ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລື ໃນມື້ວັນທີ 7 ມີນາ ນີ້ກ່ຽວກັບການສ້າງຕັ້ງ ສານປະຊາຊົນ ຢູ່ເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອພິຈາລະນາ ແລະຕັດສິນຄະດີ ທີ່ເກີດຂຶ້ນຢູ່ໃນເຂດນີ້, ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ ວັນທີ 7 ມີນາ 2024.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທະຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ສານປະຊາຊົນສູງສຸດ ແຕ່ເຈົ້າໜ້າທີ່ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນໄດ້.
ແຕ່ເຈົ້າໜ້າທີ່ ປະຈໍາເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ທ່າານຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ມີນານີ້ວ່າ ສໍາລັບແຜນການສ້າງຕັ້ງ ສານປະຊາຊົນ ຢູ່ໃນເຂດນີ້ ແມ່ນໄດ້ມີການປຶກສາຫາລືກັນ ມາຕັ້ງແຕ່ດົນແລ້ວ ແລະຫລາຍພາກສ່ວນທີ່ກ່ຽວຂ້ອງ ກໍເຫັນດີ ເພື່ອແບ່ງເຂດຄຸ້ມຄອງ ແລະເຂດນັ້ນ ມັນຄ້າຍຄືກັນກັບເມືອງໆນຶ່ງ.
" ມີຂໍ້ຕົກລົງມາແລ້ວ ທາງໄອຍະການເພີ່ນກໍເລີ່ມຈະມາກວດ ເບິ່ງສະຖານທີ່ພັກອາສັຍ ສະຖານທີ່ທໍາງານ ເຂດເສດຖະກິດນີ້ນະ ມັນມີບັນດາຂະແໜງການ ທີ່ຂື້ນກັບຄະນະຄຸ້ມຄອງນໍ ມັນຄ້າຍຄືກັບເມືອງນໍ ຄືທົ່ວໄປແຫລະ ມາສານ ມີການເງິນ ມີກະສິກັມ ມີທັງ ປກສ-ປກຊ ຄົບ."
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຈໍານວນນຶ່ງ ກໍບໍ່ເຫັນດີນໍາ ທີ່ຈະສ້າງຕັ້ງສານປະຊາຊົນ ຢູ່ໃນເຂດນັ້ນ, ຢາກໃຫ້ການພິຈາລະນາ ແລະຕັດສິນຄະດີນັ້ນ ຂື້ນຢູ່ກັບສານປະຊາຊົນ ແຂວງບໍ່ແກ້ວ ຍ້ອນຢ້ານວ່າ ຈະເກີດມີຄວາມບໍ່ບຸຕິທັມ ແຕ່ມາຮອດຂະນະນີ້ ຊາວບ້ານຜູ້ນຶ່ງເວົ້າວ່າ ຍັງບໍ່ຮູ້ເຣື່ອງນີ້.
" ບໍ່ຮູ້ເທື່ອນໍ ບໍ່ຮູ້ເທື່ອເດີ ມັນກໍບໍ່ໜ້າຈະມີນ່າ ເພາະວ່າໂຕນີ້ ມັນກໍຂື້ນກັບແຂວງບໍ່ແກ້ວ ແລ້ວມັນຈະໄປມີຢູ່ຫັ້ນຕື່ມອີກ ມັນເປັນໄປບໍ່ໄດ້ຕິ ."
ໃນຂະນະດຽວກັນ ປະຊາຊົນອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ຖ້າມີສານປະຊາຊົນ ເກີດຂື້ນ ຢູ່ໃນເຂດນີ້ ກໍຢ້ານວ່າ ຈະເກີດມີຄວາມບໍ່ຍຸຕິທັມ ເປັນຕົ້ນວ່າ ຄົນຈີນທີ່ມີຄະດີ ອາດຈະໃຊ້ເງິນຊື້ຈ້າງເຈົ້າໜ້າທີ່ ເພື່ອໃຫ້ຕົນ ບໍ່ໄດ້ຖືກດໍາເນີນຄະດີ ແລະຫລຸດພົ້ນຈາກຄວາມຜິດ.
" ເປັນຄະດີໄປສານ ຄັນເຂົາເອົາເງິນໃຫ້ຫລາຍ ສານກະຊິໂຈະຢູ່ຫັ້ນ ບໍ່ເວົ້າຈັກເທື່ອ ຄັນກົດໝາຍໄປຕາມກົດໝາຍແທ້ ຄະດີ ເຮັດບໍ່ຄະດີ ຖ້າກົດໝາຍບໍ່ເປັນກົດໝາຍ ເຮັດກະບໍ່ແຫຼະນໍ. ອັນໃດບໍ່ດີ ກະບໍ່ປະຕິບັດຕາມກົດມາຍ ປັດຈຸບັນນີ້ ເງິນເປັນພະເຈົ້າເດ ."
