ເກີດເຫດນັກທ່ອງທ່ຽວຈີນ ຍາດຂຶ້ນລົດຮັບ-ສົ່ງນັກທ່ອງທ່ຽວ ຢູ່ຫຼວງພຣະບາງ

0:00 / 0:00

ພວກນັກທ່ອງທ່ຽວຈີນ ພາກັນຍາດຂຶ້ນລົດໄຟຟ້າ ຮັບ-ສົ່ງຕາດກວາງສີ ນະ ຄອນຫຼວງພະບາງ ເຮັດໃຫ້ການບໍລິການຮັບ-ສົ່ງ ນັກທ່ອງທ່ຽວຂຶ້ນ-ລົງ ສັບສົນ, ບໍ່ເປັບລະບຽບ, ລົດບໍ່ທັນຢຸດ ບໍ່ທັນຈອດ ກໍພາກັນຟ້າວຝັ່ງ ແລ່ນໄປຈ່ອງ ເພື່ອຈະໄດ້ຂຶ້ນນັ່ງລົດກ່ອນ ຈົນເປັນບັນຫາ ເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພະບາງ ທັງພະແນກຖະແຫຼງຂ່າວ ວັດທະນາທໍາ ແລະທ່ອງທ່ຽວ ທີ່ເປັນຜູ້ຄຸ້ມຄອງ ບໍລິຫານສະຖານທີ່ທ່ອງທ່ຽວ, ບໍລິສັດຮັບ-ສົ່ງລົດໄຟຟ້າ, ພະ ແນກການເງິນ ແລະພະແນກໂຍທາທິການ ແລະຂົນສົ່ງ ແລະຂະແໜງການທ່ອງທ່ຽວ ຕ້ອງໄດ້ປະຊຸມກັນຫາວິທີແກ້ໄຂ ໃນມື້ວັນທີ 15 ຕຸລານີ້.

ເຈົ້າໜ້ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 15 ຕຸລານີ້ວ່າ ດຽວນີ້ ພາກສ່ວນທີ່ກ່ຽວຂ້ອງກໍາລັງມີການປະຊຸມກັນຢູ່. ໃນຕໍ່ໜ້າ ອາດຈະມີການເພີ່ມຈໍານວນລົດ ໄຟຟ້າຮັບ-ສົ່ງນັກທ່ອງທ່ຽວໃຫ້ພຽງພໍ.

" ດຽວນີ້ ເຂົາກໍາລັງປະຊຸມນ່າດຽວນີ້ຫັ້ນນ່າ ເອົາໜ່ວຍງານເອົາພາກສ່ວນກ່ຽວຂ້ອງມາປະຊຸມຫັ້ນແຫລະເນາະ ທັງພາກ ທຸລະກິດຜູ້ສໍາປະທານເອົາລົດໄຟຟ້າ ຂົນນັກທ່ອງທ່ຽວຂຶ້ນໄປທ່ຽວຕາດຫັ້ນເດ້ ເພິ່ນກໍສິມີວິທີແກ້ໄຂຫັ້ນແຫລະ ເພີ້ມຂຶ້ນຕື່ມຫັ້ນແຫລະ ໄດ້ເພີ້ມຈໍານວນລົດເຂົ້າຕື່ມຫັ້ນແຫລະ ເພາະແຂກມາຫລາຍເດ້. "

ໃນຂະນະດຽວກັນ ເຈົ້າໜ້ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ ອີກຜູ້ນຶ່ງກໍເວົ້າວ່າ ເພື່ອແກ້ໄຂບັນຫາທີ່ວ່ານັ້ນ ທາງການເພີ່ນໄດ້ສະເໜີໃຫ້ບໍລິສັດທີ່ໄດ້ສໍາປະທານ ເພີ່ມຈໍານວນລົດຮັບ-ສົ່ງຂຶ້ນຕື່ມ.

" ເພິ່ນໄດ້ສະເໜີທາງບໍລິສັດຜູ້ທີ່ໄດ້ສໍາປະທານຫັ້ນນ່າໃຫ້ເພີ້ມຈໍານວນລົດຂຶ້ນຕື່ມ ເພີ້ມທກໍເພີ້ມຕະຫລອດແຫລະ ກໍຢູ່ຫັ້ນຕະຫລອດແຫລະລົດ ຄັນວ່າແຂກຫລາຍກໍເອົາອອກມາເບິດ ຄັນວ່າແຂກບໍ່ຫລາຍກໍເອົາອອກມາຈໍານວນນຶ່ງ ກໍບໍ່ໄດ້ກໍານົດເນາະ ແຕ່ເຮົາບໍ່ໄດ້ກໍານົດໄລຍະເວລາ ແມ່ນເດືອນນີ້ຫລືເບິດປີ ນີ້ນ່າ ບໍ່ໄດ້ເວົ້າແຕ່ຂະເຈົ້າ ຍິນດີອັນນັ້ນກັນຕື່ມຢູ່. "

