ສາຍດ່ວນ ຫ້ອງວ່າການ ສູນກາງພັກ ບໍ່ໄດ້ຜົລ

0:00 / 0:00

ຫ້ອງ​ການ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ແລະ ອົງ​ການກວດ​ກາ​ແຫ່ງ​ຣັ​ຖ ໄດ້​ອອກ​ແຈ້ງ​ການ ຈະ​ເປີດ​ນຳ​ໃຊ້​ໂທ​ຣະ​ສັບ​ສາຍ​ດ່ວນ ໝາຍ​ເລກ 1525 ຢ່າງ​ເປັນ​ທາງ​ການ ເພື່ອ​ຮັບ​ຟັງ​ຂໍ້​ຄິດ​ເຫັນ, ຄຳ​ຮ້ອງ, ຄຳ​ສ​ເນີ, ຂໍ້​ຂ້ອງ​ໃຈ, ການ​ຕຳ​ນິ​ຕິ​ຊົມ ແລະ ບັນ​ຫາ​ອື່ນໆ ຕໍ່​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ ວິ​ຊາ​ສະ​ເພາະຂອງ​ພະ​ນັກ​ງານ-ສະ​ມາ​ຊິກ​ພັ​ກ ທົ່ວ​ປະ​ເທດ.

ແຈ້ງ​ການ​ດັ່ງ​ກ່າວ ໄດ້​ເຜີຍ​ແຜ່ອອກລົງ​ວັນ​ທີ 27 ເມສາ 2022, ແຕ່ ປະ​ຊາ​ຊົນ ນັກ​ທຸ​ຣະ​ກິຈ ແລະ ເຈົ້າ​ໜ້າ​ທີ່​ຣັ​ຖ ເອງ​ກໍ​ຍັງ​ບໍ່​ໝັ້ນ​ໃຈ​ວ່າ ການ​ເປີດ​ສາຍ​ດ່ວນ​ດັ່ງ​ກ່າວ ​ຈະ​ນຳ​ໄປ​ສູ່​ການ​ແກ້​ໄຂ​ບັນ​ຫາ ທີ່​ແທ້​ຈິງ.

ປະ​ຊາ​ຊົນ​ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີວ່າ:

" ບໍ່ ​ວ່າ​ແຕ່​ລະ​ເທື່ອ​ແຫຼ ເພິ່ນ​ເປີດກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ ກະ​ເປີດ​ສາຍດ່ວນ​ຢູ່ ສ່ວນ​ຫຼາຍ​ຄົນ​ນີ້ ບໍ່​ຢາກ​ໃຊ້​ຍ້ອນ​ຫຍັງ ກະ​ຍ້ອນ​ວ່າ ໂທ​ສາຍ​ດ່ວນ​ໄປ​ແລ້ວ ເພິ່ນ​ກະ​ບໍ່​ພິ​ຈາ​ລະ​ນາ ໃຫ້​ຄຳ​ຕອບ​ອີ່​ຫຍັງ​ຫັ້ນ​ນ່າ.

ປະ ​ຊາ​ຊົນ ທ່ານນີ້ ກ່າວ​ຕື່ມ​ອີກວ່າ: ຄັນ​ວ່າ ເພິ່ນ​ເວົ້າ​ແທ້​ເຮັດ​ແທ້ນ​ຫັ້ນ​ນ່າ ມັນ​ກະ​ເປັນ​ການ​ດີ​ຢູ່ ຄັ້ນ​ຖ້າວ່າ ມີ​ຄົນ​ໂທ​ໄປ​ແລ້ວ ຄັນ​ຖ້າ​ວ່າ ຕອບ​ບັນ​ຫາ​ຂໍ້​ຂ້ອງ​ໃຈ​ທີ່​ປະ​ຊາ​ຊົນ ມັນ​ເປັນ​ແນວ​ນັ້ນ​ນ່າ ຫັ້ນ​ນ່າ ເຣື່ອ​ງ​ສາຍ​ດ່ວນນີ້ ໂທ​ໄປ​ບໍ່​ເຫັນ​ພິ​ຈາ​ລະ​ນາ​ເດ້ ເຣື່ອງ​ຂອງ​ມັນ."

ຫຼາຍ​ຄົນ​ ຈະ​ໂທ​ເຂົ້າ ເພື່ອ​ສະ​ແດງ​ຄຳ​ຄິດ ຄຳ​ເຫັນ, ແຕ່ ບັນຫາ​ກໍ​ຄື ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ ໄດ້​ຫຼືບໍ່.

