ສະຫະຣັຖ ຈະຊ່ອຍເຫຼືອລາວ ຝຶກສອນ ຄຣູພາສາອັງກິດ

0:00 / 0:00

ສະ​ຖານ​ທູຕ​ ສະ​ຫະ​ຣັຖອາ​ເມ​ຣິ​ກາ​ ປະ​ຈຳ​ລາວ ຈະ​ນໍ​າ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ພາ​ສາ​ອັງ​ກິດ ໃຫ້ຄ​ຣູ ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ ປີ 2022-2023. ໃນ​ຂະ​ນະ​ທີ່ ນັກ​ສຶກ​ສາ​ບາງ​ຄົນ​ກໍ​ເຫັນ​ວ່າ ພາ​ສາ​ອັງ​ກິດ ​ຍັງ​ມີ​ຄວາມ​ສຳ​ຄັນ​ຫຼາຍ ກວ່າ​ພາ​ສາ​ອື່ນ ໃນ​ປັດ​ຈຸ​ບັນ.

ນັກ​ສຶກ​ສາ ພາກ​ວິ​ຊາພາ​ສາ​ອັງ​ກິດ ຄະ​ນະ​ອັກ​ສອນ​ສາ​ຕ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາຕ​ລາວ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ເສ​ຣີ ໃນ​ວັນ​ທີ 30 ທັນ​ວາ 2022 ວ່າ:

" ຖ້າ ​ຫາກວ່າ ຮຽນ​ພາ​ສາ​ຈີນ ກໍ​ຈະ​ໃຊ້​ພາ​ສາ​ຈີນ​ຢ່າງ​ດຽວ ໄປ​ປະ​ເທດ​ອື່ນບໍ່​ໄດ້ ແລ້ວ​ເວົ້າ​ພາ​ສາ​ອັງ​ກິດບໍ່​ໄດ້ ກໍ​ເຮັດ​ຫຍັງ​ບໍ່​ໄດ້ ແຕ່​ວ່າ ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ແລ້ວ ກໍ​ຄື ໄປ​ປະ​ເທດ​ໃດ ກໍ​ສາ​ມາດ​ໃຊ້​ພາ​ສາ​ອັງ​ກິດ ສື່​ສານ​ກັບ​ຄົນ​ຕ່າງ​ຊາ​ຕ ໄດ້​ແບບນີ້."

​ໃນ​ຂະ​ນະ​ທີ່ ປັດ​ຈຸ​ບັນ ມີ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ ຢູ່​ປະ​ເທດ​ລາວ ຫຼາຍ​ຂຶ້ນ ນັບ​ແຕ່ ຈີນ​ເຂົ້າ​ມາ​ມີ​ອິດ​ທິ​ພົນ​ຢູ່​ປະ​ເທດ​ລາວ ໂດຍ​ສະ​ເພາະ ໄດ້ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ແລະ ໂຄງ​ການ​ຕ່າງໆ ທີ່​ຈີນ​ເຂົ້າ​ມາ​ລົງ​ທຶນ ຈົນ​ຄ​ຣູ ​ຢູ່​ບາງ​ໂຮງ​ຮຽນ​ເຂົ້າ​ໃຈ​ວ່າ ພາ​ສາ​ຈີນ ສຳ​ຄັນ​ຄື​ກັນ​ພາ​ສາ​ອັງ​ກິດ.

ຄ​ຣູ ​ຂອງໂຮງ​ຮຽນ​ປະ​ຖົມ​ສຶກ​ສາ ​ແຫ່ງ​ນຶ່ງ ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ກ່າວ​ວ່າ:

" ສະ ເພາະ ​ພາ​ສາ​ຈີນນີ້​ເນາະ ພວກ​ຢູ່​ເຂດນອກ​ຈະ​ຍັງ​ບໍ່​ທັນ​ໄດ້ ແຕ່​ຢູ່​ໃນ​ເມືອງນີ້ ຂະ​ເຈົ້າ​ຈະ​ໄດ້​ໃຊ້​ຫຼາຍ​ຢູ່ເນາະ ແຕ່​ກໍ​ຄື​ວ່າ ມັນ​ກໍ​ມີ​ບົດ​ບາດເທົ່າໆ ກັນ ກໍ​ຄື​ວ່າ ການ​ຮຽນ​ດຽວນີ້ ຫັ້ນ​ເນາະ ຂ​ແນງ​ການ​ໃດ ເຂົາ​ກໍ​ຕ້ອງ​ການ​ວ່າ ຜູ້​ທີ່​ມີ​ຄວາມ​ຮູ້ ຄວາມ​ສາ​ມາດ​ຫຼາຍ​ຢ່າງຫັ້ນ​ນ່າ​ເນາະ ເພາະ​ວ່າ ຄັນ​ເຮົາ​ຮູ້​ພາ​ສາ​ອັງ​ກິດ​ ແຕ່ ບໍ່​ຮູ້​ພາ​ສາ​ຈີນ ຄັນ​ເຮັດ​ວຽກ​ມັນ​ກໍ​ຍາກ​ຄື​ກັນ​ດຽວນີ້ຫັ້ນ. ບາງ​ໂຮງ​ຮຽນ​ຂະ​ເຈົ້າ​ກໍ​ວ່າ ເອີ ເຈົ້າ​ຕ້ອງ​ຮູ້​ພາ​ສາ​ຈີນດ້ວຍ​ເດີ ແນວ​ນັ້ນ ແນວນີ້ ຫັ້ນ​ນ່າ ເພາະ​ວ່າ ເຮົາ​ໄປ​ສ​ມັກ​ງານ​ຫັ້ນ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ​​ໃນ​ໂຮງ​ຮຽນ​ສາ​ມັນ​ທົ່ວ​ໄປ ຢູ່​ປະ​ເທດ​ລາວ ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ.

