ກະຊວງປ້ອງກັນຄວາມສງົບ ໄດ້ປະຕິບັດວິໄນເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແຂວງສວັນນະເຂດ 5 ຄົນ ຊຶ່ງໃນນັ້ນ ຖືກປົດຊັ້ນ ແລະ ຕໍາແໜ່ງ ຈາກຊັ້ນພັນໂທ ລົງມາເປັນພັນຕຣີ 3 ນາຍ, ຂັ້ນວິຊາການ ງົດເລື່ອນຊັ້ນ 2 ນາຍ. ສໍາລັບນາຍຕໍາຣວດ ຜູ້ນໍາພາ ບັນຊາ ໄດ້ຖືກໄລ່ອອກຈາກການ. ພວກກ່ຽວໄດ້ຖືກລົງວິໄນ ຍ້ອນໄດ້ຍັກຍອກຢາເສບຕິດ ຈາກຈໍານວນຫລາຍ ມາເປັນຈໍານວນໜ້ອຍ ແລະພົວພັນສັງຄົມຊູ້ສາວ ເກີນຂອບເຂດ ຊຶ່ງເປັນການກະທໍາຜິດ ຕໍ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສງົບ, ອີງຕາມການຣາຍງານຂ່າວ ຂອງນັກຂ່າວປ້ອງກັນຄວາມສງົບ ແຂວງສວັນນະເຂດ ໃນມື້ວັນທີ 25 ມົກກະຣາ 2024 ນີ້.
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພານີ້ວ່າ ຕໍາຣວດທັງໝົດ 5 ນາຍ ທີ່ຖືກປະຕິບັດວິໄນນັ້ນ ບໍ່ໄດ້ຖືຶກດໍາເນີນຄະດີແຕ່ຢ່າງໃດ ເພາະຜູ້ເປັນຫົວໜ້າຕໍາຣວດ ຊັ້ນພັນໂທ ຂັ້ນບັນຊາ ຖືກໄລ່ອອກຈາກການ, ສ່ວນຜູ້ເປັນລູກນ້ອງ ຖືກປົດຊັ້ນ ປົດຕໍາແໜ່ງ ແລະຖືກໂຍກຍ້າຍໄປເຮັດວຽກໜ້າທີ່ອື່ນ ທີ່ຂຶ້ນກັບ ປກສ ແຂວງນີ້.
ດັ່ງທີ່ທ່ານກ່າວວ່າ:
" ເອີໆ ເພິ່ນປ່ອຍເພິ່ນປ່ອຍ. ມັນຖືກເພິ່ນປ່ອຍເດ້. ເພິ່ນປ່ອຍ ຫົວໜ້າຕໍາຣວດຊັ້ນພັນໂທ. ຂັ້ນບັນຊາ ອອກຈາກກໍາລັງ. ໂຍກຍ້າຍບ່ອນຢູ່, ໂຍກຍ້າຍບ່ອນຢູ່ ຂອງລູກນ້ອງ 4 ຄົນ ແລ້ວກໍປົດຊັ້ນ ປົດຕໍາແໜ່ງເດ່. "
ແລະເພື່ອນຮ່ວມງານ 2 ນາຍ ຂອງເຈົ້າໜ້າທີ່ຕໍາຣວດ ທີ່ຖືກລົງວິໄນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ຄືກັນວ່າ ໄດ້ຮູ້ເຣື່ອງທີ່ວ່ານັ້ນແລ້ວ ແລະວ່າ ມີແຕ່ຜູ້ເປັນຫົວໜ້າ ຂັ້ນບັນຊາ ທີ່ມີໂທດໜັກ ຖືກໄລ່ອອກ, ສ່ວນຜູ້ເປັນລູກນ້ອງ ຍັງເຫັນເຮັດວຽກ ປກສ ແຂວງຢູ່, ສ່ວນເຣື່ອງລາຍລະອຽດບໍ່ຮູ້ ຍ້ອນເປັນວຽກພາຍໃນຂອງຂັ້ນສູນກາງ.
" ໃນວົງອັນນັ້ນ (ລູກນ້ອງຕໍາຣວດ 4 ຄົນ) ກໍຄືເກົ່າເພິ່ນໄປປະຈໍາການຢູ່ ເພາະວ່າໂຕນີ້ເພິ່ນອັນ ທາງກະຊວງລົງມາ ປະຕິບັດເລີຍຫັ້ນນ່າ ເພາະວ່າ ກະຊວງເພິ່ນລົງມາອັນມາວິໄນ ມາປະຕິບັດວິໄນເອງ (ໄລ່ອອກ ຄື) ໂທດສະຖານໜັກ ແລ້ວວຽກໃນນໍາ. "
ພ້ອມກັນນັ້ນ ເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດອີກຜູ້ນຶ່ງ ເວົ້າເຣື່ອງຮູບແບບ ຂອງການລົງວິໄນເຈົ້າໜ້າທີ່ຕໍາຣວດວ່າ ຖ້າຜູ້ໃດຖືກໄລ່ອອກຈາກການແລ້ວ ບໍ່ສາມາດກັບເຂົ້າມາເປັນຕໍາຣວດໄດ້ອີກ, ແຕ່ສໍາລັບຜູ້ທີ່ຖືກປົດຊັ້ນ, ປົດຕໍາແໜ່ງ ແມ່ນຍັງເປັນຕໍາຣວດໄດ້ຕໍ່ໄປ.