ແລະທາງບໍລິສັດຮັບ-ສົ່ງລົດໄຟຟ້າ ມີແຜນທີ່ຈະເພີ່ມລົດຕື່ມອີກ 5 ຄັນ ຊຶ່ງໃນນັ້ນມີ 3 ຄັນ ທີ່ຄັນນຶ່ງບັນຈຸນັກທ່ອງທ່ຽວໄດ້ 13 ຄົນ ແລະ 2 ຄັນ ຊຶ່ງແຕ່ລະຄັນບັນຈຸໄດ້ 25 ຄົນ. ພ້ອມກັນນັ້ນ ກໍຈະຈັດບ່ອນຂຶ້ນ-ລົງລົດ ໃຫ້ເປັນລະບົບ, ເຮັດເປັນຊ່ອງ ເປັນແຖວລໍຕາມຄິວ.

ການຍາດກັນຂຶ້ນລົດຮັບສົ່ງຂອງນັກທ່ອງທ່ຽວຈີນ ຢູ່ຕາດກວາງສີ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມເລື້ອງການບໍ່ເປັນລະບຽບ ເລື້ອງຄວາມປອດໄພຂອງນັກທ່ອງທ່ຽວ.

ແຕ່ຄວາມເປັນຈິງ ບັນຫານັກທ່ອງທ່ຽວຈີນ ບໍ່ລໍຄິວ ພາກັນຍາດຂຶ້ນລົດທີ່ວ່ານີ້ ໄດ້ເກີດຂຶ້ນມາດົນເຕີບແລ້ວ ຍ້ອນມີລົດຮັບສົ່ງພຽງ 25 ຄັນ ແລະຄັນນຶ່ງບັນຈຸໄດ້ 10 ຄົນ ແລະຈະໃຊ້ເວລາຮັບສົ່ງຂຶ້ນລົງ ໃນລະຫວ່າງ 5 ຫາ 10 ນາທີ ຕໍ່ຄັ້ງ ເຮັດໃຫ້ໃນຊ້ວງເວລາທີ່ມີນັກທ່ອງທ່ຽວມາພ້ອມກັນຫລາຍກຸ່ມ ເປັນຕົ້ນພວກນັກທ່ອງທ່ຽວຈີນ ບໍ່ມີລົດຮັບສົ່ງພຽງພໍກັບຄວາມຕ້ອງການ.

ແລະພ້ອມດຽວກັນ ກໍບໍ່ມີລະບຽບກ່ຽວກັບການຂຶ້ນ-ລົງລົດ. ສ່ວນວ່າ ນັກທ່ອງທ່ຽວຈາກປະເທດອື່ນໆ ແມ່ນມີລະບຽບ ຈະລໍຂຶ້ນລົດຕາມຄິວ ດັ່ງພະນັກງານນໍາທ່ຽວ ຢູ່ນະຄອນຫຼວງພະບາງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 15 ຕຸລານີ້ວ່າ:

" ມັນກໍມີຕະຫລອດຢູ່ແລ້ວອັນເລື້ອງອັນນີ້ ຫັ້ນນ່າ ຊ້ວງໃດລູກຄ້າມາຫລາຍແລ້ວເຂົາກໍຍາດຂຶ້ນແນວນັ້ນ ບໍ່ພໍໃຊ້ ມັນມີໜ້ອຍຄົນກໍຫລາຍ ມັນບໍລິ ການບໍ່ທັນ ມີບັນຫານີ້ມາແຕ່ດົນແລ້ວແຕ່ວ່າແກ້ໄຂບໍ່ໄດ້ ຄົນຈີນບໍ່ຢາກລໍຫັ້ນນ່າ ມາຮອດແລ້ວກໍຍາດຂຶ້ນເລີຍ. "

ແລະພະນັກງານຮ້ານອາຫານ ຢູ່ຕາດກວາງສີນາງນຶ່ງກໍເວົ້າວ່າ ປົກກະຕິ ກໍບໍ່ມີການຍາດກັນຂຶ້ນລົດ ແຕ່ຖ້າມີນັກທ່ອງທ່ຽວຈີນມາຫຼາຍ ກໍຈະເກີດເຫດການທີ່ວ່ານັ້ນ.