ຄ​ຣູ​ໂຮງ​ຮຽນ​ປະ​ຖົມ ຄົນ​ດຽວ​ກັນ​ນີ້ ກ່າວ​ຕື່ມ​ວ່າ:

" ຂະ ​ເຈົ້າ​ຈະ​ເຣີ່ມ​ຮຽນ​ຕັ້ງ​ແຕ່​ປະ​ຖົມ​ປີທີ 3 ເນາະ ຢູ່​ລາວ ສາ​ເຫດ​ມັນ​ກໍ​ຄື​ວ່າ ໂດຍ​ສະ​ເພາະ​ອ້າຍ​ກໍ​ຍັງ​ບໍ່​ໄດ້​ພາ​ສາ​ອັງ​ກິດ​ເທື່ອ ຂ​ນາດ​ເປັນ​ຄ​ຣູ​ສອນ ກໍ​ຢ່າງ​ທີ່​ວ່າ​ຫັ້ນ​ແຫຼະ ມັນ​ບໍ່​ໄດ້​ມີ​ໂອ​ກາດ​ຮຽນ ໂດຍ​ສ​ະ​ເພາະ​ຄົນ​ທີ່​ຢູ່​ເຂດນອກ ຫັ້ນ​ນ່າ​ເນາະ ການ​ໃຊ້​ພາ​ສາ​ອັງ​ກິດ ມັນ​ກໍ​ຄື​ວ່າ ມັນ​ບໍ່​ໄດ້​ໃຊ້​ຫັ້ນ​ນ່າ ຂະ​ເຈົ້າ​ກໍ​ບໍ່​ທັນ​ລົງ​ເລິກ​ເຣື່ອງນີ້​ເທື່ອ."

ຢູ່​ປະ​ເທດ​ລາວ​ສ່ວນ​ຫຼາຍ ຍັງ​ຂາດຄ​ຣູ​ທີ່​ຈົບ​ມາ​ສະ​ເພາະດ້ານ​ພາ​ສາ​ອັງ​ກິດ ສະ​ນັ້ນ ຄ​ຣູ​ຄົນ​ນຶ່ງ ຕ້ອງ​ສອນ​ຄວບ​ຫຼາຍ​ວິ​ຊາ​ໄປ​ພ້ອມ​ກັນ ແລະ ທັງ​ມີ​ການ​ຄວບ​ຫ້ອງ​ຮຽນ​ໄປ​ນຳ​ອີກ. ຜູ້​ປົກ​ຄອງ​ນັກ​ຮຽນ​ມັ​ທ​ຍົມ​ສຶກ​ສາ ​ປີ​ທີ 2 ທ່ານ​ນຶ່ງ ໄດ້​ກ່າວ ວ່າ:

" ໂອ້ ​ອັນ​ນີ້ ມັນ​ຂຶ້ນ​ກັບ​ທ້ອງ​ຖິ່ນເນາະ ມັນ​ຂຶ້ນ​ຢູ່​ກັບ​ບ່ອນ​ທີ່​ຂະ​ເຈົ້າ​ສອນ​ຫັ້ນ ເວົ້າ​ເຣື່ອງ​ນາຍ​ຄ​ຣູສອນ​ຫັ້ນ​ແຫຼະ ຄ​ຣູ​ສອນ​ຫັ້ນ ມັນ​ບໍ່​ໄດ້ນຶ່ງ​ມາ ນາຍ​ຄ​ຣູ​ເຮົາ ມັນ​ກະ​ບໍ່​ແມ່ນ ນາຍ​ຄ​ຣູ​ພາ​ສາ​ອັງ​ກິດແທ້ ໄປ​ສອນ​ເນາະ ແມ່ນ​ນາຍ​ຄ​ຣູ​ຜູ້​ດຽວ​ສອນ 4-5 ວິ​ຊາ ລວມ​ທັງ​ພາ​ສາ​ອັງ​ກິດແດ່ ຄັນເຮົາ​ອີງ​ໃສ່​ເອົາ​ນາຍ​ຄ​ຣູ​ພາ​ສາ​ອັງ​ກິດ ແທ້ມາ​ສອນ​ແທ້ ມັນ​ກໍ​ໄດ້​ຫັ້ນ​ນ່າ."

