ເຈົ້າໜ້າທີ່ແຂວງສະຫວັນນະເຂດ ໄດ້ຍຸບໂຮງຮຽນຢ່າງໜ້ອຍ 4 ແຫ່ງແລ້ວເພື່ອລວມເຂົ້າກັນ ຢູ່ນະຄອນໄກສອນພົມວິຫານ ຍ້ອນວ່າ ຂາດຄູສອນ ແລະ ຈໍານວນນັກຮຽນ ກໍໜ້ອຍລົງ ໃນສົກຮຽນ 2024-2025.
ໂຮງຮຽນທີ່ມີການຍຸບ ລວມມີ ໂຮງຮຽນ ມ.ຕົ້ນ ນາເຊັງ ແລະ ໂຮງຮຽນ ມສ ຊົນເຜົ່າ ຫຼັງຈາກພິຈາລະນາແລ້ວ ຍ້ອນວ່າ ເປັນໂຮງຮຽນທີ່ຢູ່ໃກ້ກັນພຽງແຕ່ 500 ແມັດ ຊຶ່ງຈະບໍ່ມີຜົນກະທົບຕໍ່ນັກຮຽນໃນການເດີນທາງໄປໂຮງຮຽນແຕ່ລະມື້.
ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ຕຸລາ ວ່າ:
" ເຮົາໂຮມ ມ.ຕົ້ນ ນາເຊັງ ເຂົ້າກັບ ມສ ຊົນເຜົ່າ ອີງໃສ່ເຮົາ ມັນຂາດຄູ ຄູເຮົາກໍມີເຂົ້າບໍານານແດ່ ມີເສັຍຊີວິດແດ່ ອອກແດ່ ພວກອາສາສະໝັກ ສະຖານທີ່ເຂົາກໍຢູ່ໃກ້ຄຽງກັນ ຄູເຮົາບໍ່ພຽງພໍ ໃນບາງລາຍຊັ້ນ ເນື່ອງຈາກວ່າ ສະຖານທີ່ກະໃກ້ຄຽງກັນ ຫ່າງກັນພຽງແຕ່ 500 ແມັດ ຄູເຮົາກໍໄດ້ສອນທຸກວິຊາ ກໍລະນີເຮົາບໍ່ໂຮມກະ ບາງວິຊາເຮົາກະອາດຈະບໍ່ໄດ້ຮຽນ ນັກຮຽນຫັ້ນນ່າ. "
ສໍາລັບສາເຫດ ທີ່ເຮັດໃຫ້ນັກຮຽນຊັ້ນ ມ.ຕົ້ນ ນາເຊັງ ມີຈໍານວນນັກຮຽນໜ້ອຍລົງ ຈົນເປັນອີກປັດໄຈເຮັດໃຫ້ຕ້ອງຍຸບໂຮງຮຽນ ລວມກັນ ກໍຍ້ອນ ຄວາມທຸກຍາກເຮັດໃຫ້ນັກຮຽນ ຊັ້ນ ມ.ຕົ້ນ ນາເຊັງ ຈໍານວນນຶ່ງ ອອກຮຽນໄປເຮັດວຽກຊ່ວຍເຫຼືອຄອບຄົວ.
ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ທ່ານນີ້ ໄດ້ກ່າວວ່າ:
" ຜູ້ປົກຄອງ ເຂົາບໍ່ເອົາລູກຫຼາຍແນ່ ສອງມາ ຜູ້ປົກຄອງ ພາລູກໄປຫາງານທໍານໍາພໍ່ແມ່ແດ່ຫຼາຍ ປັດຈຸບັນ ບາງຫຼາຍ ບາງນ້ອງ ນັກຮຽນເຮົາເອງ ກໍໄປຍ້ອນເສດຖະກິດ ບໍ່ສົມບູນແບບຫຍັງຫຼາຍໆ ປັດໃຈ ຖານະສໍາບາກ ຫາເງິນພໍໄດ້ຊ່ວຍເສດຖະກິດ ບໍ່ສົມບູບແບບຫຍັງ ຫຼາຍໆ ປັດໄຈ ຖານະລໍາພາກ ຫາເງິນພໍໄດ້ຊ່ວຍເຫຼືອຄອບຄົວ ຄັນເຮົາຮຽນ ຄອບຄົວ ພັດແຮງແຢ້ ລົງກວ່າເກົ່າຫັ້ນນ່າ. "
ເປັນເວລາ 1 ປີ ທີ່ໂຮງຮຽນ ມ.ຕົ້ນ ນາເຊັງ ປະສົບກັບບັນຫາການຂາດຄູ ແລະ ນັກຮຽນເຂົ້າຮຽນໜ້ອຍລົງ, ພາກສ່ວນຂອງຄູ-ອາຈານ ຈຶ່ງພາກັນລາຍງານ ບັນຫາໄປເຖິງ ຂະແໜງການສຶກສາເມືອງ ແລະ ແຂວງ ສະນັ້ນ ສົກຮຽນ 2024-2025 ຈຶ່ງມີການຍຸບໂຮງຮຽນດັ່ງກ່າວ ເຂົ້ານໍາກັນ. ນາຍຄູ ໂຮງຮຽນ ມ.ຕົ້ນ ນາເຊັງ ໄດ້ກ່າວວ່າ:
" ມາໃນປີໂຕນີ້ແຫຼະ ນັກຮຽນມັນແບບວ່າ ມັນໜ້ອຍລົງ ຫຼືວ່າ ແນວໃດ ກໍເລີຍໄປຂຶ້ນກັບຊົນເຜົ່າ ມ.ຕົ້ນ ນາເຊັງນີ້ ຂາດຄູ ຫວ່າງປີກາຍນີ້ແຫຼະ ຊ້ວງກ່ອນຊິຍຸບນີ້ ກໍໄດ້ສົ່ງໄປທາງເມືອງ ແລ້ວ ເມືອງກໍຂຶ້ນທາງແຂວງ ແຂວງກໍໃຫ້ຄູຊົນເຜົ່າລົງມາຊ່ວຍກໍບໍ່ໄດ້ຂາດ ເພິ່ນກໍລົງມາສອນ ຈົນໝົດປີຫັ້ນນ່າ. "
ໂຮງຮຽນຫຼັງເກົ່າ ມ.ຕົ້ນ ນາເຊັງ ໄດ້ໂອນມອບໃຫ້ເປັນຂອງໂຮງຮຽນປະຖົມ ນາເຊັງແລ້ວ ສ່ວນວ່າ ນັກຮຽນ ມ.ຕົ້ນ ນາເຊັງ ກໍໄປຮຽນຢູ່ນໍາ ນັກຮຽນ ມສ ຊົນເຜົ່າແລ້ວ.
ຜູ້ປົກຄອງນັກຮຽນບ້ານນາເຊັງ ໄດ້ກ່າວວ່າ:
" ຫ່າງກັນແຕ່ 200 ແມັດ ນີ້ນ່າ ໂຮງຮຽນຫັ້ນ ກັບ ໂຮງຮຽນນີ້ ເຫັນດີ ກໍຍຸບໃຫ້ເຂົ້າກັນແລີຍຊາ ໂຕ ອາຄານໂຕນັ້ນແຫຼະ ເພິ່ນວ່າ ເພິ່ນມອບໃຫ້ປະຖົມ ໃນການນໍາໃຊ້ນ່າ.
ນອກຈາກນັ້ນ ໂຮງຮຽນປະຖົມຊອກໃຕ້ ແລະ ໂຮງຮຽນປະຖົມຊອກເໜືອ ກໍຖືກຍຸບຮວມກັນນໍາດ້ວຍ ແລ້ວເອົາຕຶກອາຄານໂຮງຮຽນ ມອບໃຫ້ເປັນໂຮງຮຽນອະນຸບານບ້ານຊອກໃຕ້.
ພໍ່ແມ່ຜູ້ປົກຄອງບາງຄົນ ກໍບໍ່ຢາກເອົາລູກຂອງຕົນທີ່ອາຍຸ 3-5 ປີ ມາເຂົ້າໂຮງຮຽນອະນຸບານບ້ານຊອກໃຕ້ ຍ້ອນໄລຍະທາງໄກຈາກບ້ານເຂົາເຈົ້າ.
ນາຍຄູຄົນນຶ່ງ ໄດ້ກ່າວວ່າ:
“ຄືຊອກໃຕ້ນີ້ ກໍຂາດຄູ ແລ້ວບ້ານເໜືອຫັ້ນ ກໍຄູຫຼາຍ ແລ້ວກໍເລີຍ ເພິ່ນເອົາມາໂຮມກັນ ສ່ວນຫຼາຍຊອກໃຕ້ ນີ້ ມັນຈະມາປະຖົມຊອກເໜືອ ແຕ່ວ່າ ເຂົາເຈົ້າກໍໃຫຍ່ແໜ່ ມັນຈະເປັນໂຮງຮຽນພາກບັງຄັບ ຈະຕ້ອງໄດ້ມາ ແລ້ວບາດນີ້ ຊອກໃຕ້ ມັນຈະເປັນອະນຸບານ ນັກຮຽນອະນຸບານຫັ້ນ ມັນຢູ່ເຂດຊອກຫາງ ແລ້ວກໍຊອກເໜືອ ມີຈໍານວນຫຼາຍ ແລ້ວເຮົາຊິໄປຢູ່ ຊອກໃຕ້ຫັ້ນ ເຂົາເຈົ້າກໍບໍ່ຢາກເອົາລູກໄປສົ່ງໄກ ຜູ້ບາງຄົນ ກໍບໍ່ມີລົດ 3 ກິໂລແມັດ ຈັ່ງຮອດ ຊອກໃຕ້ຄຸມເໜືອຫັ້ນ.”
ແຂວງສະຫວັນນະເຂດ ຂາດແຄນຄູສອນ ເຖິງ 500 ປາຍຄົນ ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ແລະ ຍັງມີທ່າອ່ຽງວ່າ ຈະຂາດແຄນຄູ ຫຼາຍຂຶ້ນ ຍ້ອນໃນປີນີ້ ມີຄູອອກບຳນານ 300 ປາຍຄົນ. ບັນຫາຂາດແຄນຄູ ໄດ້ເຮັດໃຫ້ຄູ ທີ່ຍັງສອນຢູ່ ຕ້ອງສອນຫ້ອງຄວບ ຫຼາຍຊັ້ນຮຽນ ເຮັດໃຫ້ການຮຽນ-ການສອນ ບໍ່ໄດ້ຄຸນນະພາບ.