" ກໍເປັຍລະບຽບຢູ່ ແຕ່ວ່າລົດມັນບໍ່ພໍ ບໍລິການລົດມັນບໍ່ພໍ ແຕ່ວ່າຊ້ວງນີ້ຈີນມາຫລາຍຊື່ໆ ຊ້ວງປົກກະຕິມັນກໍຂີ່ໄດ້ປົກກະຕິ ມັນກໍບໍ່ໄດ້ຍາດກັນ ທີ່ຍາດກັນກໍຍ້ອນວ່າຄົນມາຫລາຍຊື່ໆ ຄົນຈີນມາຫລາຍ ລົດບໍ່ພໍກັນ ຄັນຖ້າຈີນບໍ່ມາກໍປົກກະຕິດີ ເຈົ້າ. "

ໃນຂະນະດຽວກັນ ຄົນຂັບລົດນໍາທ່ຽວຢູ່ນະຄອນຫຼວງພະບາງຜູ້ນຶ່ງກໍເວົ້າວ່າ ບັນຫາການຍາດຂຶ້ນລົດທີ່ວ່ານັ້ນ ກໍບໍ່ໄດ້ເກີດຂຶ້ນເລື້ອຍ, ມັນເກີດຂຶ້ນເມື່ອມີນັກທ່ອງທ່ຽວເຂົ້າມາຫຼາຍ ແລະພວກເຂົ້າເຈົ້າຟ້າວກັບໄປນໍາລົດທົວ ທ່ານເວົ້າວ່າຕໍ່ບັນຫາດັ່ງກ່າວ ຄວນມີມາດຕະການແກ້ໄຂ ຊຶ່ງນຶ່ງໃນມາດຕະການທີ່ຄວນຖືກນໍາມາໃຊ້ນັ້ນ ແມ່ນໃຫ້ຜູ້ທີ່ນໍາພານັກທ່ອງທ່ຽວຈີນ ອະທິບາຍລະບຽບການກ່ຽວກັຍຂຶ້ນ-ລົງລົດໃຫ້ນັກທ່ອງທ່ຽວຮູ້ ແລະປະຕິບັດຕາມເພື່ອຄວາມເປັນລະ ບຽບ.

" ສະເພາະຕອນທີ່ຂະເຈົ້າມານີ້ແຫລະ ນັກທ່ອງທ່ຽວຈີນເພາະວ່າ ຂະເຈົ້າມານໍາທົວ ຂະເຈົ້າຕ້ອງໄດ້ກັບໄປໄວຫັ້ນນ່າ ແມ່ນ ຂະເຈົ້າປັບປຸງແກ້ໄຂແລ້ວ ຂະເຈົ້າປະຊຸມກັນຫວ່າງ 2-3 ມື້ຫລັງນີ້ຂະເຈົ້າແກ້ໄຂແລ້ເວ ໄດ້ຍິນຂະເຈົ້າວ່າໜ້າຈະຍອກບໍລິສັດທົວ ແລ້ວກໍບອກໄກຈີນຫັ້ນ ແນະນໍາລູກທົວຕົວເອງວ່າຕ້ອງຂຶ້ນໃຫ້ເປັນລະບຽບໆ ແນວນີ້. "

ແລະຄົນຂັບລົດທ່ອງທ່ຽວຢູ່ນະຄອນຫຼວງພະບາງອີກຜູ້ນຶ່ງກໍເວົ້າວ່າ ລົດນັກທ່ອງທ່ຽວ ທີ່ຈະໄປທ່ຽວຕາດກວາງສີ ຕ້ອງໄດ້ຈອດໄວ້ຢູ່ບ່ອນຈອດລົດຢູ່ນອກ ແລ້ວຂີ່ລົດໄຟຟ້າໄປຕາດນັ້ນ ແລະວ່າ ຈະເຂົ້າໜ້າໜາວແລ້ວ ມີນັກທ່ອງທ່ຽວຈີນຫຼາຍ ລົດບໍ່ພໍກັນ.

