ແມ່ຍິງ-ເດັກນ້ອຍ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ 110 ຄົນ ຖືກຊ່ວຍເຫຼືອ

0:00 / 0:00

ໃນ 1 ປີຜ່ານມາ ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງ ແລະການຂົ່ມຂືນ ທັງໝົດ 110. ໃນນັ້ນ ເປັນຍິງ 103 ຄົນ ແລະຊາຍ 7 ຄົນ, ອາ ຍຸຕໍ່າກວ່າ 18 ປີ 91 ຄົນ. ໃນຈໍານວນນີ້ ສ່ວນຫຼາຍຖືກຄົນຈີນ ຕົວະໄປແຕ່ງດອງຢູ່ຈີນ ແລ້ວຂາຍຕໍ່ໃຫ້ຜູ້ຊາຍຈີນຄົນອື່ນ ແລະຖືກບັງຄັບໃຫ້ຂາຍບໍລິການທາງເພດ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ປະສານງານລະຫວ່າງ ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ແລະກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ຫຼື UNFPA ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພະຈິກນີ້.

" ສ່ວນຫລາຍເຂົາເຈົ້າຫັ້ນ ມີການຕົວະແບບວ່າ ແຕ່ງດອງແອບແຝງ ຫລັງຈາກທີ່ວ່າແຕ່ງດອງໄປ ມັນບໍ່ແມ່ນທີ່ວ່າເຂົາເຈົ້າຊິເອົາໄປເປັນເມຍ ເຂົາເຈົ້າເອົາໄປຂາຍຫລືວ່າ ເອົາໄປຂາຍຕໍ່ ຫລືວ່າ ເອົາໄປຢູ່ໃນຮ້ານທີ່ເຂົາເຈົ້າໃຊ້ບໍລິການຂາຍປະເວນີ ສ່ວນຫລາຍຈາກຈີນ ທີ່ເຂົາເຈົ້າສົ່ງມາ ພວກອັນທີ່ຄ້າມະນຸດນີ້ນ່າ. "

ແລະເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງລາວ ນາງນຶ່ງກໍເວົ້າວ່າ ສາເຫດທີ່ເຮັດໃຫ້ເກີດບັນຫາທີ່ວ່ານັ້ນ ຕົ້ນຕໍກໍແມ່ນຍ້ອນຄອບຄົວທຸກຍາກ, ຄົນຈີນມາຕົວະເອົາໄປແບບຄ້າຂາຍ ຕົວະວ່າເອົາໄປເປັນເມຍ, ບາງເທື່ອກໍໄປກັບໝູ່ ແລ້ວກໍຖືກຕົວະ.

" ຖືກຕົວະໄປແບບ ຄ້າຂາຍຫັ້ນຫລະ ບາງທີກໍໄປກັບໝູ່ ບາງທີກໍທາງດ້ານຄອບຄົວ ເສດຖະກິດເຂົາເຈົ້າບໍ່ດີເດ້ ບາງທີຢຸ່ເຂດນອກ ເຂົາເຈົ້າກໍຈໍາເປັນ ບາງເທື່ອຖືກຕົວະ ປະມານແບບນີ້ ໃນນາມແບບວ່າ ຄູ່ສົມລົດອິຫຍັງຫັ້ນນ່າມັນກໍມີ. "

ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ ຄະນະກໍາມະການ ຕ້ານການຄ້າມະນຸດ ປະຈໍາແຂວງພາກໃຕ້ ກໍເຄີຍເວົ້າເມື່ອບໍ່ດົນມານີ້ວ່າ ເດັກນ້ອຍແມ່ຍິງ ທີ່ຖືກຄົນຈີນ ຕົວະແຕ່ງດອງນໍາຢູ່ລາວ ມີທັງເດັກນ້ອຍ ອາຍຸປະມານ 14 ປີ 1 ຄົນ ຈາກແຂວງສະຫວັນນະເຂດ ຊຶ່ງໄດ້ເຂົ້າມາພັກຢູ່ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ເມື່ອປີທີ່ຜ່ານມາ ພາຍຫຼັງທີ່ນາງຮູ້ວ່າ ຕົນຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ຍ້ອນໄດ້ຖືກສັກຢາ ບໍ່ໃຫ້ຮູ້ສຶກໂຕ ແລ້ວຖືກຜູ້ຊາຍຫຼາຍຄົນຂົ່ມຂືນ ດັ່ງທີ່ນາງເວົ້າວ່າ:

" ເພິ່ນມາຂໍ ໂດຍມາປົງຄ່າສິນສອດ ຄ່າດອງຄ່າຫຍັງຫັ້ນແຫລະໃຫ້ກັບແມ່ລາວ ໂດຍທີ່ວ່າອໍານາດການປົກຄອງເຮົາ ບໍ່ໄດ້ເຂົ້າຮ່ວມນໍາເນາະ ພາຍຫລັງທີ່ວ່າປົງແລ້ວ ກໍແມ່ນເອົາໄປນອນຢູ່ບ້ານພັກ ຜູ້ທີ່ມານອນນໍາລາວຢູ່ບ້ານພັກ ບໍ່ແມ່ນຜູ້ທີ່ແຕງດອງກັບລາວ ຄືວ່າຢູ່ໃນບ້ານພັກ 2 ຄືນຕຶ້ນເຊົ້າມາ ແລ້ວເຂົາກໍເອົາເມືອນະຄອນຫລວງ ແລ້ວກໍປ່ຽນກັນນອນ ໂດຍທີ່ວ່າເຂົາເຈົ້າສັກຢາອີ່ຫຍັງໃຫ້ ລາວບໍ່ຮູ້ສຶກໂຕຫັ້ນແຫລະ ຫລັງຈາກມາຊ່ວຍແລ້ວ ເພິ່ນກໍກວດເອົາຫຍັງແລ້ວ ເອົາຢາໃຫ້ລາວກິນເພາະ ວ່າ ອັນຊ່ອງຄອດເນາະ ຫລືວ່າມົດລູກລາວມັນເໜົ່າ. "

ແລະເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ໃນຈໍານວນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງ ແລະການຂົ່ມຂືນ ທັງໝົດ 110 ຄົນນັ້ນ ສ່ວນນຶ່ງແມ່ນແມ່ຍິງ ແລະເດັກນ້ອຍແມ່ຍິງ ທີ່ຖືກໃຊ້ແຮງງານຢູ່ລາວ ແລະຖືກຕົວະໄປອອກແຮງງານ ຢູ່ປະເທດໄທ ແລ້ວຖືກບັງຄັບໃຫ້ຂາຍບໍລິການທາງເພດນໍາດ້ວຍ.

ນາງເວົ້າຕໍ່ໄປວ່າ ພາຍຫຼັງທີ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຊ່ອຍພວກເຂົາເຈົ້າໄດ້ແລ້ວ ກໍໄດ້ມີການຟື້ນຟູຮ່າງກາຍ ແລະຈິດໃຈ ແລະທັງຝຶກອົບຮົມວິຊາຊີບໃຫ້…

" ຖ້າ ພາຍຫລັງແລ້ວ ເຂົາເຈົ້າສິມີຝຶກອົບຮົມອິຫຍັງໃຫ້ຫັ້ນແຫລະ ແຕ່ຕ້ອງໄດ້ປະເມີນຜູ້ກ່ຽວກ່ອນ ແຕ່ຫລັງຈາກຜູ້ຖືກເຄາະຮ້າຍມາແລ້ວ ຈະມີການຝຶກອົບຮົມໃຫ້ ຝຶກອົບຮົມວິຊາຊີບໃຫ້ ພາຍຫລັງທີ່ປະເມີນສະພາບ ອັນຮ່າງກາຍກັບຈິດໃຈຫັ້ນນ່າ. "

ເພື່ອໂຄສະນາ ຊ່ອຍໃຫ້ມີການແກ້ໄຂບັນຫາດັ່ງກ່າວ ອົງການຈັດຕັ້ງສາກົນ ແລະທາງການລາວ ກໍໄດ້ຈັດການຝຶກອົບຮົມ ຍົກລະດັບຄວາມຮູ້ ໃຫ້ສື່ມວນຊົນ ໃນທົ່ວປະເທດ ພາຍໃຕ້ຫົວຂໍ້ “ການເປັນກະບອກສຽງ ແລະການລາຍງານຂ່າວ ທີ່ມີຄວາມຮັບຜິດຊອບ ກ່ຽວກັບຄວາມຮຸນແຮງ ຕໍ່ແມ່ຍິງ-ເດັກ” ນ້ອຍ ເພື່ອຫຼຸດ ຜ່ອນການຄ້າມະນຸດ ການກົດຂີ່ຂູດຮີດທາງເພດ ເພື່ອເປັນການເຕືອນສະຕິສັງ ຄົມ ແລະປ້ອງກັນບັນຫາທີ່ວ່ານັ້ນ.