​ວ່າ ໃນ​ປີ​ທຳ​ອິດ​ຫັ້ນ ພຽງ​ແຕ່​ວ່າ ຣະ​ບົບ​ພາຍ​ໃນ ບໍ່​ສາ​ມາດກວດ​ກາ​ອີ່​ຫຍັງ​ໄດ້ ເພິ່ນ​ກະ​ບໍ່​ເປີດ​ເຜີຍ​ຕໍ່​ສາ​ທາ​ຣະ​ນະ​ຊົນ​ຫຼາຍ ມັນ​ກໍ​ເລີຍ​ເປັນ​ເຣື່ອງ​ທີ່​ຂ້ອນ​ຂ້າງ​ຈະ​ຍາກ ​ຄົນ​ພາຍ​ນອກ​ຈະ​ເຂົ້າ​ໃຈ​ໃນ​ລະ​ບົບ ​ຖ້າ​ວ່າ ເພິ່ນບໍ່​ເປີ​ດ​ເຜີຍ​ຫັ້ນ​ນ່າ."

ນັກ​ຂ່າວ: ເຮົາ​ມີ​ຄວາມ​ຄາດ​ຫວັງ​ຫຍັງ​ໃນ​ການ​ຊອກ​ຫາ​ ທ່ານ ສົມ​ບັດ ນີ້?

ເຈົ້າ​ໜ້າ​ທີ່​ອົງ​​ພາກ​ປະ​ຊາ​​ສັງ​ຄົມ: "ໂດຍ​ລວມ​ແລ້ວ ກໍ​ໄດ້​ແຕ່​ຄຶດ​ ​ພັລ​ນາ​ວ່າ ຄັນ​ຖ້າ​ເພິ່ນ​ຍັງ​ຢູ່ ກໍ​ໃຫ້​ເພິ່ນ​ໄດ້​ກັບ​ຄືນ​ມາ ສູ່​ຄອບ​ຄົວຂອງ​ເພິ່ນ."

ການ​ລັກ​ພາ​ຕົວ ແລະ ການ​ບີບ​ບັງ​ຄັບ​ ໃຫ້​ບຸກ​ຄົນ ຕ້ອງ​ຫາຍ​ສາບ​ສູນ​ໄປ​ນັ້ນ ເປັນ​ເຣື່ອງ​ລະ​ອຽດ​ອ່ອນ ແລະ ເກີດ​ຢູ່ສະ​ເພາະແຕ່ຢູ່ລາວ ແຕ່ຍັງ​ຢູ່​ຫຼາຍ​ປະ​ເທດ. ເຈົ້າ​ໜ້າ​ທີ່ ​ອົງ​ການ​ຈັດ​ຕັ້ງ​ ທາງ​ສັງ​ຄົມ​ຂອງ​ລາວ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ: "ປະ​ເທດ​ເຮົາ​ ຖ້າ​ເຮົາ​ເບິ່ງ​ພາບກວ້າງໆ ຄື​ເຮົາ​ຮູ້​ຫັ້ນ​ແຫຼະ​ເນາະ ຄະ​ດີນີ້ ມັນ​ເປັນ​ຄະ​ດີ​ທີ່​ລະ​ອຽດ​ອ່ອນ ມັນ​ລໍ້​ແຫຼມ​ຄັນ​ຊິ​ວ່າ ຄື​ປະ​ເທດ​ອື່ນ​ເຮົາ​ກະ​ເຫັນ​ຫຼາຍ​ ກໍ​ລະ​ນີ້​ເດ້​ເນາະ ຕົວ​ຢ່າງ​ປະ​ເທດ​ເພື່ອນ​ບ້ານ​ຕ່າງໆ ມັນ​ກະ​ເປັນ​ຄະ​ດີ​ທີ່​ວ່າ ສັງ​ຄົມ​ໃຫ້​ຄວາມ​ສົນ​ໃຈ​ຢູ່​ ແຕ່ສຸດ​ທ້າຍ​ລະ​ມັນ​ກະ​ຫາຍ​ງຽບ​ໄປ​ເລີຍ ຜູ້​ກະ​ທຳ​ຜິດ​ລອຍນວນ ຂັ້ນ​ຊິ​ວ່າ​ເນາະ."

