ວັນທີ 03 ມີນາ 2024 ແມ່ຍິງລາວ ນາງແພ ນາມສົມມຸດ ອາຍຸ 18 ປີ ເປັນຄົນຈາກ ເມືອງໂຂງ ແຂວງຈຳປາສັກ ເຊິ່ງເຮັດວຽກເປັນຜູ້ເບິ່ງແຍງ ຜູ້ສູງອາຍຸ ຢ່າງຖືກກົດໝາຍ ໄດ້ຕັດສິນໃຈອອກຈາກເຮືອນຫຼັງໃຫຍ່ ແລ້ວປີນຮົ້ວສູງ ເກືອບ 2 ແມັດ ມາຫາຕຳຫຼວດ ສະຖານີພູທອນ ແຂວງອຸດອນທານີ ປະເທດໄທຍ ເພື່ອຂໍຄວາມຊ່ອຍເຫຼືອ ພາຍຫຼັງຖືກນາຍຈ້າງ ທີ່ມີອາຊີບເປັນໝໍ ອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ອະນຸຍາດໃຫ້ລາອອກ, ຍຶດພາສປອດ ແລະໃບອະນຸຍາດ ເຮັດວຽກ.
ດັ່ງຜູ້ເປັນອ້າຍຂອງແມ່ຍິງລາວ ຜູ້ເຄາະຮ້າຍ ໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 04 ມີນາ ນີ້ວ່າ:
"ເພາະວ່ານ້ອງສາວເຮົາຖືກັກຂັງ ຢູ່ບ້ານນາຍຈ້າງເຂົາບໍ່ໃຫ້ອອກຈາກບ້ານ ເຂົາຕ້ອງການຍຶດເອກະສານ ແລ້ວກໍເຄື່ອງໃຊ້ຕ່າງໆ ນີ້ນ່າພາສປອດແລ້ວບັດ MOU, ບັດແຮງງານ, ເບິ່ງຄົນແກ່ເບິ່ງແມ່ເຂົາຫັ້ນນ່າ, ແຕ່ເຂົາບໍ່ໃຫ້ອອກຈາກບ້ານ ຂໍເຂົາອອກ ເຂົາກໍບໍ່ໃຫ້ອອກ ມີແຕ່ທຳອະນາຈານ ທົນຕໍ່ພຶດຕິກຳ ທີ່ເຂົາເຮັດບໍ່ໄດ້ ນ້ອງສາວກາເລີຍໂທຫາ."
ແມ່ຍິງລາວ ທີ່ເປັນຜູ້ເສັຍຫາຍກ່າວຕໍ່ນັກຂ່າວ ລາຍການເລື່ອງເລົ່າເຊົ້ານີ້ ປະເທດໄທຍ ເມື່ອວັນທີ 03 ມີນາ 2024 ທີ່ຜ່ານມາ ພ້ອມທັງຮ້ອງໃຫ້ວ່າ ໂຕເອງຖືກນາຍຈ້າງ ກະທຳດັ່ງກ່າວມາດົນກ່ວາ 5-6 ເດືອນແລ້ວ ແລະໂຕເອງບໍ່ໄດ້ໄປແຈ້ງຄວາມ ຕໍ່ຕຳຫຼວດ ເພາະຢ້ານອຳນາດ ຂອງນາຍຈ້າງ ທີ່ເປັນຜູ້ໃຫຍ່ໂຕ.
ດັ່ງຍານາງກ່າວວ່າ:
(ພາສາໄທຍ) “ລວນລານເຮົາ ແລ້ວໂທມາຂໍໂທດ ແຕ່ວ່າເຮົາຢູ່ຕໍ່ບໍ່ໄດ້. ເຮົາທົນຢູ່ບ້ານເຂົາບໍ່ໄດ້ ເພາະວ່າເຮົາພົບເຂົາແລ້ວ ສະພາບຈິດໃຈ ເຮົາມັນບໍ່ດີ. ເຮົາຢູ່ກັບເຂົາບໍ່ໄດ້ເຂົາມາກອດ, ມາຈູບ, ມາກອດເຮົາເວລາທີ່ເຮົາພາຍ່າເຂົາໄປອາບນໍ້າ. ເຂົາມາສວຍໂອກາດ. ກໍຕັ້ງແຕ່ເດືອນທຳອິດ ທີ່ເຮົາມາ ແຕ່ທີ່ເຮົາເຮັດວຽກໄດ້ 5-6 ເດືອນແລ້ວ ເຂົາກໍບອກວ່າ ເຂົາບໍ່ໄດ້ເຮັດ. ຫຼັງໆເຂົາກໍຍອມຮັບ ເຂົາກໍບອກວ່າ ເຂົາເຮັດຫຼີ້ນໆ. ອັນນີ້ເຮົາກໍໄປປຶກສາຜູ້ຂັບລົດ ທີ່ບ້ານເຂົາກໍບອກຢ່າໄປແຈ້ງຄວາມ ຄົນທີ່ນີ້ໃຫຍ່ໂຕ ແຕ່ເຮົາຢູ່ແລ້ວເຮົາກໍອຶດອັດ ເຮົາໄປຢູ່ກັບເຂົາບໍ່ໄດ້ ເຮົາຢ້ານເຂົາ.”
ອ້າຍຂອງແມ່ຍິງລາວ ຜູ້ເຄາະຮ້າຍ ໄດ້ເປັນຜູ້ແຈ້ງຄວາມ ໄປຍັງສະຖານີຕໍາຫຼວດ ພູທອນ ອຸດອນທານີ ເພື່ອຂໍໃຫ້ຕຳຫຼວດ ຊ່ອຍເຫຼືອ ແລະຍັງໄດ້ກ່າວເຖິງຕອນທີ່ຕຳຫຼວດໄທຍ ເຂົ້າຊ່ອຍນ້ອງສາວລາວວ່າຕຳຫຼວດ ໄປກົດກະດິງໜ້າເຮືອນ ຂອງນາຍຈ້າງ ເພື່ອໃຫ້ເຈົ້າຂອງເຮືອນອອກມາ ແຕ່ເຈົ້າຂອງເຮືອນບໍ່ຍອມເປີດປະຕູ ແລະບໍ່ຍອມອອກມາຈາກນັ້ນ ນ້ອງສາວຂອງລາວ ແລ່ນໄປເຄາະປະຕູ ແລະໄດ້ຮ້ອງຂໍຄວາມຊ່ອຍເຫຼືອ. ປັດຈຸບັນທາງຄອບຄົວ ຜູ້ເສັຍຫາຍ ຄືແມ່ຍິງລາວຜູ້ເຄາະ ຮ້າຍຕ້ອງການໃຫ້ນາຍຈ້າງຄິດໄລ່ເງິນເດືອນ ຂອງເດືອນມີນາເປັນຈຳນວນ 10,000 ບາດ ໃຫ້ນ້ອງສາວ ແລະເຊັນເອກະສານຍິນຍອມ ໃຫ້ນ້ອງສາວອອກຈາກການເປັນລູກຈ້າງ.
ດັ່ງອ້າຍຂອງແມ່ຍິງລາວ ຜູ້ເຄາະຮ້າຍ ກ່າວຕື່ມວ່າ:
“ເຂົາບໍ່ເປີດປະຕູໃຫ້ໂທແຈ້ງຕໍາຫຼວດ. ຕໍາຫຼວດເຂົາກໍມາຮອດ ເຂົາກໍບໍ່ໄດ້ບຸກລຸກຫຍັງ ກໍເຂົາ ກໍຕ້ອງການໃຫ້ນ້ອງປອດໄພ ກໍເລີຍໃຫ້ນ້ອງປີນຮົ້ວມາກ່ອນ. ໃຫ້ຊ່ອຍແບບໃຫ້ເຊັນເອກະສານ ຍິນຍອມໃຫ້ນ້ອງຫັ້ນອອກ ຈາກບ່ອນນັ້ນ. ແລ້ວກໍຄິດເງິນເດືອນ ເພາະວ່າ ເດືອນແລ້ວນີ້ເນາະ ນ້ອງລາອອກ ເຂົາບໍ່ຄິດເງິນເດືອນໃຫ້ ເດືອນແລ້ວນີ້ ກໍຂໍເບີກເງິນ ເພິ່ນກໍບໍ່ໃຫ້ ກໍເລີຍເດືອນມີນາ 4-5 ວັນ ແລ້ວ. ຕ້ອງມາເຄຣັຍກ່ອນ. ເພາະວ່າເຮົາ ມາຖືກຕ້ອງຕາມກົດໝາຍ ເຮົາມາເຮັດງານ ເຮົາຍັງບໍ່ໄດ້ມີເງິນຕຳຫຼວດໄທຍ ກໍາລັງດຳເນີນການຢູ່.”
