ນະຄອນຫຼວງ ກວດພົບ 30 ຕື້ກີບ ຈ່າຍນອກແຜນ

0:00 / 0:00

ນະ​ຄອ​ນຫລວງວຽງ​ຈັນ​ ກວດ​ສອບ​ເຫັນ​ລາຍ​ຮັບ​ເພີ່ມ​ໃນ​ຂແນງ​ອາ​ກອນ, ກວດ​ສອບ​ເຫັນການ​ຈ່າຍ​ນອກ​ແຜນ​ໃນ​ຂແນງງວິ​ຊາ​ການ, ກວດ​ສອບ​ເຫັນ ຜແນກ​ສຶກ​ສາ-ກິ​ລາ ​ເອົາ​ເງິນ​ໄປ​ຝາກ​ທະ​ນາ​ຄານ​ທຸ​ຣະ​ກິດ​ໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຜແນກ​ການ​ເງິນ.

ທ່ານ ຄຳ​ມອນ ບົວ​ພັນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ຣັ​ຖປະ​ຈຳ​ພາກ​ກາງ ໄດ້​ກ່າວ ຢູ່​ໃນ​ກອງປະຊຸມສມັຍສາມັນຄັ້ງທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ່ 1 ໃນ​ວັນທີ 28 ທັນ​ວາ 2020 ຕອນ​ນຶ່ງວ່າ:

"ຣາຍ ​ຮັບ​ກວດ​ກາ​ເຫັນ​ເພີ້ມ ສຳ​ລັບ​ບ້ວງ​ສ່ວຍ​ສາ​ອາ​ກອນ ແລະ ບ້ວງ​ອື່ນໆ ຈຳ​ນວນ 13.90 ຕື້ ກີບ ຊຶ່ງ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ​ຈຳ​ນວນ 6.71 ຕື້ ກີບ."

ໜ່ວຍ​ງານ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ໃຊ້​ຈ່າຍ​ເງິນ​ວິ​ຊາ​ການນອກ​ແຜນປະ​ມານ 14 ຕື້ ກີບ ໂດຍ ບໍ່​ມີ​ການ​ບັນ​ທຶກການ​​ຮັບ-ການ​ຈ່າຍ, ທ່ານ ຄຳ​ມອນ ບົວ​ພັນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ຣັ​ຖ ປະ​ຈຳ​ພາກ​ກາງ ກ່າວ​ວ່າ:

"ລາຍ ​ຮັບ​ວິ​ຊາ​ການ​ຈຳ​ນວນ 14.87 ຕື້ ກີບ ທີ່​ໄປ​ຈ່າຍນອກ​ແຜນ ຊຶ່ງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ການ​ຈົດ​ຮັບ​ຈົດ​ຈ່າຍ ຈຳ​ນວນ 0.31 ຕື້ ກີບ ແລະ ຍັງ​ເຫຼືອ​ຈຳ​ນວນ 14.36 ຕື້​ກີບ ແມ່ນ​ຍັງບໍ່​ໄດ້​ດຳ​ເນີນ​ຕາມ​ຂັ້ນ​ຕອນ ຈົດ​ຮັບ-​ຈົດ​ຈ່າຍ."

ນອກ​ຈາກນີ້ ອົງ​ການກວດ​ສອບ​ແຫ່ງ​ຣັ​ຖ ຍັງ​ກວດ​ພົບ​ວ່າ ຜ​ແນກ​ສຶກ​ສາ-ກິ​ລາ ແລະ ຫ້ອງ​ການ​ຄຸ້ມ​ຄອງ​ບໍ​ຣິ​ຫານ​ຕົວ​ເມືອງວຽງ​ຈັນໄດ້​ເອົາ​ເງິນ​ໄປ​ຝາກ​ທະ​ນາ​ຄານທຸ​ຣະ​ກິດໂດຍບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ທ່ານ ຄຳ​ມອນ ກ່າວ​ຕື່ມ​ອີກວ່າ:

"ພະ ​ແນກ​ສຶກ​ສາ-ກິ​ລາ ແລະ ຫ້ອງ​ການ​ຄຸ້ມ​ຄອງ​ບໍ​ຣິ​ຫານຕົວ​ເມືອງວຽງ​ຈັນ ໄດ້​ເອົາ​ເງິນ​ໄປ​ຝາກ​ຢູ່​ທະ​ນາ​ຄານ​ທຸ​ຣະ​ກິດໂດຍ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ຜແນກ​ການ​ເງິນ​ນະ​ຄອນ​ຫລວງວຽງ​ຈັນຈຳ​ນວນ 5 ບັນ​ຊີ ຍອດ​ເຫຼື​ອ​ໃນ​ວັນ​ທີ 31 ທັນວາ 2018 ແມ່ນ 1.36 ຕື້ ຊຶ່ງ​ໃນ​ປີ 2019 ບໍ່​ໄດ້​ຮັບ​ການ​ປັບ​ປຸງ​ແກ້​ໄຂ ແລະ ຍັງ​ໃຊ້​ຈ່າຍ​ຈຳ​ນວນ​ເງິນ 1.35 ຕື້ ກີບ ຮອດ​ວັນ​ທີ 31 ປີ 2019 ຍອ​ດ​ເຫຼືອຈຳ​ນວນ 0.01 ຕື້ ກີບ."

ເງິນ​ທີ່​ຂແນງ​ການ​ດັ່​ງ​ກ່າວ​ນຳ​ໄປ​ໃຊ້​ຈ່າຍນອກ​ແຜນມີ​ທັງ​ໝົດປະ​ມານ 30 ຕື້ກີບ.ບັນ​ຫາແບບນີ້ມັນ​ເກີດ​ຂຶ້ນ​ມາ​ດົນໄດ້​ຫຼາຍ​ປີ​ແລ້ວ, ແຕ່​ຖ້າ​ຈະ​ເອົາ​ຈິງ​ແທ້ຕ້ອງ​ນຳ​ຈັບ ແລະ ຢຶດ​ຊັບ​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ມີ​ສ່ວນ​ພົວ​ພັນ. ດັ່ງຈົ້າ​ໜ້າ​ທີ່​ທາງ​ການ​ລາວ​ທ່ານ​ນຶ່ງ ຜູ້​ທີ່​ບໍ່​ປະ​ສົງ​ອອກ​ຊື່ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 28 ທັນ​ວາ ວ່າ:

"ແຕ່ ​ວ່າ ເພິ່ນ​ແກ້​ຢູ່ດອກເພິ່ນ​ກະ​ແກ້ເຮົາ​ເບິ່ງ​ແລ້ວມັນ​ກະ​ຄື​ຈັ່ງ​ວ່າບັນ​ຫາ​ມັນ​ສະ​ສົມ​ມາ​ຕັ້ງ​ແຕ່ ມັນ​ບໍ່​ແມ່ນ 20 ກວ່າ​ປີມາ​ພຸ້ນ​ລະ​ເບາະມັນ​ໝັກ​ໝົມສະ​ສົມ​ມາຊິ​ມາ​ແກ້ 2-3 ປີ 4-5 ປີ ເປັນ​ໄປ​ບໍ່​ໄດ້ມັນ​ກະ​ຊິ 10 ປີ 20 ປີ ໄປ​ຈັ່ງ​ຊັ້ນ​ລະຄັນ​ເອົາ​ໃຈ​ໃສ່ຈິງ​ໃຈ ແກ້​ກັນ​ແທ້ໆ ເຫັນ​ປັບຈັບ​ໃສ່​ຄຸກຢຶດ​ຊັບ​ມີ​ຊັບ​ເອົາ​ໄປ​ເຊື່ອງ​ຢູ່​ໃສນຳ​ຈັບ ຜູ້​ທີ່​ເປັນ​ Nominee [ຜູ້​ທີ່​ເປັນ​ຕົວ​ແທນ."

ຢູ່​ປະ​ເທດ​ລາວຍັງ​ມີ​ຣະ​ບົບ​ຄົນ​ເຈົ້າ ຄົນ​ຂ້ອຍສະ​ນັ້ນມັນ​ຈຶ່ງ​ບໍ່​ສາ​ມາດກວ​ດ​ກາ ແລະ ບໍ່​ສາ​ມາດ​ລົງ​ໂທດ​ກັນ​ຢ່າງ​ເດັດ​ຂາດ. ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ວ່າ:

"ເຫັນ ​ແລ້ວ​ກະ​ວ່າມີ​ພົວ​ພັນ​ຣະ​ດັບ​ໃດວ່າ​ຈັ່ງ​ໃດຄົນ​ກູ​ຄົນ​ມຶງ​ຈັ່ງ​ຊັ້ນ​ຊິ​ນ່າ ມັນ​ຣະ​ບົບ​ອຸ​ປະ​ຖຳ​ມັນ​ລະ​ຍາກ​ຫຼາຍຄວາມ​ເຊື່ອ​ໝັ້ນ​ຈ​າກ​ປະ​ຊາ​ຊົນຖື​ວ່າບໍ່​ມີ​ແຫຼະສຳ​ລັບ​ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ໝັ້ນ."

