ນັກຮຽນ ປະລະການຮຽນ 100,000 ຄົນ ໃນສົກຮຽນທີ່ຜ່ານມາ

0:00 / 0:00

ໃນສົກຮຽນປີ 2021-2022 ມີນັກຮຽນປະລະການຮຽນປະມານ 100,000 ປາຍຄົນ ນັບແຕ່ຊັ້ນປະຖົມ ປ.1 ຂຶ້ນໄປຫາ ຊັ້ນມັດທະຍົມ ມ.7 ສືບເນື່ອງມາຈາກບັນຫາ ທາງດ້ານເສຖກິຈ ແລະ ອີກຫຼາຍປັດໄຈ.​

ໃນສົກຮຽນ 2020-2021 ໃນທົ່ວປະເທດ ມີນັກຮຽນປະລະການຮຽນນັບແຕ່ ຊັ້ນ ປ.1-ມ.7 ທັງມົດປະມານ 92,000 ຄົນ.​

ຈໍານວນໂຕເລກການປະລະການຮຽນ ໃນປີ ສົກປີ 2021-2022 ສູງກວ່າໂຕເລກ ສົກຮຽນປີ 2020-2021 ເກືອບ 10,000 ຄົນ.​

ກ່ຽວກັບສາເຫດ ການປະລະການຮຽນ, ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານ ນຶ່ງ ຜູ້ທີ່ເຮັດວຽກເຣື່ອງການສຶກສາ ໄດ້ກ່າວວ່າ:

" ອັນຫຼັກໆ ກະຊິແມ່ນເຣື່ອງປາກ ເຣື່ອງທ້ອງ ນີ້ແຫຼະເນາະ ເຣື່ອງເສຖກິຈພາຍໃນຄອບຄົວນີ້ແຫຼະເນາະ. ມັນຕ້ອງໄດ້ຮັບປະກັນ ເຣື່ອງການຢູ່ການກິນ ເພາະວ່າການຮຽນ ໄປຮອດຈົບນີ້ກະຍັງ ບໍ່ຮູ້ວ່າ ຊິຈົບໄປແບບໃດ. "

ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:

" ບາດນີ້ຮຽນຈົບໄປໃນຂັ້ນມັດທະຍົມນີ້ ກະຊິກັບມາຄືນເຮັດອັນເກົ່າລະ ເປັນຫຍັງຄືບໍ່ໄປເຮັດເລີຍລະ ເປັນຫຍັງຕ້ອງເສັຽເວລາ ໃຊ້ເວລາໃນການຮຽນ ເຊິ່ງມັນບໍ່ໄດ້ຕອບໂຈດ ໃນເຣື່ອງທີ່ຈະເຮັດໃຫ້ຊີວິດໂຕເອງ ຫຼື ຊີວິດຄອບຄົວ ມັນດີຂຶ້ນ ແລະ ບວກກັບນີ້ແຫຼະ ຄ່າເງິນເຟີິ້ ພວກນີ້ເນາະ ມັນກະຄືເຮັດໃຫ້ທ້າທາຍຕໍ່ການໃຊ້ຊີວິດເນາະ. "

ນັກຮຽນ ທີ່ອອກໄປສ່ວນນຶ່ງມີຖານະທຸກຍາກ ພໍ່ແມ່ບໍ່ມີເງິນສົ່ງໃຫ້ຮຽນຕໍ່ ຍ້ອນສະພາບເສຖກິຈ ທີ່ຝືດເຄື່ອງ ແລະ ຈໍານວນນຶ່ງ ກໍພາກັນໄປເຮັດວຽກຢູ່ປະເທດໄທຍ ເຖິງວ່າຈະອາຍຸຕໍ່າກວ່າ 18 ປີ ກໍຕາມ.

ປະຊາຊົນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" 18 ປີກະຫຼາຍ 14-15 ປີ ມັນກະມີເດັກນ້ອຍ ພໍຫາເງິນໄດ້ພໍ່ແມ່ເຂົາກະສົ່ງໄປໂລດຫັ້ນແຫຼວ ສ່ວນຫຼາຍເດັກນ້ອຍແມ່ນຜູ້ຍິງ 14-15-16-17-18 ປີ ບໍ່ຍັງດອກ ຢູ່ພຸ້ນແຫຼະໝົດ ໄປກະໄປຊອກວຽກເອງຍົກໂຕຢ່າງວ່າ ໄປເສີບອາຫານ. "

ປັດຈຸບັນ ສະພາບເສຖກິຈ ມີຄວາມຝືດເຄືອງ ເງິນເຟີ້ ສິນຄ້າແພງ ເຮັດໃຫ້ຜູ້ຄົນຕ້ອງພາກັນອອກໄປເຮັດວຽກ ຢູ່ປະໄທຍ ແລະ ນັກຮຽນຢູ່ມັດທະຍົມຕ້ອງ ປະລະການ ເພື່ອອອກໄປເຮັດວຽກ ເຊິ່ງຈໍານວນນຶ່ງກໍພາກັນໄປເຮັດວຽກຢູ່ປະເທດໄທຍ.

ກ່ຽວກັບສະພາບເງິນເຟີ້, ອີງຕາມຂໍ້ມູນຈາກຮ້ານເລກປ່ຽນເງິນຕຣາ ນອກລະບົບ, ກ່ອນໂຄວິດ-19 ຣະບາດ ເງິນກີບ/ເງິບບາທໄທຍ ແຕ່ 250,000 ຕໍ່ 1,000 ບາທ, ປັດຈຸບັນ ຂຶ້ນຮອດ 600,000 ປາຍກີບ/1,000 ບາທ ແລະ ສ່ວນເງິນໂດລ້າຣ໌ ຂຶ້ນຈາກ 900,000 ປາຍກີິບ/100 ໂດລ້າຣ໌ ມາເປັນ 2,000,000 ປາຍກິີບ/100ໂດລ້າຣ໌.

ໝີ່ໄວໆ ແຕ່ກ່ອນລາຄາ 2 ຫໍ່/5,000 ກີບ ແຕ່ ປັດຈຸບັນ 1 ຫໍ່/5,000 ກີບ, ອີງຕາມຂໍ້ມູນຈາກປະຊາຊົນ.

ຢູ່ແຂວງພາກໃຕ້ ຂອງລາວ ກໍເຊັ່ນດຽວກັນ ປັດຈຸບັນ ປະຊາຊົນ ລວມທັງນັກຮຽນໄປເຮັດວຽກຢູ່ປະເທດໄທຍ. ພໍ່ແມ່ນັກຮຽນ ຢູເມືອງໂຂງແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" ຢູ່ໂຮງຮຽນມັດທະຍົມນາກະສັງ ເມືອງໂຂງ ໃນປີ 2022​ ມີນັກຮຽນປະມານ 500​ ຄົນ ແຕ່ ໃນປີ 2023 ມີນັກຮຽນພຽງແຕ່ 200 ປາຍຄົນ ເທົ່ານັ້ນ ຍ້ອນວ່າ ເຂົາເຈົ້າກັນກັນອອກໂຮງຮຽນໄປເຮັດວຽກ. "

ອີກໂຕຢ່າງນຶ່ງ ຄື ຢູ່ເມືອງປາກລາຍ ແຂວງໄຊຍະບູລີ. ມີນັກຮຽນ ມ.1-ມ.7 ປະລະການຮຽນ ໃນສົກຮຽນ ປີ 2022-2023 ປະມານ 1,000 ຄົນ ອີງຕາມຂໍ້ມູນຈາກຜແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ.