ນອກ​ຈາກນີ້ ຍານາງ Shalmali Guttal, ຜູ້​ອຳ​ນວຍ​ການ ອົງ​ການ Focus on the Global South ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ແລະ ເປັນ​ຜູ້​ທີ່​ເຄີຍ​ຮ່ວມ​ງານ ​ກັບ​ທ່ານ ສົມ​ບັດ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

"ພວກ​ເຮົາ​ໄດ້​ອອກ ຖ​ແລງ​ການ​ຮ່ວມ​ກັບ​ອົງ​ການ​ຈັດ​ຕັ້ງ​ອື່ນໆ ແລະ ລວມ​ທັງ​ສ່ວນ​ບຸກ​ຄົນ ໂດຍພື້ນ​ຖານ​ແລ້ວ ພວກ​ເຮົາ​ໄດ້​ເວົ້າ​ ຕ​ລອດ 9 ປີ ເຈົ້າ​ໜ້າ​ທີ່ ບໍ່​ມີ​ຄວາມ​ຄືບ​ໜ້າ ໃນ​ການ​ຫາ​ຕົວ ທ່ານ ສົມ​ບັດ ແລະ ບໍ່​ມີ​ການ​ດຳ​ເນີນ​ການ​ ທີ່​ພໍ​ຈະ​ເຊື່ອ​ຖື​ໄດ້ ໃນ​ການ​ຄົ້ນ​ຫາ ວ່າ ທ່ານ ສົມ​ບັດ ຢູ່​ໃສ ແລະ ໃຜ​ເປັນ​ຜູ້​ລັກ​ພາ​ໂຕ​ລາວ. ພວກ​ເຮົາ​ຕ້ອງ​ການ​ຄຳ​ຕອບ​ຈາກ​ເຈົ້າ​ໜ້າ​ທີ່ ແລະ ເຣື່ອງນີ້ ມັນ​ມີ​ຂໍ້ສົງ​ໄສຫຼາຍ​ຢ່າງ ​ເພາະ​ວ່າ ການ​ຫາຍ​ສາບ​ສູນ​ແບບ​ບີບ​ບັງ​ຄັບ ເປັນ​ຜົ​ລ​ສະ​ທ້ອນ​ໃຫ້​ແກ່​ຄອບ​ຄົວ ຂອງ​ທ່ານ. ພວກ​ເຮົາ​ຍັງ​ຈະສືບ​ຕໍ່​ຖາມ​ຫາ​ ທ່ານ ສົມ​ບັດ ຈົນ​ກະ​ທັ້ງ ພວກ​ເຮົາ​ຈະ​ໄດ້​ຄຳ​ຕອບ ແລະ ຄວາມ​ຍຸ​ຕິ​ທັມ ໃຫ້​ແກ່​ ທ່ານ ສົມ​ບັດ ແລະ ຄອບ​ຄົວ ຂອງ​ທ່ານ. ພວກ​ເຮົາ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ບໍ​ຣິ​ຈາກ​ເງິນ​ ຣັ​ຖ​ບານ​ລາວ ແລະ ນັກ​ການ​ທູດທີ່​ມີ​ສາຍ​ສຳ​ພັນ ​ກັບ​ຣັ​ຖ​ບານລາວ ເພື່​ອ​ໃຫ້​ທວງ​ຖາມ​ວ່າ ເປັນ​ຫຍັງເຣື່ອງ ທ່ານ ສົມ​ບັດ ຈຶ່ງ​ມິດ​ງຽບ ແລະ ການ​ປະ​ຊຸມ ​ໂຕະ​ມົນ​ກັບ​ຣັ​ຖ​ບານລາວ ມີ​ການ​ຍົກ​ເຣື່ອງ​ບັນ​ຫາ​ສິດ​ທິ​ ມະ​ນຸດ​ຂຶ້ນ​ມາ​ເວົ້າບໍ່ ແລະ ມີ​ບັນ​ຫາ​ເຣື່ອງ​ສິດ​ທິ​ຂອງ​ປະ​ຊາ​ຊົນ​ລາວບໍ່. ເຈົ້າ​ໜ້າ​ທີ່​ຣັ​ຖ​ ມີ​ການ​ເຄົາ​ຣົບສິດ​ທິ​ ຂອງ​ພົ​ລ​ເມືອ​ລາວ ຫຼື ບໍ່. ພວກ​ເຮົາ​ບໍ່​ໄດ້​ຖາມ​ເຖິ​ງ​ເງື່ອນ​ໄຂ ແຕ່ ພວກ​ເຮົາຢາກ​ໃຫ້​ຜູ້​ບໍ​ຣິ​ຈາກ ແລະ ຄູ່​ຮ່ວມ​ພັ​ທ​ນາ​ຂອງ ​ຣັ​ຖ​ບານ​ລາວ ​ຖາມ​ເຖິງ​ຂໍ້​ຜູ້​ພັນ ແລະ ຂໍ້​ເທັດ​ຈິງ ໃນ​ເວ​ລາ​ທີ່​ປະ​ຊຸມ​ກັບ​ຣັ​ຖ​ບານ. "