ແລະນັກກົດໝາຍທ່ານນຶ່ງ ກໍບໍ່ເຫັນດີນໍາຄືກັນ ເພາະມັນບໍ່ຖືກຕ້ອງ ຍ້ອນວ່າ ຖ້າມີສານ ແລະອົງການໄອຍະການ ຢູ່ໃນເຂດນີ້ ຈະເຮັດໃຫ້ຄົນຈີນ ຫລືຄົນຕ່າງປະເທດ ທີ່ມີເງິນຫລາຍ ບໍ່ຢ້ານກົດໝາຍ ແລະອາດຈະມີການຊື້ຈ້າງເຈົ້າໜ້າທີ່ ເພື່ອບໍ່ໃຫ້ຖືກດໍາເນີນຄະດີ ຫລື ສັ່ງຟ້ອງຕໍ່ສານ.
" ບໍ່ຖືກແຫຼະ ຫຍຸ້ງຍາກນ່າ ຢູ່ລາວນີ້ນ່າ ຢ້ານຜູ້ທີ່ມີເງິນມີຄໍາ ຂື້ນກໍເຣື່ອງເດ ແມ່ນໃຜຈະກ້າສັ່ງຟ້ອງຜູ້ຕ້ອງຫາຂື້ນສານ ເປັນໄປບໍ່ໄດ້ ."
ແຕ່ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ເວົ້າວ່າ ຖ້າມີການຈັດຕັ້ງສານປະຊາຊົນ ຢູ່ໃນເຂດເສດຖະກິຈພິເສດສາມຫຼ່ມຄໍາ ຍິ່ງຈະເປັນຜົນດີ ໃຫ້ແກ່ການຄຸ້ມຄອງໃນເຂດນີ້ ແລະຈະເຮັດໃຫ້ການສະສາງຄະດີຕ່າງໆ ເປັນໄປໄດ້ດີ ເພື່ອຄວາມສະຫງົບຮຽບຮ້ອຍ.
" ເກືອບກາຍເປັນປະເທດນຶ່ງຢູ່ຫັ້ນ ແນ່ນອນແຫຼະ ຕ້ອງມີແທ້ ເພາະວ່ານັກໂທດເບາະ ຜູ້ຜິດກົດໝາຍມັນອາດຈະຫລາຍ ມັນຕັດສິນຢູ່ຫັ້ນເລີຍກະດີຄືກັນ ໃຊ້ການຊີ້ນໍາຂອງກະຊວງຍຸຕິທັມພຸ້ນ ໂຕນັ້ນໂອ ."
ເມື່ອກ່ອນໜ້ານີ້ ຄືໃນວັນທີ 5 ມົກກະຣາ ທີ່ຜ່ານມາ ອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ປຶກສາຫາລື ແລະຄົ້ນຄວ້າ ເຣື່ອງການຈັດຕັ້ງຫ້ອງການໄອຍະການ ປະຊາຊົນ ຢູ່ໃນເຂດດັ່ງກ່າວ ເພື່ອຕິດຕາມ ກວດກາການເຄົາລົບ ແລະປະຕິບັດກົດໝາຍ ແລະສັ່ງຟ້ອງຜູ້ຖືກກ່າວຫາຂຶ້ນສານ ເພື່ອຄວາມປອດໄພ ຂອງພາກສ່ວນທຸຣະກິຈ ແລະຜູ້ຢູ່ອາໄສໃນເຂດນັ້ນ.
ແລະກ່ອນໜ້ານັ້ນ ກຸ່ມບໍຣິສັດດອກງິ້ວຄໍາ ກໍໄດ້ສ້າງຄ້າຍຄຸມຂັງສະເພາະນັກ ໂທດ ທີ່ກໍ່ຄະດີຢູ່ໃນເຂດເສດຖະກິຈພິເສດສາມຫຼ່ຽມຄໍາ ຂະໜາດ 24 ຫ້ອງຂັງ ຢູ່ເຂດບ້ານມ່ວງຄໍາ ເມືອງຕົ້ນເຜິ້ງ ຫ່າງຈາກເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ປະມານ 3 ກິໂລແມັດ ແລະໄດ້ມອບໃຫ້ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ.