ພົບຜົວເມັຍ ເສັຍຊີວິດ ຜິດທັມມະຊາຕ

0:00 / 0:00

ໃນວັນທີ 02 ກໍຣະກະດາ 2023 ຜ່ານມາເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ພົບສົບຄູ່ຜົວເມັຍ ແຂວນຄໍເສັຍຊີວິດ ຢູ່ເຂດປ່າເລົ່າ ບ້ານຫ້ວຍນໍ້າແດງ ທັງສອງຜົວເມັຍ ເປັນກັມມະກອນຮັບເໝົາປາດຢາງພາຣາ ຢູ່ສວນຢາງພາຣາ ຂອງ ທ້າວ ຈັນ ຢູ່ບ້ານ ສີລິເຮືອງ ໂດຍທັງສອງຜົວເມັຍມີລູກ 6 ຄົນ ໃນນັ້ນເປັນຍິງ 3 ຄົນ ເຊິ່ງເອົາລູກມາປາດຢາງນໍາດ້ວຍ.

ພາຍຫຼັງການສອບສວນ ເຈົ້າຂອງສວນຢາງພາຣາ ແລະ ຍາດພີ່ນ້ອງ ທາງເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສຖກິຈ ກອງບັນຊາການ ປກສ ເມືອງສິງ ຍັງບໍ່ຮູ້ສາເຫດ ຂອງການເສັຍຊີວິດ.

ດັ່ງເຈົ້າໜ້າທີ່ ປກສ ເມືອງສິງກ່າວຕໍວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ກໍຣະກະດາ ນີ້ວ່າ:

“ເຂົາມາແຈ້ງຄວາມ ພວກເຮົາກໍເອົາຕາມແຈ້ງຄວາມແຫຼະເນາະ. ເຂົາກໍວ່າ ບໍ່ທຸກຍາກຫຍັງ ຄອບຄົວກໍທັມມະດາແຫຼະເນາະ ແລ້ວກໍທຳມາຫາກິນ ກໍປາດຢາງ. ເຈົ້າຂອງສວນຢາງ ກໍຜ່ານມາ ກໍບໍ່ມີບັນຫາຫຍັງເຂົາກໍຍັງເບີກບານມ່ວນຊື່ນຢູ່. ແນວຄິດອິສັງ ຂອງເຂົາ ເຮົາກໍບໍ່ຮູ້ເນາະ.”

ປັດຈຸບັນ ລູກສາວ ແລະ ລູກຊາຍ 5 ຄົນ ຂອງຜູ້ເສັຍຊີວິດ ກໍມີຍາດພີ່ນ້ອງ ຈາກແຂວງຫົວພັນ ມາຮັບໄປເບິ່ງແຍງແລ້ວ ສ່ວນລູກສາວຄົນຫຼ້າ ອາຍຸ 4 ເດືອນ ທາງຜູ້ເສັຍຊີວິດ ໄດ້ສັ່ງເສັຍ ຜ່ານວີດີໂອ ກ່ອນຕາຍວ່າ ໃຫ້ເອົາລູກສາວຄົນຫຼ້າ ໃຫ້ເຈົ້າຂອງສວນຢາງພາຣາ ເປັນຜູ້ເບິ່ງແຍງ.

ດັ່ງເຈົ້າໜ້າທີ່ ປກສ ເມືອງສິງໄດ້ກ່າວຕື່ມວ່າ:

“ພີ່ນ້ອງມາແຕ່ຊຳເໜືອ ຮັບກັບຄືນໄປໝົດ 6 ຄົນ, ແຕ່ຜູ້ຕາຍສັ່ງໄວ້ ຜູ້ນ້ອຍສຸດ 4 ເດືອນ ເອົາໃຫ້ເຈົ້າຂອງສວນຫັ້ນ.”

ທັງສອງຜົວເມັຍ ທີ່ເສັຍຊີວິດ ແມ່ນມີພູມລຳເນົາ ຢູ່ບ້ານລອງຕ້ອງ ເມືອງສົບເບົາ ແຂວງຫົວພັນ ເປັນຄົນຊົນເຜົ່າອາຄາ ແລ້ວມາຮັບປາດຢາງພາຣາ ຢູ່ບ້ານສີລິເຮືອງ ແລ້ວກໍພັກເຊົາພ້ອມກັບລູກທັງໝົດ ຢູ່ເຮືອນເຈົ້າຂອງສວນຢາງພາຣານັ້ນເລີຍ. ພາຍຫຼັງເຈົ້າຂອງສວນຢາງພາຣາ ບໍ່ສາມາດຊອກຫາຄົນໃນທ້ອງຖິ່ນ ມາປາດຢາງພາຣາໄດ້ ຈຶ່ງເອົາຄົນຕ່າງແຂວງ ມາເປັນກັມມະກອນແທນ ໂດຍບໍ່ໄດ້ຜ່ານການຢັ້ງຢືນປະກອບໃບເຮັດວຽກ ນຳອຳນາດການປົກຄອງບ້ານ ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກ່າວໃນມື້ດຽວກັນນີ້ວ່າ:

