ນັກໂທດຄະດີຢາເສບຕິດ, ລັກຊັບ ແຂວງຫົວພັນ ຖືກປ່ອຍກ່ອນກໍານົດ 13 ຄົນ

0:00 / 0:00

ສານປະຊາຊົນຊັ້ນຕົ້ນ ແຂວງຫົວພັນ ໄດ້ຕັດສິນປ່ອຍນັກໂທດລາວ ກ່ອນກໍານົດ ຢູ່ຄ້າຍຄຸມຂັງ ສູນວັງລົມ ໃນມື້ວັນທີ 5 ມິຖຸນານີ້ ຕາມປະມວນກົດໝາຍອາຍາ ມາດຕາ 104 ຈໍານວນ 13 ຄົນ, ໃນນັ້ນເປັນຍິງ 3 ຄົນ ຍ້ອນຍອມ ຮັບຜິດກິນແໜງ ຕໍ່ການກະທໍາຜິດ ແລະມີການປະພຶດຕົນດີ. ແຕ່ກໍມີເງື່ອນໄຂ ພາຍໃນ 5 ປີ ຖ້າກະທໍາຜິດຕື່ມອີກ ຈະເພີ່ມໂທດຂຶ້ນ. ໃນຈໍານວນນັ້ນ ເປັນຄະດີມີຢາເສບຕິດ ໄວ້ໃນຄອບຄອງ 7 ຄົນ ແລະຄະດີລັກຊັບ 6 ຄົນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງຫົວພັນທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ມິຖຸນານີ້.

" 1. ແມ່ນຜົນງານເນາະ ການປະຕິບັດຕົນ ອີງຕາມດັດສ້າງ ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຄວາມຜິດນັ້ນ 2. ແມ່ນຊໍາລະຄ່າປັບໄໝ ຫລືຄ່າເສັຽຫາຍຫັ້ນ ໄດ້ຕາມເງື່ອນໄຂທີ່ກໍານົດໄວ້ໃນກົດໝາຍ 3. ປະຕິບັດໂທດໄດ້ 2 ສ່ວນ 3 ຂອງໂທດທີ່ສານວາງໃສ່ ໂຕຢ່າງວ່າ 6 ປີເນາະ 6 ປີມັນຕ້ອງໄດ້ເປັນ 4 ປີ 4 ປີປາຍໄປ ໂຕຢ່າງແບບງ່າຍໆນີ້ ຕາມມາດຕາ 104 ຂອງປະມວນກົດໝາຍອາຍາ ຖ້າໄດ້ຄົບ 3 ເງື່ອນຫັ້ນ ໄທເຮົາກໍເອົາຄົ້ນຄວ້າ. "

ທ່ານກ່າວຕື່ມວ່າ ຫາກນັກໂທດ ທີ່ຖືກປ່ອຍໄປນັ້ນ ບໍ່ກະທໍາຄວາມຜິດຕື່ມອີກ ພາຍໃນ 5 ປີ ໂທດທີ່ເຫລືອນັ້ນ ຈະຕົກໄປ. ແລະວ່າ ໄດ້ມອບຜູ້ທີ່ຖືກປ່ອຍໄປນັ້ນ ໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະຄອບຄົວ ເປັນຜູ້ຕິດຕາມ ພຶດຕິກໍາ ຂອງພວກເຂົາເຈົ້າ.

" ຕາມມາດຕາ 1 04 ຫັ້ນເດ້ ຂອງປະມວນກົດໝາຍອາຍາຫັ້ນ ມັນກໍມີຄົບຫັ້ນແຫລະ ຫລັກການມີແຕ່ວ່າ ພາຍໃນ 5 ປີ ຖ້າວ່າເຂົາບໍ່ກະທໍາຜິດໃໝ່ ຖືວ່າໂທດທີ່ເຮົາຝາກໄວ້ ຖືວ່າໝົດເນາະ ຖ້າວ່າກະທໍາຜິດໃໝ່ແລ້ວ ຖືວ່າມາບວກເຂົ້າກັນອີກ ໂທດໂຕໃໝ່ໂຕເກົ່າຫັ້ນ ພ້ອມທັງເພີ້ມໂທດອີກ ຖ້າວ່າພາຍໃນ 5 ປີຫັ້ນ ເຂົາເຈົ້າບໍ່ກະທໍາຜິດໃໝ່ ຖືວ່າໂທດທີ່ເຫລືອຫັ້ນຖືວ່າຕົກໄປ ຖ້າຫາກວ່າພາຍໃນ 5 ປີເຂົາເຈົເາກະທໍາຜິດໃໝ່ ກໍມາບວກເຂົ້າກັນອີກ ຫລັງຈາກອອກເມືອແລ້ວ ໄທເຮົາມອບໃຫ້ການປົກຄອງບ້ານຫັ້ນນ່າ ທາງເຈົ້າໜ້າທີ່ກຸ່ມທາງຄອບຄົວ ເປັນຜູ້ຕິດຕາມ ກວດກາພຶດຕິກໍາຂອງຜູ້ກ່ຽວຫັ້ນນ່າ. "