ເຖີງ​ຢ່າງ​ໃດ​ກໍ​ຕາມ, ປະ​ຊາ​ຊົນ ຍັງ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ເຣື່ອງ​ການກວດ​ສອບຂອງ​ຣັ​ຖ​ບານ. ປະ​ຊາ​ຊົນ ທ່ານ ນຶ່ງ ໄດ້​ກ່າວຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 28 ທັນ​ວາ ວ່າ:

"ມີ ​ແຕ່ກວດ​ສອບ​ໄດ້​ທໍ່​ນັ້ນ ທໍ່​ນີ້ ບໍ່​ເຫັນ​ລົງ​ດາບ​ໃຜ​ຈັກ​ຄົນ ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ດອກ​ພວກນີ້​ນະກວດ​ສອບກະ​ກວດ​ສອບ​ໄປ​ຊື່ໆ ອັນ​ນີ້ເວົ້າ​ຖາ​ນະ​ປະ​ຊາ​ຊົນ​ແທ້ໆ ໃດ​ນີ້​ນະເພາະ​ວ່າທີ່​ຜ່ານ​ມານີ້ທຸກ​ຄົນ​ຮູ້ ແລະ ກະ​ໄດ້​ຍິນ​ກັບ​ຫູຈະ​ເປັນ​ນາງວຽງ​ທອງ​ເບາະ ຈະ​ເປັນ​ບຸນ​ທອງ​ຈິດ​ມະ​ນີ​ເບາະ ກະ​ຖແລງ​ຕໍ່​ສະ​ພາ​ເດ້ວ່າ​ກວດ​ສອບ​ໂຄງ​ການໜ່ວຍ​ງານ​ນັ້ນ ກະ​ຊວງນີ້ ແຂວງ​ນັ້ນ ກະ​ບໍ່​ເຫັນ​ລົງ​ເອີຍ​ວ່າ ເຮົາ​ຕ້ອງ​ລົງ​ໂທດ​ທ່ານນີ້ ທ່ານ​ນັ້ນ ສະ​ຫາຍ​ນັ້ນ ບໍ່​ມີ."

ອົງການກວດກາຣັ​ຖ​ບານ ໄດ້ເປີດເຜີຍວ່າ ໃນປີ 2019 ມີເຈົ້າໜ້າທີ່ຣັຖ ປະມານ 700 ຄົນຖືກລົງວິໄນໃນຄວາມຜິດສໍ້ຣາດບັງຫຼວງໃນນັ້ນຖືກໄລ່ອອກ 400 ຄົນ.

ຄວາມເສັຍຫາຍຈາກການສ້ຳຣາດບັງຫຼວງຄິດເປັນມູນຄ່າ ຫຼາຍກວ່າ 1 ພັນຕື້ກີບ, 10 ລ້ານໂດລາ, 24 ລ້ານບາດ, ແຕ່ຣັຖບານສາມາດເກັບຄືນມາໄດ້ພຽງແຕ່ 35 ຕື້ກີບ, 2 ແສນໂດລາ ແລະ 10 ລ້ານບາດ ອີງ​ຕາມ​ຂໍ້​ມູ​ນ​ຈາກ​ອົງ​ການກວດ​ຣັ​ຖ​ບານ.

ໃນປີ 2019 ອົງການຄວາມໂປ່ງໄສ ສາກົນ ຫຼື Transparency ໄດ້ຈັດໃຫ້ ສປປ ລາວ ຢູ່ອັນດັບທີ 130 ຂອງປະເທດທີ່ມີການສໍ້ຣາດບັງຫຼວງຫຼາຍທີ່ສຸດໃນໂລກ ຈາກທັງໝົດ 198 ປະເທດ ສ່ວນວ່າປີ 2018 ປະເທດລາວຢູ່ໃນອັນດັບ 132. ປະເທດໃດ ທີ່ຖືກຈັດອັນທີຫຼາຍເທົ່າໃດຖືວ່າ ການສໍ້ຣາສ-ບັງຫຼວງໃນປະເທດກໍຫຼາຍເທົ່ານັ້ນ.