ທາງການລາວ ປະກາດໃຫ້ຜູ້ທີ່ເສຍຫາຍ ຈາກບໍລິສັດ ດິໄອຄອນ ກຣຸບ ເຂົ້າແຈ້ງຂໍ້ມູນໄວ້

0:00 / 0:00

ກົມແຂ່ງຂັນທາງທຸລະກິດ ແລະກວດກາການຄ້າ ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ອອກແຈ້ງການ ໃຫ້ໜ່ວຍທຸລະກິດ ແລະຜູ້ຊົມໃຊ້ ທີ່ໄດ້ຮັບຄວາມເສຍຫາຍ ຈາກການເຂົ້າຮ່ວມດໍາເນີນທຸລະກິດ ກັບບໍລິສັດ ດິໄອຂອນ ກຣຸບລາວ (The Icon Group Laos) ໄປແຈ້ງຂໍ້ມູນ ຄວາມເສຍຫາຍ ວ່າມີຫຼາຍໜ້ອຍເທົ່າໃດ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ຕຸລານີ້ວ່າ ຜູ້ເສຍຫາຍ ສາມາດແຈ້ງຂໍ້ມູນ ຜ່ານຊ່ອງທາງຕ່າງໆ ຮວມທັງຜ່ານໂທລະສັບສາຍດ່ວນ 1510 ຫຼືຈະມາແຈ້ງໃຫ້ພະແນກອຸດສາຫະກໍາ ແລະການຄ້າ ປະຈໍາແຂວງທີ່ຕົນຢູ່ ຕາມວັນເວລາລັດຖະການໄດ້ ດັ່ງທີ່ທ່ານກ່າວວ່າ:

“ກໍລະນີແນວນີ້ 1 ມາລະຕໍ່ໜ້າ ຫລືວ່າ 2 ມາ ໂທມາແຈ້ງຄືແນວນີ້ກໍໄດ້ ພວກເຮົາກະລວມໆ ອັນລາຍຊື່ໃຜແດ່ທີ່ວ່າມູນຄ່າຄວາມເສັຽຫາຍ ເກັບເອົາຂໍ້ມູນເບື້ອງຕົ້ນ ໄດ້ໄປເຮັດໂຕນີ້ແມ່ນກ່ຽວກັບຕໍາແໜ່ງຫຍັງ ຫລືເຮັດຫຍັງແດ່ ແລ້ວໂຕເອງໄປຜະລິດຕະພັນມານໍາເຂົາແດ່ ເພາະວ່າຫລັກໆແລ້ວ ເພິ່ນກະຢາກຮູ້ວ່າອັນຢູ່ເບື້ອງເຮົານີ້ ມີໄຜແດ່ຜູ້ທີ່ໄດ້ຮັບຜົນກະທົບ ຄວາມເສັຽຫາຍເບາະ ບຸຄົນຈໍານວນທໍ່ໃດແດ່ຫັ້ນນ່າ.”

ທ່ານກ່າວຕື່ມອີກວ່າ ນັບຕັ້ງແຕ່ທາງກະຊວງ ໄດ້ອອກແຈ້ງການ ໃນມື້ວັນທີ 21 ຕຸລາ 2024 ນີ້ມາ ມີຜູ້ເສຍຫາຍຈໍານວນນຶ່ງ ໄດ້ໂທລະສັບມາແຈ້ງກ່ຽວກັບຄວາມເສຍຫາຍ ນັ້ນແລ້ວ ແຕ່ຍັງບໍ່ມີຫົວໜ່ວຍທຸລະກິດ ຫຼືຜູ້ເສຍຫາຍ ເຂົ້າມາແຈ້ງດ້ວຍຕົນເອງເທື່ອ ຊຶ່ງອາດຈະເປັນຍ້ອນວ່າ ຜູ້ເສຍຫາຍ ມີຄວາມກັງວົນ ນໍາເລື່ອງລະບຽບກົດໝາຍ ແລະບໍ່ຕ້ອງການສະແດງຕົວຕົນໃຫ້ຄົນອື່ນຮູ້.

ແລະປະຊາຊົນລາວ ທີ່ເປັນຜູ້ເສຍຫາຍຄົນນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ຈະບໍ່ໄປແຈ້ງຄວາມເລື່ອງທີ່ຕົນເສຍຫາຍ ຕໍ່ທາງການ ຍ້ອນບໍ່ໄດ້ເສຍຫາຍຫຼາຍ ເພາະຕົນໄດ້ຖອນຕົວອອກມາດົນເຕີບແລ້ວ ກ່ອນທີ່ຈະມີກະແສຂ່າວບໍ່ດີເກີດຂື້ນຢູ່ປະເທດໄທ.

ສໍາລັບຂໍ້ມູນຄວາມເສຍຫາຍທັງໝົດ ທີ່ຮິບໂຮມໄດ້ ທາງການລາວ ຈະໄດ້ປຶກສາກັບພາກສ່ວນທີ່ກ່ຽວຂ້ອງເພີ່ມຕື່ມ ຫາກໄດ້ຂໍ້ສະຫຼຸບແລ້ວ ກໍຈະແຈ້ງໄປໃຫ້ທາງການໄທຮູ້ ເພື່ອດໍາເນີນການ ຕາມຂັ້ນຕອນຕໍ່ໄປ. ແຕ່ມາເຖິງປັດຈຸບັນ ບັນຫາຕ່າງໆກ່ຽວກັບເລື່ອງທີ່ວ່ານີ້ ຍັງບໍ່ມີຄວາມຄືບໜ້າເທື່ອ ລໍຖ້າໃຫ້ການລວບລວມຂໍ້ມູນ ຈາກຜູ້ເສຍຫາຍແລ້ວກ່ອນ ດັ່ງເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ຜູ້ເສັຽຫາຍຢູ່ທາງຝັ່ງລາວ ກະບໍ່ທັນມີໃຜໄດ້ຫຍັງດອກ ມັນກະເປັນບັນຫາຍາກຢູ່ໂຕນີ້ ເພາະວ່າກະລໍໄປຊື່ໆເນາະ.”

ຜູ້ເສຍຫາຍ ທີ່ເປັນຄົນລາວ ຢູ່ນະຄອນຫຼວງວຽງຈັນ ຄົນນຶ່ງເວົ້າວ່າ ໄດ້ລົງທຶນຊື້ສິນຄ້າ ນໍາບໍລິສັດ ດິໄອຄອນ ກຣຸບລາວ ປະເພດກາເຟເພື່ອສຸຂະພາບ ມາຂາຍ ຄັ້ງລະ 2,500 ບາດ ເພາະເຫັນວ່າ ຄົນລາວນິຍົມກິນ ແລະດີຕໍ່ສຸຂະ ພາບ, ໄດ້ຊື້ມາຂາຍເລື້ອຍໆ ແຕ່ບໍ່ມີບັນຫາຫຍັງ.

ໃນລະຫວ່າງທີ່ຊື້ສິນຄ້ານໍາບໍລິສັດດັ່ງກ່າວ ກໍຈະມີໂຕແທນບໍລິສັດ ຫຼືພໍ່ທິມ ແມ່ທິມ ຫຼືຫົວໜ້າເຄືອຂ່າຍ ມາໂຄສະນາ ຊັກຊວນໃຫ້ເຂົ້າເປັນສະມາຊິກ ແລະຊື້ສິນຄ້າເພີ່ມຂື້ນ ດ້ວຍມູນຄ່າ 25,000 ບາດ ແລະວ່າ ຈະມີໂອກາດເດີນທາງໄປຮຽນຮູ້ໄລຍະສັ້ນຢູ່ປະເທດໄທ ເພື່ອເພີ່ມທັກສະ ຄວາມຮູ້ກ່ຽວກັບການຂາຍ

ສິນຄ້າ ຜ່ານສື່ສັງຄົມອອນລາຍ.