ແລະເຈົ້າໜ້າທີ່ແຂວງຫົວພັນອີກທ່ານນຶ່ງ ກໍເວົ້າວ່າ ການພິຈາລະນາ ຫຼຸດຜ່ອນໂທດ ແລະປ່ອຍໂຕພວກນັກໂທດທີ່ວ່ານີ້ ແມ່ນປະຕິບັດຕາມກົດໝາຍ ແລະອີງໃສ່ ນິຕິກໍາຂອງປະທານປະເທດ.

" ທາງເຈົ້າໜ້າທີ່ສະເໜີມາໃຫ້ເນາະ ຜູ້ທີ່ບໍ່ຟັງ ຜູ້ນັ້ນ ຄືບໍ່ຟັງ ຈັ່ງຊີ້ນ່າ ກໍສິວ່າໄປແນວນຶ່ງ ທາງເຮົາເອົາຫລັກໆ ເຮົາຕາມກົດໝາຍເຮົາ ເຮົາຫລຸດຜ່ອນໂທດນີ້ ເຮົາມີນິຕິກໍາຂອງເຮົາຫລຸດຜ່ອນໂທດນີ້ ເຮົາມີນິຕິກໍາຂອງອັນນ່າ ຂອງປະທານປະເທດບໍ່ ເຮົາເອົາຕົວນັ້ນມາອີງໃສ່ນ່າ. "

ທ່ານກ່າວຕື່ມວ່າ ຄ້າຍຄຸມຂັງນັກໂທດ ສູນວັງລົມ ນີ້ ເປັນສູນດັດສ້າງ ນັກໂທດ ທີ່ມີໂທດເບົາ, ສົມມຸດວ່າ ມີໂທດ 4 ປີ, ເມື່ອໄດ້ຮັບໂທດມາແລ້ວ 2 ປີ ຜູ້ກ່ຽວ ຫຼືຍາດພີ່ນ້ອງ ກໍສາມາດຂຽນຄໍາຮ້ອງ ຂໍຜ່ອນໂທດ ປ່ອຍໂຕໄດ້.

" ສູງວັງລົມນີ້ ມັນສິມາ ອັນນ່າ ຄືລັກສະນະແບບກັບ ໂທດເບົາໂທດຫຍັງ ແລ້ວເຮົາໂຍກຍ້າຍໄປ ເພາະວ່າມັນເປັນສູນດັດສ້າງ ເນາະເພາະວ່າລາວ ຢູ່ໄດ້ຄົບແທ້ໆ ຮູ້ສຶກວ່າໂຕເອງນີ້ ຢູ່ຄົບ ສົມມຸດວ່າ 4 ປີເນາະ ຄົບ 2 ປີຈັ່ງຊີ້ນ່າ ກໍສະເໜີໄດ້ ສົມມຸດວ່າ ເຮົາຍັງຢູ່ສູນສາເນາະ ແລ້ວໃຫ້ພີ່ນ້ອງເຮົາ ຂຽນໃບຄໍາຮ້ອງສະເໜີໃຫ້. "

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນນາງນຶ່ງເວົ້າວ່າ ຊາວບ້ານຈໍານວນນຶ່ງ ກໍເຫັນດີນໍາການປ່ອຍໂຕ ພວກນັກໂທດນັ້ນ ໃຫ້ມີຊີວິດໃໝ່ ທໍາມາຫາກິນໄດ້ຕາມປົກກະຕິ ແຕ່ພວກເຂົາເຈົ້າ ຕ້ອງໄດ້ປ່ຽນແປງໂຕເອງ ໄປໃນທາງທີ່ດີ.