ເມື່ອ​ນັກ​ຂ່າວ​ຖາມ ຍາ​ນາງ ຊໍ​ມາ​ລີ ວ່າ ເຫດ​ການ​ຜ່ານ​ໄປ 9 ປີ​ແລ້ວ ແຕ່ ຣັ​ຖ​ບານ​ຍັງ​ມິດ​ມຽບ​ເຣື່ອງ ທ່ານ ສົມ​ບັດ, ຍານາງ ຄິດ​ວ່າ ຣັ​ຖ​ບານ​ຈິງ​ຈັງ​ກັບ​ການ​ຊອກ​ຫາ​ຕົວ​ ທ່ານ​ສົມ​ບັດ​ບໍ່?

ຍານາງ ຕອບ​ວ່າ: "ອັນ​ນີ້ຍັງ​ມີ​ຂໍ້​ສົງ​ໃສ​ຫຼາຍ ຄວາມ​ຈິງ​ກໍ​ຄື ຂັ້ນ​ຖ້າ​ວ່າ ຣັ​ຖ​ບານຢາກ​ຊອ​ກ​ຫາ ທ່ານ ສົມ​ບັດ​ ແທ້ໆ ເຮົາ​ກໍ​ມີ​ພາບ​ວີ​ດີ​ໂອ ຈາກ​ກ້ອງວົງ​ຈອນ​ປິດ, ນະ​ຄອນ​ຫລວງວຽງ​ຈັນ ກໍ​ບໍ່​ໃຫຍ່ ແລະ ກໍ​ມີ​ພິ​ຍານ​ຫຼາຍ​ຄົນ ລວມ​ທັງ​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ຢຸດ​ຣົດ ທ່ານ ສົມ​ບັດ ຊຶ່ງ​ມັນ​ບໍ່​ຍາກ​ທີ່​ຈະ​ແກ້​ໄຂ​ເຣື່ອງນີ້ ແລະ ກໍ​ຍັງ​ມີ​ອີກ​ຫຼາຍ​ປະ​ເທດ​ທີ່​ສ​ເນີ​ໃຫ້​ການ​ຊ່ວຍ​ເຫຼືອ​ຣັ​ຖ​ບານລາວ ທາງ​ດ້ານ​ວິ​ຊາ​ການ ແລະ ເຮົາ​ກໍ​ບໍ່​ຮູ້​ວ່າ ຣັ​ຖ​ບານ​ລາວ ໄດ້​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ​ນັ້ນ ຫຼື ບໍ່. ພວກ​ເຮົ​າບໍ່​ຮູ້​ວ່າ ຣັ​ຖ​ບານ​ລາວ ດຳ​ເນີນ​ການ​ແນວ​ໃດ ແລະ ຣັ​ຖ​ບານ​ລາວ ກໍ​ບໍ່​ໄດ້​ບອກ​ໃຫ້​ຮູ້ວ່າ ດຳ​ເນີນ​ການ​ແນວ​ໃດ​ແດ່, ແຕ່​ຖ້າ ຣັ​ຖ​ບານ​ຕັ້ງ​ໃຈ​ຊອກ​ຫາ ທ່ານ ສົມ​ບັດ​ແທ້ໆ ນັ້ນ ມັນ​ກໍ​ຄົງ​ບໍ່​ເປັນ​ການ​ຍາກ."

ນອກ​ຈາກນີ້ ຍາ​ນາງ ອຶ້ງ ຊຸ່ຍເມັ້ງ ພັ​ລ​ຍາ ຂອງ​ທ່ານ​ສົມ ບັດ ກໍ​ໄດ້​ຂຽນ​ປື້ມກ່ຽວ​ກັບ​ຊີ​ວິດ ແລະ ຜົ​ລ​ງານ​ຂອງ​ທ່ານ​ສົມ​ບັດ. ອຶ້ງ ຊຸ່ຍເມັ້ງ ພັ​ລ​ຍາ​ຂອງ ທ່ານ ສົມ​ບັດ ສົມ​ພອນ ໄດ້​ເວົ້າ​ເຖິງເຫດ​ຜົ​ລ​ໃນ​ການຂຽນ​ປຶ້ມ ວ່າ: “ເມື່ອ​ ຂ້າ​ພະ​ເຈົ້າ ​ເລີ່ມ​ຂຽນ​ປຶ້ມ ຂ້າ​ພະ​ເຈົ້າ ໄດ້​ຖາມ​ຕົວ​ເອງວ່າ ເປັນ​ຫຍັງ​ຈະ​ຕ້ອງເວົ້າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ແຕ່ ກໍ​ຄືກັບ ຍາ​ນາງ ອັງ​ຄະ​ນາ ​ໄດ້​ຮູ້​ດີວ່າ ຄວາມ​ເຈັບ​ປວດ ແລະ ບາດ​ແຜຂອງ​ເຮົາ ມັນ​ຍັງ​ຢູ່ ບໍ່​ວ່າ​ເວ​ລາດ​ໃດ​ກໍ​ຕາມ ບາດ​ແຜ​ມັນ​ກໍ​ຍັງ​ຄົງ​ຝັງ​ຢູ່​ໃນ​ຈິດ​ໃຈ. ຍານາງ ຊຸມ​ເມັງ ກ່າວ​ຕື່ມ​ອີກວ່າ: ດ້ວຍ​ເຫດ​ຜົ​ລນີ້ ລາວ​ຈຶ່ງ​ຕັດ​ສິນ​ໃຈ ຂຽນ​ປຶ້ມ ເພື່ອ​ບັນ​ທຶກຊີ​ວິດ ແລະ ຜົ​ລ​ງານ​ຂອງ ທ່ານ ສົມ​ບັດ ເພື່ອ​ໃຫ້​ຜົ​ລ​ງານ​ຂອງ ທ່ານ ຍັງ​ຄົງ​ຢູ່. ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ ໄດ້​ຮັບ​ຣ່າງວັນ ຣາ​ມອນ ແມັກ​ໄຊ​ໄຊ ໃນ​ປີ 2005 ໃນ​ສາ​ຂາການ​ພັ​ທ​ນາ​ຊຸມ​ຊົນ. ທ່ານ ສົມ​ບັດ ສົມ​ພອນ ຖື​ກ​ລັກ​ພາ​ໂຕ​ໄປ​ໃນ​ວັນ​ທີ 15 ທັນວາ ປີ 2012 ຢູ່ ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ຖ​ນົກ​ທ່າ​ເດື່ອ ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ການ​ລັກ​ຖາ​ຕົວ​ໃນ​ເວ​ລາ​ນັ້ນ ມີ​ເຈົ້າ​ໜ້າ​ທີ່​ຢູ່​ໃນ​ເຄື່ອງ​ແບບ​ຕຳ​ຣ​ວດຮ່ວມ​ຂບວນ​ການ​ຢູ່​ນຳ ອີງ​ຕາ​ມ​ຫຼັກ​ຖານ​ຈາກ​ກ້ອງວົງ​ຈອນ​ປິດ.