ປະ​ຊາ​ຊົນຢູ່​ແຂວງ​ພາກ​ກາ​ງ​ທ່ານນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ບໍ່ ​ຮູ້​ວ່າ​ເຣື່ອງ​ແກ້​ໄຂ ມັນ​ຊິ​ແກ້​ໄດ້​ຫຼືບໍ່ ການ​ສະ​ແດງ​ຄວາມ​ຄິດ ຄວາມ​ເຫັນ ຫຼາຍ​ຄົນ​ກະ​ອາດ​ຊິ​ສະ​ແດງ ປະ​ຊາ​ຊົນ​ສາ​ມາດ​ທີ່​ວ່າ​ຮ້ອງ​ທຸກ​ໄດ້​ຫັ້ນ​ນ່າ ຖ້າ​ວ່າ​ມີ​ລະ​ດີ ຖ້າ​ວ່າ ແກ້​ບັນ​ຫາ​ໄດ້​ກະ​ດີ ຢາກ​ໃຫ້​ແກ້​ບັນ​ຫາ​ໄດ້​ຫັ້ນ​ແຫຼະ."

ທີ່​ຜ່ານ​ມາ​ ຣັ​ຖ​ບານ ກໍ​ໄດ້​ເປີດ​ສາຍ​ດ່ວນ ​ໃຫ້​ປະ​ຊາ​ຊົນ​ໂທ​ເຂົ້າ​ມາ​ສະ​ແດງ​ຄຳຄິດ, ຄຳ​ເຫັນ, ແຕ່ ປະ​ຊາ​ຊົນ​ໂທ​ໄປ​ຫຼາຍ​ຄັ້ງ ກໍ​ບໍ່​ມີ​ຄົນ​ຮັບ​ສາຍ ຫຼື ບາງ​ຄັ້ງ​ກໍ​ມີ​ຄົນ​ຮັບ​ຢູ່ ແຕ່ ກໍບໍ່ມີ​ຄົນ​ຮັບ​ສາຍ​ເປັນ​ປົກ​ຕິ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ຄົນ​ກໍ​ເຫັນ​ວ່າ ການ​ເປີດ​ສາຍ​ດ່ວນ ມັນ​ກໍ​ເປັນ​ຊ່ອງ​ທາງ​ນຶ່ງ ເພື່ອ​ໃຫ້​ປະ​ຊາ​ຊົນ ໄດ້​ໂທ​ເຂົ້າ​ໄປສະ​ແດງ​ຄຳ​ຄິດ​ເຫັນ ​ໃນ​ບັນ​ຫາ​ຕ່າງໆ ເພາະ​ວ່າ​ການກວດ​ສອບ ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ອົງ​ການ​ຂອງ​ຣັ​ຖ ຕ້ອງ​ເປີດ​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ.

ນັກ​ທຸ​ຣະ​ກິຈ ທ່ານ ນຶ່ງ​ໄດ້​ກ່າວ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີວ່າ:

" ໂທ ​ຫຼາຍ​ເທື່ອ ແຕ່​ເພິ່ນ​ຮັບ​ສາຍ​ມີ​ແຕ່ 3-4 ເທື່ອ ກາຍ​ນັ້ນ​ມີ​ແຕ່​ຕູດ​ຕູດ​ໆໆໆໆໆ ອັນ​ສາຍ​ດ່ວນ 1516 ແມ່ນ​ໂທ​ໄດ້​ເທື່ອ​ດຽວ ແຕ່​ວ່າ ສາຍ​ດ່ວນ​ສະ​ພາ ໃນ​ເວ​ລາ​ປະ​ຊຸມ​ສະ​ພາ​ແມ່ນ​ເພິ່ນ​ຮັບ."

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

" ການ ​ປາບ​ປາມ ການ​ສໍ້​ຣາ​ຊ​ບັງ​ຫຼວງ ການ​ຄໍ​ຣັບ​ຊັ້ນ ເວົ້າ​ພາ​ສາ​ຊາວ​ບ້ານ​ຄື​ວ່າ ການ​ໂກງ​ກິນ​ບ້ານ ເຈົ້າ​ບໍ່​ໃຫ້​ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ​ໃຫ້​ເຈົ້າ​ເຮັດ​ໄປ​ໂລດ ລ້ານ​ປີ​ເຈົ້າ​ກະ​ບໍ່​ສຳ​ເຣັດ ເພາະ​ເຈົ້າ​ບໍ່​ແມ່ນ​ຕາ​ໝາກ​ນັດ."