ນອກຈາກນັ້ນ ຜູ້ທີ່ເປັນສະມາຊິກ ຫຼືຮ່ວມລົງທຶນໃນມູນຄ່າສູງ ກໍຈະໄດ້ຮັບຜົນຕອບແທນສູງຂື້ນ, ຈະມີໂອກາດເດີນທາງໄປທ່ອງທ່ຽວຕ່າງປະເທດ.

ຄໍາໂຄສະນາທີ່ວ່ານັ້ນ ເຮັດໃຫ້ຄົນລາວຈໍານວນນຶ່ງ ຫຼົງເຊື່ອ ແລະນໍາເງິນໄປລົງທຶນນໍາບໍລິສັດທີ່ວ່ານັ້ນຫຼາຍ ດັ່ງຄົນລາວທີ່ຮ່ວມລົງທຶນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ຕຸລານີ້ວ່າ:

"ສິ່ງທີ່ອ້າຍເອ໋ໃຈຢູ່ຫລາຍໆເຕີບ ລັກສະນະເຂົາຊວນໄປຮຽນຢູ່ເມືອງໄທ ໄປຮຽຄໍສ ແຕ່ອ້າຍກະບໍ່ໄປຈັກເທື່ອ ແລະມັນມີອີກພວກລົງເງິນຫລາຍໆ ແລ້ວຄັນແມ່ນບໍ່ພ້ອມເອົາສິນຄ້າຝາກສິນຄ້າໄວ້ໃນລະບົບ ອ້າຍເອະໃຈລົດ ເພາະວ່າອ້າຍຄິດວ່າເນາະ ການກວດສອບຂອງບ້ານເຮົານີ້ ມັນ ການສິເຂົ້າຫາຂໍ້ມູນຫັ້ນນ່າ ກະຍັງວ່າຫາຍາກໄດ໋. "

ແລະຄົນລາວ ທີ່ເຄີຍໄດ້ຮ່ວມເຮັດທຸລະກິດດັ່ງກ່າວເວົ້າວ່າ ເມື່ອຕົ້ນປີ 2023 ຍ້ອນເຫັນການໂຄສະນາຜ່ານສື່ສັງຄົມອອນລາຍ ຕົນຈຶ່ງໄດ້ນໍາເງິນຈໍານວນນຶ່ງ ໄປລົງທຶນນໍາບໍລິສັດດັ່ງກ່າວ ໂດຍໄດ້ຊື້ສິນຄ້າຂອງບໍລິສັດ ເຂົ້າມາຂາຍຢູ່ລາວ. ແຕ່ເມື່ອເວລາຜ່ານໄປບໍ່ດົນ ກໍຖືກຄົນລາວ ໃນເຄືອຂ່າຍຂອງບໍລີສັດດັ່ງກ່າວ ຊັກຊວນໃຫ້ລົງທຶນຕື່ມ ໃນມູນຄ່າເລີ່ມຕົ້ນ 25,000 ບາດ ແລ້ວຈະພາໄປໄທ ເພື່ອສຶກສາ ອົບຮົມເພີ່ມຕື່ມ ກ່ຽວກັບການຂາຍສິນຄ້າ, ການຕັດຕໍ່ວີດີໂອ ແລະອື່ນໆ ເພື່ອໃຫ້ຂາຍສິນຄ້າໄດ້ໄວຂື້ນ. ແຕ່ສຸດທ້າຍ ຕົນຈຶ່ງຮູ້ວ່າ ທຸລະກິດໃນລັກສະນະນີ້ ເປັນທຸລະກິດຕ່ອງໂສ້ ບໍ່ມີຄວາມໜ້າເຊື່ອຖື ແລະອາດຈະເສຍຫາຍໜັກ ຫາກບໍ່ມີສະຕິ ແລະສຶກສາຢ່າງຈະແຈ້ງ. ດັ່ງນັ້ນຕົນຈຶ່ງໄດ້ເຊົາເຮັດທັນທີ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