" ຈະເຂົ້າໜ້າໜາວແລ້ວກໍມີແຂກຈີນ ເຂົ້າມາຫລາຍ ຄົນໄທກໍມີຄືກັນເພາະວ່້າຂະເຈົ້າບໍ່ໃຫ້ເອົາລົດ ນແກຈາກທີ່ວ່າມີລູກຄ້າມາຫລາຍແລ້ວລົດບໍ່ພໍກັນ ເກີດຂຶ້ນກໍດົນໆຈະເກີດຂຶ້ນ ເພາະວ່າຂະເຈົ້າບໍ່ໃຫ້ເອົາລົດເຂົ້າ ໃຫ້ຈອດຢູ່ສະຖານີນອກແລ້ວ ກໍເອົາລົດມາຮັບສົ່ງຂຶ້ນໄປ. "

ແລະຄົນນໍາທ່ຽວຢູ່ແຂວງຫຼວງພະບາງອີກຜູ້ນຶ່ງ ກໍເວົ້າວ່າ ຈໍານວນລົດບໍລິການນັ້ນ ມີຈໍາກັດແທ້ ເມື່ອມີນັກທ່ອງທ່ຽວມາຫຼາຍ ກໍບໍ່ສາມາດຮອງຮັບໄດ້ພຽງພໍ ແລະລົດບໍລິການຈໍານວນນຶ່ງ ກໍອາດບໍ່ສາມາດໃຊ້ໄດ້ ຍ້ອນຕ້ອງໄດ້ຊັາກໄຟຟ້າກ່ອນ ນອກຈາກນີ້ຢູ່ຈຸດຮັບສົ່ງຂາກັບ ກໍບໍ່ມີການຈັດຄິວໃຫ້ນັກທ່ອງທ່ຽວຂຶ້ນລົດ. ດັ່ງນັ້ນ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຈີນ ພາກັນຍາດຂຶ້ນລົດ.

" ຂະເຈົ້າມີຈໍາກັດຫັ້ນນ່າ ຂະເຈົ້າບໍ່ເພີ້ມມາຕື່ມຫັ້ນນ່າ ເພາະລົດໄຟຟ້າມັນຕ້ອງໄດ້ຊາກເດ້ເນາະ ໃຊ້ໝົດໄປແລ້ວມັນກໍຕ້ອງໄດ້ມາຊາກ ລົດມັນກໍບໍ່ພໍໃຊ້ ຕ້ອງມີຜູ້ຈັດສັນເນາະ ແລ້ວກໍລົດກໍຕ້ອງເພີ້ມ ບໍ່ໃຫ້ຂາດຕ້ອງມີສະແຕນບາຍທັງ 2 ເບື້ອງ ມັນບໍ່ມີສະແຕນບາຍຢູ່ຂາກັບຫັ້ນນ່າ ໂດຍສະເພາະແມ່ນຂາກັບ. "

ປັດຈຸບັນ ກໍາລັງເຂົ້າສູ່ລະດູການທ່ອງທ່ຽວ, ເວົ້າສະເພາະນັກທ່ອງທ່ຽວຈີນ ມາທ່ຽວແຂວງຫຼວງພະບາງ ກໍເລີ່ມເຂົ້າມາແຕ່ເດືອນກັນຍາທີ່ແລ້ວ ແລະກໍມີຫຼາຍ ດັ່ງເຈົ້າຂອງຮ້ານອາຫານ ຢູ່ຕາດກວາງສີຜູ້ນຶ່ງເວົ້າວ່າ:

" ປັດຈຸບັນນີ້ນັກທ່ອງທ່ຽວຈີນຫັ້ນຍັງມີຫລາຍ ແລ້ວເຂົາຍັງຍາດກັນຢູ່ປັດຈຸບັນນີ້ ແໃມ່ນ ດົນໆຈະມີເທື່ອນຶ່ງ ສະພາະຊ້ວງນີ້ຄິດວ່າ ເຂົາຍາດກັນມັນກໍບໍ່ດີເດ້ ເພາະວ່າເຂົາຍາດກັນມັນກໍບໍ່ດີ ບໍ່ແມ່ນເລື້ອງດີຫັ້ນນ່າ ແຫລະ ບາງຄົນກໍບໍ່ພໍໃຈໃນການບໍລິການຫັ້ນນ່າ ຄິດວ່າດີຄັນເພີ້ມລົດ ຂ້ອຍວ່າດີ. "

ໃນໄລຍະບຸນປີໃໝ່ 2024 ນັກທ່ອງທ່ຽວຈີນ ໄດ້ເຂົ້າມາທ່ຽວແຂວງຫຼວງພຣະບາງ ປະມານ 10,500 ຄົນ ແລະກໍເຂົ້າມານໍາເລື້ອຍໆ ແຕ່ຜູ້ປະກອບການທີ່ເປັນຄົນລາວ ບໍ່ມີລາຍໄດ້ຈາກພວກເຂົາເຈົ້າ ຍ້ອນພວກເຂົາໃຊ້ການບໍລິການແຕ່ຂອງຄົນຈີນ.