ສໍານັກງານ ສິດທິມະນຸດສະຍະຊົນແຫ່ງຊາດ ຂອງປະເທດໄທ ອອກຖະແຫຼງການ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີໄທ ແລະ ໜ່ວຍງານທີ່ກ່ຽວຂ້ອງ ທົບທວນແຜນການຮັບຊື້ໄຟຟ້າ ຈາກເຂື່ອນແມ່ນ້ຳຂອງ 4 ແຫ່ງ ປະກອບມີ ໂຄງການເຂື່ອນໄຟຟ້າ ຊະນະຄາມ, ເຂື່ອນພູງອຍ, ເຂື່ອນປາກຊົມ ແລະ ເຂື່ອນບ້ານກຸ່ມ ຍ້ອນກັງວົນເລື່ອງຜົນກະທົບຂ້າມພົມແດນ ທີ່ຈະສົ່ງຜົນກະທົບ ຕໍ່ປະເທດໂດຍຕົງ.
ເຈົ້າໜ້າທີ່ຫ້ອງການ ຄະນະກໍາມະການ ສິດທິມະນຸດສະຍະຊົນແຫ່ງຊາດ ຂອງປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ຕຸລາ ນີ້ວ່າ:
ພາສາໄທ "ສຳນັກງານສິດທິມະນຸດ ສະ ຍ ະຊົນແຫ່ງຊາດ ຖະແຫຼງຂ່າວ ມີໜັງສືເຖິງນາຍົກ (ໄທ) ເປັນໂຄງການສ້າງເຂື່ອນແມ່ນ້ຳຂອງເນາະ ທີ່ຫ່ວງຜົນກະທົບຂ້າມພົມແດນຈາກໂຄງການສ້າງເຂື່ອນແມ່ນ້ຳຂອງ . "
ຖະແຫຼງການດັ່ງກ່າວ ລະບຸວ່າ ຜົນກະທົບຂ້າມພົມແດນ ທີ່ອາດຈະເກີດຂຶ້ນຈາກການພັດທະນາໂຄງການເຂື່ອນໄຟຟ້າດັ່ງກ່າວ ຈະສົ່ງຜົນກະທົບ ດັ່ງນີ້:
- ດ້ານສິ່ງແວດລ້ອມທີ່ຈະເຮັດໃຫ້ຕາຝັ່ງເຈື່ອນ ລະບົບນິເວດໃນແມ່ນ້ຳຂອງເສຍຫາຍພື້ນທີ່ທຳການກະເສດ ແຄມແມ່ນ້ຳຂອງ ຖືກນ້ຳຖ້ວມ.
- ດ້ານອຸທົກວິດທະຍາ ທີ່ຈະເຮັດໃຫ້ການໄຫຼຂອງນ້ຳ ເກີດຄວາມຜັນຜວນ ແລະ ປ່ຽນແປງໄປຢ່າງໄວວາກະທົບຕໍ່ພັນປາຂະໜາດໃຫຍ່ ຈຳນວນຫຼາຍ ແລະປາທ້ອງຖິ່ນບໍ່ສາມາດວາງໄຂ່ໄດ້.
- ດ້ານຄວາມໝັ້ນຄົງ ຊາຍແດນໄທ-ລາວທີ່ຈະເຮັດໃຫ້ມີຜົນຕໍ່ເຂດຮ່ອງນ້ຳເລິກ ເກີດການປ່ຽນແປງຕາມຊາຍແດນ.
- ດ້ານເສດຖະກິດ ສັງຄົມ ແລະ ວິຖີຊີວິດຂອງປະຊາຊົນ ທີ່ຈະສົ່ງຜົນກະທົບຕໍ່ພື້ນທີ່ທຳການກະເສດແຄມນ້ຳຂອງ, ປະມົງ ແລະການທ່ອງທ່ຽວແລະການໃຊ້ນ້ຳເພື່ອອຸປະໂພກ-ບໍລິໂພກ.