ສະຖານີຕໍາຫຼວດພູທອນ ອຸດອນທານີ ຍັງບໍ່ທັນໄດ້ຕັ້ງຂໍ້ຫານາຍຈ້າງເທື່ອ ແລະຢູ່ລະຫວ່າງການນຳໂຕຜູ້ເສັຍຫາຍ ແລະນາຍຈ້າງເຂົ້າມາສອບປາກຄຳ ເພື່ອໄກ່ເກັ່ຍຄ່າເສັຍຫາຍ ເປັນອັນດັບຖັດໄປ ຫາກຝ່າຍນາຍຈ້າງ ເຮັດຜິດແທ້ກໍຈະຖືກລົງໂທດ ຕາມລະບຽບກົດໝາຍຕໍ່ໄປ.
ດັ່ງ ພັນຕໍາຫຼວດໂທ ສິງຫະຣາດແກ້ວ ເກີດມີ ຮອງຜູ້ກຳກັບຝ່າຍສອບສວນ ສະຖານີຕຳຫຼວດ ພູທອນ ອຸດອນທານີ ກ່າວໃນວັນທີ 04 ມີນານີ້ວ່າ:
(ພາສາໄທຍ) “ເອີຄະດີກໍຢູ່ທີ່ຫ້ອງການຕໍາຫຼວດນີ້ແຫຼະ ເພາະວ່າຫາກໍເກີດເຫດຫາກໍແຈ້ງມາ ມື້ວານນີ້ມື້ນີ້ນັດຜູ້ເສັຍຫາຍ ຄືແມ່ຍິງລາວ ເຂົ້າມາສອບປາກຄຳມື້ນີ້ ທາງຜູ້ເສັຍຫາຍ ກັບຝ່າຍນາຍຈ້າງ ຈະເຂົ້າມາສອບປາກຄຳ ກໍຖ້ານາຍຈ້າງເຮັດຜິດກໍຖືກລົງໂທດ ກໍວ່າກັນໄປຕາມຜິດ.”
ວັນທີ 04 ມີນາ 2024 ແມ່ຍິງລາວຜູ້ເສັຍຫາຍໄດ້ເດີນທາງ ໄປໂຮງໝໍອຸດອນທານີ ເພື່ອກວດຮ່າງກາຍແລະເອົາໃບຢັ້ງຢືນ ຂອງທ່ານໝໍມາໃຫ້ຕຳຫຼວດ ເພື່ອປະກອບເອກະສານ ໃນການສອບປາກຄຳ ແລະວາງແຜນຈະກັບປະເທດລາວ ພາຍຫຼັງການດຳເນີນການຊັ້ນຕຳຫຼວດແລ້ວ. ອີງຕາມຜູ້ເປັນອ້າຍແມ່ຍິງລາວຜູ້ເຄາະຮ້າຍຢັ້ງຢືນ. ສ່ວນຕຳຫຼວດໄທຍ ກໍຢັ້ງຢືນວ່າແມ່ຍິງລາວຜູ້ເຄາະຮ້າຍ ຍັງບໍ່ທັນໄດ້ກັບປະເທດລາວເທື່ອ.
ດັ່ງຍານາງກ່າວວ່າ:
(ພາສາໄທຍ): “ຍັງແມ່ຍິງລາວກັບປະເທດລາວ ບໍ່ໄດ້ເທື່ອຍ້ອນຕ້ອງລໍຖ້າ ຄູ່ກໍລະນີ. ຄູ່ກໍລະນີຄືນາຍຈ້າງຍັງບໍ່ທັນໄດ້ອອກຈາກເຮືອນ ມາໃຫ້ປາກຄຳນຳເຈົ້າໜ້າທີ່ ຕຳຫລວດເທື່ອ.”
