ອາຊ້ຽນ-ຈີນ ຕົກລົງປາບປາມ ອາດຊະຍາກໍາ ທາງໄຊເບີ້
2024.10.10
ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຂອງປະເທດລາວ ປະທານກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ຄັ້ງທີ 44 ແລະ 45 ພ້ອມກັບຜູ້ນໍາປະເທດອາຊ້ຽນ ທັງ 10 ປະເທດ ຮ່ວມກອງປະຊຸມ ອາຊ້ຽນ-ຈີນ ຄັ້ງທີ 27 ເພື່ອພົບພໍ້ ແລະເຈລະຈາ ໃນປະເດັນຕ່າງໆ ກັບທ່ານ ຫຼີ່ ສຽງ (Li Qiang) ນາຍົກລັດຖະມົນຕີ ຂອງຈີນ ໃນຕອນເຊົ້າ ຂອງວັນທີ 10 ຕຸລາ 2024 ນີ້ ທີ່ຫໍປະຊຸມແຫ່ງຊາດລາວ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວວ່າ ນັບແຕ່ປີ 2008 ເປັນຕົ້ນມາ ປະເທດຈີນ ຖືເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອາຊ້ຽນ 15 ປີຊ້ອນ ແລະອາຊ້ຽນເອງ ກໍ່ເປັນຄູ່ຄ້າທີ່ໃຫຍ່ທີ່ສຸດ ຂອງປະເທດຈີນ 3 ປີຊ້ອນ ນັບແຕ່ປີ 2020 ເປັນຕົ້ນມາ, ດັ່ງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວໃນກອງປະຊຸມເທື່ອນີ້ ໃນຕອນໜຶ່ງວ່າ:
“ສປ.ຈີນ ເປັນຄູ່ເຈລະຈາທີ່ສໍາຄັນໜຶ່ງ ແລະຫ້າວຫັ້ນ ຂອງອາຊ້ຽນ ການພົວພັນອາຊ້ຽນ-ຈີນ ເປັນການພົວພັນ ທີ່ໃກ້ຊິດ ມີເນື້ອໃນ ແລະຕ່າງຝ່າຍ ຕາງໜ້າຜົນປະໂຫຍດ ການພົວພັນຮ່ວມມືອາຊ້ຽນ-ຈີນ ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ກວມເອົາ ການຮ່ວມມື ດ້ານການເມືອງ ຄວາມໝັ້ນຄົງ ດ້ານເສດຖະກິດ ວັດທະນາທໍາ-ສັງຄົມ ແລະໄດ້ຖືກຍົກລະດັບຂຶ້ນ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2021.”
ສໍາລັບກອງປະຊຸມເທື່ອນີ້ ຜູ້ນໍາອາຊ້ຽນ ແລະຈີນ ໄດ້ຮັບຮອງເອົາ 5 ເອກະສານສໍາຄັນ ຈາກຜົນຂອງການປະຊຸມ ກ່ອນໜ້ານີ້ ເຊິ່ງມີລາຍລະອຽດ ດັ່ງນີ້.
- ຖະແຫຼງການຮ່ວມ ອາຊ້ຽນ-ຈີນ ວ່າດ້ວຍການ ຕ້ານການສໍ້ໂກງດ້ານເຄືອຂ່າຍ ທາງໂທລະຄົມ ແລະການພະນັນອອນລາຍ.
- ຖະແຫຼງການຮ່ວມ ອາຊ້ຽນ-ຈີນ ວ່າດ້ວຍ ການຮັດແໜ້ນ ການຮ່ວມມືດ້ານການໄປ-ມາ ຫາສູ່ກັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ.
- ຖະແຫຼງການຮ່ວມ ອາຊ້ຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາກະສິກໍາ ແບບທັນສະໄໝ.
- ຖະແຫຼງການຮ່ວມ ອາຊ້ຽນ-ຈີນ ວ່າດ້ວຍ ການຮ່ວມມື ເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດດິຈິຕ໋ອນ ທີ່ກວມລວມ ແລະຍືນຍົງ.
- ຖະແຫຼງການຮ່ວມ ອາຊ້ຽນ-ຈີນ ວ່າດ້ວຍ ການສະຫຼຸບເນື້ອໃນສໍາຄັນ ຂອງການເຈລະຈາ ຍົກລະດັບສັນຍາ ການຄ້າເສລີ ອາຊ້ຽນ-ຈີນ ສະບັບທີ 3.0.
ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຂອງປະເທດໄທ ໄດ້ໃຫ້ຂໍ້ມູນກ່ຽວກັບກອງປະຊຸມ ອາຊ້ຽນ-ຈີນ ໃນຄັ້ງນີ້ວ່າ ປະເທດໄທ ໄດ້ໃຫ້ຄວາມສໍາຄັນ ກັບຫຼາຍບັນຫາ ແລະສະເໜີໃຫ້ປະເທດອາຊ້ຽນ ແລະຈີນ ຮ່ວມມືກັນ ແກ້ໄຂບັນຫາ ແລະຂໍ້ຂັດແຍ່ງຕ່າງໆ ໂດຍສະເພາະ ບັນຫາອາດຊະຍາກໍາທາງໄຊເບີ້, ຄວາມຂັດແຍ່ງ ໃນມຽນມາ ແລະຂໍ້ຂັດແຍ່ງ ໃນທະເລຈີນໃຕ້ ທີ່ຄວນຈະມີການ ຫາແນວທາງແກ້ໄຂ ຢ່າງມີປະສິດທິພາບ, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 10 ຕຸລາ ນີ້ວ່າ:
“ໄທ ກະໃຫ້ຄວາມສໍາຄັນ ກັບເລື່ອງ ການຕໍ່ຕ້ານອາດຊະຍາໄຊເບີ້ ແລ້ວກະອາດຊະຍາກໍາຂ້າມແດນອື່ນໆ ເຊັ່ນ: ການຄ້າມະນຸດ, ຢາເສບຕິດຂ້າມແດນ, ໄພພິບັດມົນລະພິດ, ຄວາມພະຍາຍາມຮ່ວມກັນ ໃນການຈັດການສະຖານະການ ໃນທະເລຈີນໃຕ້ ແລະຂໍ້ຂັດແຍ້ງ ໃນມຽນມາ.”
ທາງດ້ານ ເຈົ້າໜ້າທີ່ທະນາຄານພັດທາອາຊີ ຫຼື ADB ປະຈໍາລາວ ກ່າວວ່າ ອາຊ້ຽນ ຕ້ອງໄດ້ຮ່ວມມືກັນຢ່າງຈິງຈັງ ເພື່ອເຮັດໃຫ້ສະມາຄົມອາຊ້ຽນ ເກີດຄວາມເຂັ້ມແຂງ, ເພິ່ງພາໂຕເອງໄດ້ ທັງໃນເລື້ອງຂອງຄວາມໝັ້ນຄົງ ຂອງສະບຽງອາຫານ, ພະລັງງານ, ສັງຄົມ-ການເມືອງ ເພື່ອທ່ວງດືງ ອິດທິພົນຈາກປະເທດຈີນ ໂດຍສະເພາະ ເລື່ອງການຄ້າ-ການລົງທຶນ ທີ່ປະເທດອາຊ້ຽນ ຕ້ອງບໍ່ເພິ່ງພາຈີນ ຫຼາຍຈົນເກີນໄປ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:
“ຈີນນີ້ ມັນກະເປັນທ່າແຮງທີ່ດີ ແຕ່ວ່າ ບັນດາປະເທດອາຊ້ຽນ ອາດຈະ ມີການຮ່ວມມືສູງຂຶ້ນ ໃນແງ່ຂອງ ຄວາມໝັ້ນຄົງ ສະຖຽນລະພາບ ການເພິ່ງພາໂຕເອງຫັ້ນນ່າ ມັນກະຕ້ອງສົມດຸນ.”