" ເອີ! ຄັນວ່າປົດປ່ອຍອອກມາ ກໍແມ່ນບໍ່ສາມາດກັບມາ ຄັນວ່າປົດຊັ້ນກໍຖືວ່າ ຍັງຮັບໜ້າທີ່ຢູ່ແຕ່ວ່າປົດ ຖືກວິໄນຊື່ໆ ແຕ່ວ່າຄັນວ່າ ປົດປ່ອຍອອກຈາກກໍາລັງກໍຖືວ່າ ອອກເລີຍ. "
ກ່ຽວກັບເຣື່ອງນີ້ ປະຊາຊົນລາວ ກໍເວົ້າໃນມື້ດຽວກັນນີ້ວ່າ ຕໍາຣວດຄົນໃດ ທີ່ເຮັດຜິດກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສງົບ ໂດຍສະເພາະ ມີສ່ວນພົວພັນກັບຢາເສບຕິດ ແລະການຍັກຍອກຊັພສິນ ຄວນຖືກດໍາເນີນຄະດີ ຕາມກົດໝາຍ ຄືຖືກຄຸກ ຄືກັນກັບປະຊາຊົນ ບໍ່ແມ່ນແຕ່ ຈະຖືກປະຕິບັດວິໄນ ໄລ່ອອກ ຫລື ປົດຊັ້ນ ປົດຕໍາແໜ່ງເທົ່ານັ້ນ.
" ຖ້າເຈົ້າມີຄວາມຜິດແລ້ວ ອັນນຶ່ງແມ່ນຍັກຍອກຊັພສິນ. ອັນສອງລະແມ່ນພົວພັນ ກັບສິງເສບຕິດ ກໍຕ້ອງແນ່ນອນຢູ່ແລ້ວນ່າ ຕ້ອງໄດ້ປົດອອກຈາກໜ້າທີ່ຕໍາແໜ່ງ. ເວ້າເຣື່ອງລະບຽບເຣື່ອງກົດໝາຍ ມັນຕ້ອງ ຄັນເຈົ້າເຄື່ອນໄຫວ. ມັນຕ້ອງໄດ້ຖືກວິໄນຫັ້ນແລ້ວ ຕ້ອງໄດ້ຖືກຄຸກ ມັນບໍ່ແມ່ນວ່າເຈົ້າເປັນເຈົ້າໜ້າທີ່ ຕໍາຣວດ ມີອໍານາດ ມີອິດທິພົນ ແລ້ວສິບໍ່ຖືກຄຸກ ມັນຕ້ອງໄດ້ຖືກຄືກັນ. "
ເພື່ອຂໍຮູ້ຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງເຈົ້າໜ້າທີ່ຕໍາຣວດ ທີ່ເຮັດວຽກປາບປາມ ຢາເສບຕິດ, ແຕ່ໄດ້ຄໍາຕອບພຽງແຕ່ວ່າ ວຽກງານກວດກາ ການເຮັດວຽກຂອງເຈົ້າໜ້າທີ່ຕໍາຣວດ ເປັນໜ້າທີ່ຂອງກະຊວງປ້ອງກັນຄວາມສງົບ ພາກສ່ວນອື່ນ ບໍ່ສາມາດກ້າວກ່າຍໜ້າທີ່ຂອງຂັ້ນເທິງໄດ້.
ໃນປີ 2021 ທີ່ຜ່ານມາ ກະຊວງປ້ອງກັນຄວາມສງົບ ໄດ້ປະຕິບັດວິໄນ ເຈົ້າໜ້າທີ່ຕໍາຣວດ 2 ຄົນ ຄືຜູ້ນຶ່ງຊັ້ນຮ້ອຍເອກ ແລະອີກຜູ້ນຶ່ງຊັ້ນຮ້ອຍໂທ. ທັງ 2 ຄົນນີ້ ຖືກໄລ່ອອກຈາກການ ໂດຍບໍ່ໄດ້ຮັບນະໂຍບາຍອູດໜູນແຕ່ຢ່າງໃດ ຍ້ອນປ່ອຍປະລະເລີຍ ໃຫ້ຄົນຕ່າງປະເທດ ເຂົ້າມາພັກເຊົາ, ລີ້ຊ່ອນ ແລະປະ ກອບອາຊີພ ໂດຍບໍ່ໄດ້ຮັບອະນຸຍາດ, ພົວພັນກັບການຫລິ້ນການພະນັນເຖື່ອນ ອັນເປັນສາເຫດ ທີ່ເຮັດໃຫ້ມີການແພ່ຣະບາດ ຂອງເຊື້ອໂຄວິດ-19 ດັ່ງທີ່ເປັນຂ່າວນອງນັນອອກມາ.