ຈໍານວນນັກຮຽນ ປະລະການຮຽນ ສ່ວນໃຫຍ່ ແມ່ນຢູ່ຊັ້ນ ມ.1-ມ.4, ອາຍຸລະຫວ່າງ 13-16 ປີ ສາເຫດສໍາຄັນ ທີ່ນັກຮຽນປະການຮຽນ ໂດຍສະເພາະນັກຮຽນທີ່ຢູ່ເຂດຊົນນະບົດ ຍ້ອນວ່າ ພໍ່ແມ່ຜູ້ປົກຄອງ ແລະນັກຮຽນເອງ ເຫັນຣຸ້ນເອື້ອຍ, ຣຸ້ນອ້າຍ ທີ່ຮຽນຈົບຊັ້ນສູງມາແລ້ວ ບໍ່ມີວຽກເຮັດງານທໍາ.

ສໍາລັບໄວໜຸ່ມລາວ ທີ່ຮຽນຢູ່ລະດັບມັດທະຍົມ, ການສຶກສາບໍ່ໄດ້ໃຫ້ທາງເລືອກເຂົາເຈົ້າ ແລະ ເຂົາເຈົ້າຍັງບໍ່ແນ່ໃຈວ່າ ເມື່ອຈົບແລ້ວ ເຂົາຈະມີວຽກເຮັດງານທໍາ ຫຼືບໍ່ ສະນັ້ນທາງເລືອກ ກໍຄື ນັກຮຽນຈໍານວນນຶ່ງ ຈໍາເປັນຕ້ອງໄດ້ໄປເຮັດວຽກຢູ່ໄທຍ.

ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9, ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ທ່ານ ນຶ່ງໄດ້ອະພິປາຍຕອນນຶ່ງວ່າ:

" ລະອັນສໍາຄັນມໍ່ໆມານີ້ກະແມ່ນ ສະພາບການຣະບາດຂອງໂຄວິດ 19 ລວມທັງສະພາບຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ ທີ່ເຮັດໃຫ້ນັກຮຽນນັກສຶກສາ ປະລະໜ້າທີ່ການຮໍ່າຮຽນ ລະກະໄປຊອກຫາ ເຮັດວຽກງານທໍາ. "

ນອກຈາກນີ້, ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

" ຄົນທີ່ຈົບປະຣິນຍາຕຣີ ຢູ່ລາວ ເງິນເດືອນ ກໍພຽງແຕ່ ລ້ານປາຍກີບ ມັນບໍ່ພໍກິນ , ແຕ່ເຂົາເຈົ້າໄປເຮັດວຽກຢູ່ໄທຍ ເງິນເດືອນຂັ້ນຕໍ່າ 13,000 ບາທ ຄິດເປັນເງິນລາວລະ 7 ລ້ານປາຍກີບແລ້ວ ແລະ ເຂົາເຈົ້າ ກໍຍັງມີເງິນສົ່ງກັບບ້ານອີກ."

ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ທ່ານນີ້ ກ່າວຕື່ມວ່າ:

" ເຂົາກໍຈໍາເປັນຕ້ອງໄດ້ໄປເຮັດວຽກ ເພາະວ່າ ຢູ່ລາວ ມັນເສຖກິຝືດເຄືອງ. "

ອີງຕາມຊໍ້ມູນ ຈາກກະຊວງສຶກສາທິການ ແລະ ກິລາ ໄດ້ພົບວ່າ ໃນສົກປີ 2021-2022 ມີນັກຮຽນຊັ້ນມັດທະຍົມທີ່ປະລະການຮຽນ ປະມານ 64,000 ຄົນ ສ່ວນວ່າ ຊັ້ນປະຖົມມີນັກຮຽນປະລະການຮຽນ ທັງໝົດປະມານ 37,000 ຄົນ.

​ສ່ວນວ່າ ໃນນປົກປີ 2020-2021 ຈໍານວນນັກຮຽນຊັ້ນປະຖົມ ແລະ ມັດທະຍົມ ທີ່ປະລະການຮຽນ ມີ 92,000​ ຄົນ.

ໃນທົ່ວປະເທດ ມີນັກຮຽນມັດທະຍົມສຶກສາເກືອບ 600,000 ຄົນ ແລະ ຈໍານວນນັກຮຽນປະຖົມສຶກສາ ມີ 700,000 ປາຍ​ຄົນ.