ສຳ​ລັບ​ໂຄງ​ການ ​ທີ່​ທາງ​ສະ​ຖານ​ທູຕ ສ​ະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະນຳ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ໃຫ້​ຄ​ຣູ​ລາວ​ນັ້ນ ຈະ​ເລີ່​ມ​ຕົ້ນ ຈາກ​ນະ​ຄນ​ຫລວງວຽງ​ຈັນ ແລ້ວ ຫຼັງ​ຈາກ​ນັ້ນ ກໍ​ຈະ​ຂ​ຍາຍ​ໄປ​ແຂວງ​ອື່ນໆ.

ສ່ວນ​ວ່າ ນັກ​ນ​ຮຽນ​ທີ່​ມີ​ໂອ​ກາດ ​ຮຽນ​ຮຽນ​ພາ​ສາ​ອັງ​ກິດ ແລະ ພາ​ສາ​ອື່ນໆ ສ່ວນ​ຫຼາຍ​ມາ​ຈາກ​ຄອບ​ຄົວ​ທີ່ມີ​ຄວາມ​ເປັນ​ຢູ່​ທີ່​ດີ. ເຈົ້າ​ໜ້າ​ທີ່ ​ເຮັດ​ວຽກ​ດ້ານ​ການ​ສຶກ​ສາ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ຢູ່ ໂຮງ ຮຽນ ມັນ ເປັນ ແຜນ ການ ຂອງ ກະ ຊວ ສຶກ ສາທິ ການ ພວກ ເຮົາ ກໍ ຝຶກ ອົບ ຮົມ ຣູສອນ ພາ ສາ ອັງ ກິດປະ ຖົມ ມັ ຍົມ . ປາຍ ແຕ່ ມັນ ກໍ ເວົ້າ ເຣື່ອງ ແບບ ຄັນ ຖ້າ ໃນ ເມືອງ ຖ້າ ຖາ ນະ ທາງ ບ້ານ ທາງ ຄອບ ຄົວ ດີ ເພິ່ນ ກໍ ສົ່ງ ເສີມ ໃຫ້ ຮຽນ ."

ໃນ​ວັນ​ທີ 28 ທັນ​ວາ ທີ່​ຜ່ານ​ມາ ທ່ານ ປີ​ເຕີຣ໌ ເຮ​ມ໋ອນດ໌ (Peter M. Haymond) ເອກ​ອັກ​ຄະ​ຣັ​ຖ​ທູຕ ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ປະ​ຈຳ​ ສປປ ລາວ ໄດ້​ຮ​ວ່ມ​ລົງ​ນາມ ເຊັນ​ສັນ​ຍາ ຮ່ວມ​ມືກັບ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພື່ອ​ນຳ​ເອົາ​ຜູ້​ຊ່ຽວ​ຊານ ທາງ​ດ້ານ​ພາ​ສາ​ອັງ​ກິດ ຈຳ​ນວນ 3 ທ່ານ ແລະ ຜູ້​ຊ່ວຍ​ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ຈຳ​ນວນ 11 ທ່ານ ເພື່ອ​ມາ​ສອນ​ພາ​ສາ​ອັງ​ກິດ​ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລວມ​ເຖິງ​ພາກ​ເໜືອ ແລະ ພາ​ກ​ໃຕ້ ພາຍ​ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ 2022-2023.

ກ່ອນ​ໜ້ານີ້ ເວ​ບ​ໄຊ້ຕ໌ ທີ່​ຊື່​ວ່າ EF English Proficiency Index ໄດ້​ຈັດ​ອັນ​ດັບ ​ທັກ​ສະ​ພາ​ສາ​ອັງ​ກິດຂອງ​ຄົນ​ລາວ ຢູ່​ໃນ​ອັນ​ດັບ​ທີຕ່ຳ​ທີ່​ສຸດ ໃນ​ບັນ​ຫາ​ດາ ​ປະ​ເທດ​ອາ​ຊ້ຽນ 10 ປະ​ເທດ ແລະ ເປັນ​ອັນ​ດັບທີ 111 ຂອງ​ໂລກ ເຊິ່ງ​ເປັນ​ອັນ​ດັບ​ທີ່​ຕ່ຳ.