ໃນ​ເວ​ລາ ເປີດກອງ​ປະ​ຊຸ​ມ​ສະ​ພາແຫ່ງ​ຊາດ ມີ​ການ​ເປີດ​ສາຍ​ດ່ວນ​ ສະ​ພາ​ແຫ່ງ​ຊາດ ເພື່ອ​ໃຫ້​ປະ​ຊ​າ​ຊົນ​ໂທ​ເຂົ້າ, ມີ​ການ​ເປີດ​ສາຍ​ດ່ວນ​ຣັ​ຖ​ບານ ເພື່ອ​ໃຫ້​ປະ​ຊາ​ຊົນ​ໂທ​ເຂົ້າ ແລະ ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ກໍ​ມີ​ການ​ເປີດ​ສາຍ​ດ່ວນ ​ໃຫ້​ປະ​ຊາ​ຊົນ​ໂທ​ເຂົ້າ. ແຕ່ ພະ​ນັກ​ງານຂອງ​ຣັ​ຖ​ດ້ວຍ​ການ​ເອງ ກໍ​ບໍ່​ແນ່​ໃຈ​ວ່າ ສາຍ​ດ່ວນ​ດັ່ງ​ກ່າວ ຈ​ະ​ມີ​ປ​ະ​ສິດ​ທິ​ພາບ​ແນວ​ໃດ ແລະ ເຮັດ​ວຽກ​ໄດ້​ຫຼາຍ​ຂ​ນາດ​ໃດ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ໂອ້ຍ ຢ່າ ​ໄປ​ເວົ້າ​ນຳ​ສາຍ​ດ່ວນ​ ບ້ານ​ເຮົາ​ນ່າ ຫ້ອງ​ການ​ສູນ​ການ​ພັກ​ຊິ​ມີ​ຫຍັງ​ ມີ​ແຕ່ວ່າ ພາ​ຣະ​ບົດ​ບາດ​ຂອງ​ຫ້ອງ​ການ​ ສູນ​ກາງ​ພັກ​ກະ​ຣັ​ຖ​ບານ​ແຈ້ງ​ອອກ​ພວກນີ້ ກະ​ມີ​ແຕ່​ແປ​ຄຳ​ສັ່ງ​ວ່າ ຈັດ​ຕັ້ງ​ປະ​ຕິ​ບັດ​ໝົດ​ທໍ່​ນັ້ນ ແນວ​ອື່ນ​ກະ​ບໍ່​ມີ​ລະ."

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

" ເປັນ ​ແນວ​ໃດ ແຕ່​ສາຍ​ດ່ວນ​ຣັ​ຖ​ບານ​ກະ​ຍັງ​ປິດ ເຈົ້າ​ກະ​ໂທ​ເຂົ້າ​ແມ້​ປິດ​ໝົດ ສາຍ​ດ່ວນ​ສະ​ພາ ສາຍ​ດ່ວນ​ຣັ​ຖ​ບານ​ປິ​ດ​ໝົດ ບໍ່​ມີ​ນ່າ ບໍ່​ໄດ້​ນ່າ ບໍ່​ ບໍ່ໄດ້​ດອກ ເຈົ້າ​ລອງ​ໂທ​ເບິ່ງ​ເດີ."

ປະ​ມານ 10 ປີຜ່ານມາ, ສະ​ພາ​ແຫ່ງ​ຊາດເຄີຍ​ຣາຍ​ງານ ແລະ ເປີດ​ເຜີຍ ວ່າ ມີ​ຄົນ​ໂທ​ເຂົ້າສາຍ​ດ່ວນ​ສະ​ພາ​ແຫ່ງ​ຊາດເກືອບ 300 ສາຍ ໃນ​ເວ​ລາ​ທີ່​ເປີດກອງ​ປະ​ຊຸມ ​ສະ​ພາ​ແຫ່ງ​ຊາດ ເຊິ່ງ​ບັນ​ຫາ​ສ່ວນ​ຫຼາຍ​ກ່ຽວ​ພັນ​ກັບ​ຂໍ້​ຂັດ​ແຍ່ງ​ທີ່​ດິນ, ແຕ່ຕໍ່​ມາ​ ກໍ​ບໍ່​ມີ​ການ​ເປີດ​ເຜີຍຜົ​ລ​ ຂອງ​ການ​ເປີດ​ສາຍ​ດ່ວນ.