" ສ່ວນຫລາຍ ເຂົາແລ້ວ ລັກສະນະເອົາຄອບຄົວຂອງໃຜຂອງມັນ ໄປລົມເອົາແລ້ວໆ ເຂົາປັບຕົວໄດ້ ເຂົາກໍສາມາດປ່ອຍໄດ້ ກໍເຫັນດີແລ້ວລະເນາະ ຖ້າວ່າເຂົາມີຄວາມກ້າວໜ້າ ມີການປ່ຽນແປງແລ້ວກໍ ເຂົາກໍສາມາດເອົາອອກມາໄດ້ ມີບາງນີ້ກໍເອົາມາແລ້ວ ເຄື່ອນໄຫວຕາມຊີວິດປະຈໍາວັນ ຄອບຄົວຂອງເຂົາ ເຂົາເຮັດໄຮ່ເຮັດນາກໍໄປເຮັດໄຮ່ເຮັດນາ ກັບຄືນມາບາງຄົນກໍດີ ບາງຄົນນີ້ເຂົາກໍປັບໂຕໄດ້ ເດືອນນຶ່ງເດືອນປາຍແລ້ວກໍໄປຕໍ່ ແລ້ວກໍຕິດອີກ ແລ້ວກໍໄປອີກ ກິນຄືນອີກ. "

ໃນຂະນະດຽວກັນ ນາງກໍເວົ້າຕື່ມວ່າ ຊາວບ້ານຈໍານວນນຶ່ງ ກໍບໍ່ເຫັນດີ ນໍາທາງການ ທີ່ປ່ອຍນັກໂທດກ່ອນກໍານົດ ຍ້ອນວ່າ ປ່ອຍອອກມາແລ້ວ ພວກເຂົາກໍຍັງຈະເຮັດຄືເກົ່າ ຍ້ອນຄວາມທຸກຍາກ ບໍ່ມີອັນໃດກິນ ກໍໄປລັກ ໄປເສບຢາເສບຕິດຢູ່ຄືເກົ່າ ດັ່ງທີ່ນາງເວົ້າວ່າ:

" ບ້ານເຮົານີ້ ເລັກໆນ້ອຍໆ ເປັນລັກເຄື່ອງໄຮ່ເຄື່ອງສວນທໍາມະດານີ້ ຜ່ານມານີ້ ລັກອັນຂອງໃຫຍ່ ເຂົາເຈົ້າບໍ່ທັນໄດ້ຈັບໄດ້ນ່າ ເຂົາລັກເປັນຜັກເປັນໜໍ່ ກໍທໍາມະດາ ໄປງັ້ນແຫລະ ຜ່ານມາເຂົາກໍໄປຂັງດັດສ້າງ ປ່ອຍມາ ປະຊາຊົນກໍບໍ່ເຫັນດີ ປ່ອຍອອກມາ ກໍຍັງເຮັດຄືເກົ່າ ລັກຜັກລັກໜໍ່ ອັນກໍຈຸຕິດຢາເສບຕິດ ຕິດແລ້ວກໍບໍ່ມີອັນໃດກິນ ກໍປານວ່າທຸກຍາກ ອັນກິນກໍບໍ່ມີ ອັນສິຊື້ຢາກໍບໍ່ມີ ກໍເລີຍວ່າໄປລັກ. "

ແລະເມື່ອກ່ອນໜ້ານີ້ ຄ້າຍຄຸມຂັງ ສູນວັງລົມ ກໍໄດ້ປ່ອຍນັກໂທດກ່ອນກໍານົດ 19 ຄົນ, ໃນນັ້ນເປັນຍິງ 3 ຄົນ ໃນມື້ວັນທີ 24 ພຶດສະພາ 2022 ຍ້ອນພວກເຂົາເຈົ້າ ປະພຶດຕົນດີ, ມີຄວາມກ້າວໜ້າ ຕະຫຼອດໄລຍະ ທີ່ຖືກດັດສ້າງນັ້ນ, ອີງ ຕາມລາຍງານ ຂອງເວັບໄຊຂ່າວ ໜັງສືພິມລາວພັດທະນາ ວັນທີ 2 ມິຖຸ ນາ 2022 ທີ່ຜ່ານມາ.