"ເຮົາຮູ້ສຶກວ່າມັນບໍ່ໂອເຄ ແລ້ວເຮົາກະເຊົາ ຟັງທຸລະກິດເຄືອຄ່າຍມາຫລາຍແລ້ວມັນກະຄືກັນ ກະເລີຍບໍ່ໄດ້ສົນໃຈ ເຂົາຍິ່ງໂຄສະນາມາລາວຂຶ້ນເປັນເກືອບ 2-3 ປີແລ້ວ ຖ້າແຈ້ງຢູ່ລາວເຂົາບໍ່ໄດ້ຮັບເລື້ອງ ຕ້ອງໄປແຈ້ງຢູ່ຝັ່ງໄທເພາະວ່າ ຕໍາຫລວດລາວເຂົາມີແຕ່ວ່າ ບໍ່ຮູ້ເລື້ອງ ໝົດທໍ່ນັ້ນ. "

ມາເຖິງປັດຈຸບັນ ຄະດີບໍລິສັດ ດິໄອຄອນ ຢູ່ປະເທດໄທ ຍັງບໍ່ທັນສະຫຼຸບຜົນໄດ້ເທື່ອ ແຕ່ມີຜູ້ເສຍຫາຍຫຼາຍກວ່າ 5,000 ຄົນ, ສ້າງຄວາມເສຍຫາຍຫຼາຍກວ່າ 1,600 ລ້ານບາດ ຂະນະທີ່ທາງການໄທ ໄດ້ກວດຍຶດຊັບສິນຂອງບໍລິສັດນີ້ໄປແລ້ວ ເປັນມູນຄ່າເກືອບເຖິງ 300 ລ້ານບາດ. ແລະໄດ້ຈັບຜູ້ບໍລິຫານ ແລະພວກທີ່ກ່ຽວຂ້ອງກັບທຸລະກິດນີ້ຈໍານວນນຶ່ງ ແລະອີກຈໍານວນນຶ່ງ ພວມຢູ່ໃນຂັ້ນຕອນຂອງການອອກໝາຍຈັບຕື່ມອີກ.

ແຕ່ປີ 2015 ຫາປີ 2024 ນີ້ ມີຂະບວນການທຸລະກິດຕ່ອງໂສ້ໃນລາວ ເກີດຂື້ນຫຼາຍ ແລະຄົນລາວຫຼົງເຊື່ອຄໍາໂຄສະນາ ຕົວະຍົວະ, ສູນເສຍເງິນມູນຄ່າຫຼາຍຕື້ກີບ. ໃນນັ້ນ ຮວມທັງບໍລິສັດ ແມັກກີ້ ຮັບເງິນຝາກດອກເບ້ຍ 6% ຕໍ່ເດືອນ. ບໍລິສັດ Asian Face ຮັບເງິນຝາກ ດອກເບ້ຍ 30% ຕໍ່ເດືອນ. ບໍລິສັດ PS ຮັບເງິນຝາກ ໃຫ້ດອກເບ້ຍ 6% ຕໍ່ເດືອນ. ແອບ Fingo ໄດ້ເປີເຊັນ 20% ຈາກການຂາຍເຄື່ອງ ແລະ ຈາກການຫາສະມາຊິກເຂົ້າຮ່ວມກຸ່ມ.

ນອກຈາກນັ້ນ ຍັງມີ ເຈ້ທິບ ຮັບເງິນຝາກ ໃຫ້ດອກເບ້ຍ 30% ຕໍ່ເດືອນ; ແອັບ Vpay ເຕີ່ມເງິນ ລາຍໄດ້ຈາກການຕື່ມມູນຄ່າໂທ ແລະ ຄ່າແນະນຳສະມາຊິກເຂົ້າກຸ່ມ 5-10%; The icon ສິນຄ້າເພື່ອສຸຂະພາບ ແລະຄວາມງາມ ແລະອື່ນໆອີກຫຼາຍທຸລະກິດ ທີ່ຫຼອກລວງ.