ຂະນະທີ່ ຮອງສາດຕຣາຈານ ດຣ. ປິຕິ ສຣີແສງນາມ ຜູ້ອໍານວຍການເສດຖະກິດ ລະຫວ່າງປະເທດ, ສູນສຶກສາອາຊ້ຽນ ຈຸລາລົງກອນມະຫາວິທະຍາໄລ ປະເທດໄທ ກ່າວວ່າ ຫຼາຍປີມານີ້ ປະເທດຈີນ ຖືວ່າເຂົ້າມາມີບົດບາດຫຼາຍ ໃນພາກພື້ນອາຊ້ຽນ ເຊິ່ງມີທັງເລື່ອງທີ່ດີ ແລະເລື່ອງທີ່ບໍ່ດີ ແຕ່ປະເທດອາຊ້ຽນ ຄວນຈະຕຽນຄວາມພ້ອມ ທີ່ຈະຮັບມື ແລະແກ້ໄຂກັບບັນຫາ ໄດ້ຢ່າງທັນການ ໂດຍສະເພາະ ເລື່ອງການຄ້າ-ການລົງທຶນຂອງຈີນ ທີ່ປະເທດອາຊ້ຽນ ຕ້ອງມີຄວາມພ້ອມ ໃນການຮັບມືຢ່າງເປັນຮູບປະທໍາ ແລະມີປະສິດທິພາບ ລວມເຖິງ ສຶກສາການເຂົ້າມາຂອງຈີນ ໃນພາກພື້ນອາຊ້ຽນ ຢ່າງເລິກເຊິ່ງ ແລະຮອບດ້ານ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ຕຸລາ ນີ້ວ່າ:
“ຈີນ ເຂົ້າມາມີບົດບາດຫຼາຍຂຶ້ນ ແລະຈີນ ກາຍມາເປັນແກນຫຼັກ ໃນເລື່ອງ ຂອງຄວາມສໍາພັນ ລະຫວ່າງປະເທດ ເລື່ອງຂອງເສດຖະກິດໃນອາຊ້ຽນ ດັ່ງນັ້ນ ການປະຊຸມສຸດຍອດອາຊ້ຽນ-ຈີນ ເທືື່ອນີ້ ມັນກະເປັນຮູບແບບ ການປະຊຸມແບບຈີນ ກະຄື ທຸກຍ່າງ ຕ້ອງໂອ້ລົມກັນສໍາເລັດແລ້ວ ຜູ້ນໍາມາຮອດ ກະພຽງໃຫ້ຄວາມໃຫ້ດີ ກັບສິ່ງທີ່ໂອ້ລົມກັນກ່ອນໜ້ານີ້ ສິ່ງທີ່ເຮົາຕ້ອງຮູ້ສຶກ ກະຄື ເຮົາ (ອາຊ້ຽນ) ຕ້ອງຮູ້ເທົ່າທັນຈີນ ເບິ່ງຈີນ ຕາມທີ່ຈີນເປັນ.”
ສໍາລັບກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ຄັ້ງທີ 44 ແລະ 45 ໃນມື້ວັນທີ 10 ຕຸລາ 2024 ນີ້ ປະເທດອາຊ້ຽນ ບໍ່ໄດ້ພົບພໍ້ ຫາລືສະເພາະຈີນ ປະເທດດຽວເທົ່ານັ້ນ ແຕ່ປະເທດອາຊ້ຽນ ຍັງໄດ້ເພີ່ມທະວີການຮ່ວມມື ກັບອີກຫຼາຍປະເທດ ຄື: ເກົາຫຼີໃຕ້, ຍີ່ປຸ່ນ, ອິຕາລີ, ອິນເດຍ ແລະການາດາ.
ສ່ວນໃນມື້ວັນທີ 11 ຕຸລາ 2024 ນີ້ ປະເທດອາຊ້ຽນ ແມ່ນຈະໄດ້ພົບພໍ້ ຫາລືກັບຜູ້ນໍາປະເທດ ສະຫະລັດອາເມລິກາ, ການປະຊຸມສຸດຍອດອາຊ້ຽນ-ເອເຊຍຕາເວັນອອກ, ກອງປະຊຸມອາຊ້ຽນ-ອົງການສະຫະປະຊາຊາດ, ກອງປະຊຸມທີ່ກ່ຽວຂ້ອງ ແລະເວລາປະມານ ບ່າຍ 3 ໂມງເຄິ່ງ ຈົນເຖິງ ສີ່ໂມງແລງ ຈະເປັນພິທີປິດກອງປະຊຸມ ສຸດຍອດຜູ້ນໍາອາຊ້ຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາດລາວ ນະຄອນຫຼວງວຽງຈັນ.