ເຈົ້າໜ້າທີີ່ທີ່ກ່ຽວຂ້ອງ ແຂວງຈໍາປາສັກກ່າວວ່າ ສາເຫດໜຶ່ງທີ່ເຫັນໄວໜຸ່ມລາວ ຈໍານວນໜຶ່ງຢູ່ເມືອງໂຂງອອກໄປເຮັດວຽກ ຢູ່ໄທຍກໍຍ້ອນວ່າເປັນຄອບຄົວທຸກຍາກ ພໍ່ແມ່ບໍ່ມີເງິນສົ່ງໄປຮຽນຊັ້ນສູງ ຢູ່ພາຍໃນໂຕເມືອງ. ສ່ວນພາຍໃນເມືອງໂຂງ ສະຖາບັນການສຶກສາ ຊັ້ນສູງ, ຊັ້ນວິທະຍາໄລ ແລະ ມະຫາວິທະຍາໄລ ບໍ່ມີ. ສະນັ້ນການມີວຽກເຮັດ ຢູ່ຕ່າງປະເທດ ຖືວ່າດີກ່ວາວ່າງວຽກ ແລະບໍ່ໄດ້ຮຽນ.
“ຄັນວ່າແລ້ວຢູ່ເມືອງໂຂງ ມັນກໍຫ່າງໄກສອກຫຼີກ ຄັນຊິໄປຕໍ່ມະຫາໄລ, ຕໍ່ວິທະຍາໄລ ມັນກໍຍາກກໍຊິໄປປາກເຊ. ຢູ່ໂຕເມືອງຂອງແຂວງ ໄປຮຽນຢູ່ພຸ້ນ ມັນກໍໄດ້ສິ້ນເປືອງ ຜູ້ເຂົາບໍ່ມີພີ່ນ້ອງໄປຢູ່ມັນກໍຢູ່ຫໍພັກ ຢູ່ເຮືອນເຊົ່າ ມັນກໍໄດ້ໃຊ້ຈ່າຍ ຜູ້ບໍ່ມີທືນມີຮອນພໍ່ແມ່ບໍ່ມີທຶນມີຮອນ. ສົ່ງຮຽນຕໍ່ຈຳເປັນໄປ (ໄປເຮັດວຽກຢູ່ໄທຍ) ຄັນຢູ່ບ້ານມັນກໍບໍ່ໄດ້ຮຽນ ກໍມັນບໍ່ມີເດ້ຢູ່ທາງເມືອງໂຂງ ມັນບໍ່ມີວິທະຍາໄລ ບໍ່ວ່າ ຫາວຽກຍາກ ຢູ່ນີ້ມັນກໍພໍມີຄັນວ່າຜູ້ມັກເຮັດໄຮ່ເຮັດນາ ເຮັດວຽກມັນກໍພໍໄດ້ຜູ້ເຂົາບໍ່ໄດ້ໄປມັນກໍຢູ່ລອດຄືກັນ.”
ຫຼ້າສຸດ ທ່ານໝໍ ໂອພາດ ການກະວີນພົງ ປະລັດກະຊວງສາທາລະນະສຸກ ຫຼື ເລຂາທິການຖາວອນ ກະຊວງສາທາລະນະສຸກ ໄທຍ ຖະແຫຼງຂ່າວວ່າ ກໍລະນີດັ່ງກ່າວນັ້ນ ນາຍຈ້າງເປັນທ່ານໝໍ ລັດຖະກອນ ຢູ່ສາທາລະນະສຸກ ແຂວງແຫ່ງໜຶ່ງ ແຕ່ກະສຽນອາຍຸລາຊການໄປແລ້ວ ແລະຫາກເກີດກໍລະນີດັ່ງກ່າວແທ້ ແລະມີຄວາມກ່ຽວຂ້ອງ ກັບກະຊວງສາທາລະນະສຸກ ກໍຈະໃຫ້ຄວາມຮ່ວມມື ຕ້ອງກວດສອບເພື່ອດຳເນີນການທາງວິໄນຕໍ່ໄປ. ອີງຕາມຂໍ້ມູນ ຈາກສຳນັກຂ່າວໄທຍ ເວັບໄຊ Thethaiger.