- ດ້ານຄວາມປອດໄພ ໃນຊີວິດຂອງປະຊາຊົນ ໄລຍະທີ່ຜ່ານມາ ບໍ່ພົບເຫັນຂໍ້ມູນ ທີ່ຈະແຈ້ງ ວ່າ ຈະມີລະບົບເຕືອນໄພລ່ວງໜ້າ ໃຫ້ກັບປະຊາຊົນໄດ້ຮັບຮູ້ເມື່ອເກີດເຫດສຸກເສີນຈາກໂຄງການເຂື່ອນ ໃນແມ່ນ້ຳຂອງ ລວມເຖິງເຂື່ອນອື່ນໆ ທີ່ຢູ່ລະຫວ່າງການສຶກສາຄວາມເປັນໄປໄດ້ ເຊັ່ນ ເຂື່ອນຊະນະຄາມ.
ຈາກເຫດຜົນດັ່ງກ່າວນີ້ ສຳນັກງານສິດທິມະນຸດ ສະຍະຊົນແຫ່ງຊາດ ຂອງປະເທດໄທ ຈຶ່ງມີຄວາມກັງວົນ ແລະຮຽກຮ້ອງໃຫ້ທາງການໄທ ແລະໜ່ວຍງານທີ່ກ່ຽວຂ້ອງ ດຳເນີນການປ້ອງກັນບັນຫາທີ່ອາດເກີດຂຶ້ນ ເຊັ່ນ ໃຫ້ສຳນັກງານຊັບພະຍາກອນແຫ່ງຊາດ ຂອງໄທ ສະເໜີ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ກວດສອບຄວາມຄົບຖ້ວນຂອງຂໍ້ມູນ ກ່ຽວກັບ ຜົນກະທົບສະສົມທີ່ເກີດຂຶ້ນ ຕັ້ງແຕ່ການສ້າງເຂື່ອນໄຊຍະບູລີ ໃນທຸກດ້ານ ແລະ ແນວທາງປ້ອງກັນຜົນກະທົບ ຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ລະເມີດສິດທິມະນຸດ ສະຍະຊົນຂອງຄົນໄທ.
ນອກຈາກນີ້ ສະເໜີໃຫ້ກະຊວງພະລັງງານຂອງໄທ ທົບທວນແຜນການຮັບຊື້ໄຟຟ້າ ແລະ ປະລິມານໄຟຟ້າສຳລອງ ຂອງປະເທດໄທ ໃຫ້ຢູ່ໃນລະດັບທີ່ເໝາະສົມບໍ່ສ້າງພາລະໃຫ້ກັບປະຊາຊົນ ບໍ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ແລະບໍ່ລະເມີດສິດທິມະນຸດສະຍະຊົນ.
ກ່ຽວກັບເລື່ອງນີ້ຕົວແທນກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທ ກ່າວວ່າ ທາງການໄທ ແລະທາງການລາວຄວນຈະຄຳນຶງເຖິງຜົນກະທົບໃນດ້ານຕ່າງໆ ທີ່ອາດຈະເກີດຂຶ້ນຫາກມີການສ້າງເຂື່ອນໄຟຟ້າໃນແມ່ນ້ຳຂອງ ໂດຍສະເພາະຝ່າຍໄທ ທີ່ເປັນຜູ້ລົງທຶນ ແລະຮັບຊື້ໄຟຟ້າຈາກໂຄງການເຂື່ອນໄຟຟ້າທັງໝົດ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
ພາສາໄທ "ທຸກສ່ວນເຂົາກະຫ່ວງໃຍ ແລ້ວກະນ່າຈະເຂົ້າສູ່ຂະບວນການການມີສ່ວນຮ່ວມເນາະ ຍັງບໍ່ຕ້ອງເລັ່ງດ່ວນ ມັນກະເຫັນຈະແຈ້ງວ່າ ໂຄງການທີ່ພາກເອກກະຊົນ ເຂົາຈະເຮັດໄປນັ້ນ ມັນຈະສົ່ງຜົນກະທົບກັບ ເລື່ອງຂອງເຂດແດນ ແລະອະທິປະໄຕນຳດ້ວຍ ນ່າທີ່ຈະທົບທວນ ຫຼືວ່າ ຫາທາງອອກໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ຊາວບ້ານ ໄດ້ຮັບຜົນກະທົບເນາະ . "
ຊາວລາວທ່ານໜຶ່ງ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າ ເຫັນດີກັບການຮຽກຮ້ອງ ຂອງສຳນັກງານສິດທິມະນຸດສະຍະຊົນ ແຫ່ງຊາດ ຂອງປະເທດໄທ ແລະສະເໜີໃຫ້ທາງການລາວ ມີກອງປະຊຸມແລກປ່ຽນຄວາມຄິດຄວາມເຫັນ ຂອງຊາວບ້ານໃນພື້ນທີ່ນຳດ້ວຍ ເພາະຫາກມີການສ້າງເຂື່ອນໄຟຟ້າ ໃນແມ່ນ້ຳຂອງຂຶ້ນອີກ ຈະເຮັດໃຫ້ປະຊາຊົນລາວຈຳນວນຫຼາຍ ຖືກໂຍກຍ້າຍຖິ່ນຖານ, ສູນເສຍແຫຼ່ງທຳມາຫາກິນ ແລະສູນເສຍວິຖີຊີວິດໄປແບບຖາວອນ. ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ຄືກັນຫັ້ນແຫຼະ ຄັນວ່າ ມີການສ້າງກັນໄປ ກະຊິໄດ້ໂຍກຍ້າຍອອກຈາກນີ້ໄປ ມັນກະຊິບໍ່ຄືເກົ່າ ມັນກະຢາກສົນທະນາກັນຢູ່ເວທີເນາະ ລົງປະຊາມະຕິ ຫຼືວ່າອັນນ່າ ຫາງສຽງວ່າ ຊິມີຜົນກະທົບກັນແນວໃດເນາະ . "
ຊາວລາວຍິງຄົນໜຶ່ງ ໃນເມືອງປາກລາຍ ແຂວງໄຊຍະບູລີ ກ່າວວ່າ ບໍ່ເຫັນດີກັບທຸກໆໂຄງການເຂື່ອນໄຟຟ້າ ທີ່ຈະສ້າງໃສ່ແມ່ນ້ຳຂອງ ເພາະຜົນກະທົບຄ່ອນຂ້າງໜັກ ໂດຍສະເພາະປະຊາຊົນລາວໃນພື້ນທີ່ອ້ອມຂ້າງ ໂຄງການເຂື່ອນໄຟຟ້າ ທີ່ເປັນຜູ້ສູນເສຍ ແລະ ໄດ້ຮັບຜົນກະທົບໃນທຸກໆດ້ານ. ດັ່ງ ຊາວລາວນາງນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
"ອັນບໍ່ດີ ແລ້ວບໍ່ຮູ້ວ່າ ຫຼາຍສຽງຂອງປະຊາຊົນ ຊິໄປຫາກິນໃນໃສ ແບບໃດຕໍ່ໄປນ່າ ແລ້ວເຮັດຈັ່ງໃດ ບາດຂຶ້ນ-ບາດແຮງນ້ຳເນາະ ບໍ່ປົກກະຕິ ຫາຫຍັງກະບໍ່ໄດ້ ຫາປູ ຫາປາ ກະບໍ່ ຢາກໄດ້ ດຽ ວນີ້ກະດາຍ . "
ປັດຈຸບັນ ແມ່ນ້ຳຂອງຕອນລຸ່ມ ໄດ້ດຳເນີນໄປແລ້ວ 5 ແຫ່ງ ໃນນີ້ ສ້າງສຳເລັດໄປແລ້ວ 2 ແຫ່ງ ຄື ເຂື່ອນໄຊຍະບູລີ ແລະເຂື່ອນດອນສະໂຮງ, ເຂື່ອນອີກ 3 ແຫ່ງ ພວມຢູ່ລະວ່າງກໍ່ສ້າງ ຄື ເຂື່ອນຫຼວງພະບາງ ແລະຕຽມພ້ອມທີ່ຈະກໍ່ສ້າງ ເຂື່ອນປາກແບງ ແລະເຂື່ອນປາກລາຍ.
ສ່ວນອີກ 4 ແຫ່ງ ປະກອບມີໂຄງການເຂື່ອນໄຟຟ້າຊະນະຄາມ, ເຂື່ອນພູງອຍ, ເຂື່ອນປາກຊົມ ແລະເຂື່ອນບ້ານກຸ່ມ ຢູ່ໃນແຜນການກໍ່ສ້າງ ປັດຈຸບັນ ຢູ່ລະຫວ່າງການສຶກສາ ຜົນກະທົບທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ຜົນກະທົບຂ້າມພົມແດນ ແບບລະອຽດ.