“ຢູ່ນີ້ມາເຂດຢູ່ບ້ານປ່າເລົ່ານີ້ແລ້ວ ກໍເຂົາຈຸສວນຢາງນີ້ ແລ້ວກໍຄົນລາວ ຢູ່ໄທລື້ ແລ້ວກໍເຂົາບໍ່ມີຄົນຈ້າງ ແລ້ວກໍເຈົາໄປຊອກຢູ່ ຄົນລາວສູງ ແລ້ວເຂົາກໍມາຢູ່ບ້ານເຊົ່ານີ້ ເຂົາກໍເສັຍເວລາ ເຂົາມາຈ້າງກໍບໍ່ໄດ້ຜ່ານນາຍບ້ານ. ນາຍບ້ານ ກໍບໍ່ໄດ້ຢັ້ງຢືນເຂົາ.”

ລູກ 5 ຄົນ, ອາຍຸ ປະມານ 7-15 ປີ ຂອງຄູ່ຜົວເມັຍ ທີ່ເສັຍຊີວິດ ບໍ່ໄດ້ຮຽນໜັງສືຈັກຄົນ ແຕ່ຊ່ອຍພໍ່ແມ່ຮັບເໝົາປາດຢາງພາຣາ ສ່ວນຂໍ້ມູນນອກເໜືອຈາກນັ້ນບໍ່ມີໃຜຮູ້.

ດັ່ງນາຍຄຣູ ຢູ່ໂຮງຮຽນປະຖົມ ບ້ານ ສີລິເຮືອງ ກ່າວໃນມື້ດຽວກັນວ່າ:

“ບໍ່ໄດ້ເຂົ້າຮຽນ. ແລ້ວເຮົາກໍບໍ່ໄດ້ກ່ຽວນຳເຂົາເລີຍ. ແລ້ວກໍບໍ່ໄດ້ລົມກັບນາຍບ້ານ ເຂົາດີໆນ່າ. ເຂົາເປັນຈັ່ງໃດ ມາຈັ່ງໃດ ບໍ່ຮູ້ເລີຍ. ຈັກຄົນຢູ່ໃສ. ມາທາງໃດ ມາບໍ່ຮູ້ນ່າ ມີແຕ່ວ່າ ເຂົາມາຈ້າງປາດຢາງ ຢູ່ເຂດບ້ານອັນນ່າຫ້ວຍນໍ້າແດງ.”

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ແລະ ຊາວບ້ານທັງໝົດ ກ່າວຕຣົງກັນວ່າ ບໍ່ຮູ້ສາເຫດທີ່ຊັດເຈັນ ການເສັຍຊີວິດ ຂອງຄູ່ຜົວເມັຍ.

ດັ່ງຊາວບ້ານ ຢູ່ບ້ານຫ້ວຍນໍ້າແດງ ກ່າວໃນມື້ດຽວກັນນີ້ວ່າ:

“ບໍ່ຮູ້ນ່າ. ບໍ່ແມ່ນຂຶ້ນກັບບ້ານເຮົາ. ເຂົາມາຮັບຈ້າງປາດຢາງ ຢູ່ອັນນ່າ ບ້ານຫ້ວຍນໍ້າແດງ ພຸ້ນເດ. ຈັກນ່ານີ້ກໍຍັງບໍ່ຮູ້ເທື່ອນ່າ ມີແຕ່ນາຍບ້ານ ເຂົາສົ່ງມາໃຫ້ວ່າ ມີຄົນມາແຂວນຄໍຕາຍ ຢູ່ໝໍ່ສວນຢາງ. ເຮົາ, ເຮົາກໍບໍ່ໄດ້ເບິ່ງ.”

ສຳລັບຜູ້ເສັຍຊີວິດ ຊື່ ທ້າວ ວັງປາວຊົງ ອາຍຸ 33 ປີ, ເສັຍຊີວິດ ໃນເວລາປະມານ 17 ໂມງ ຂອງວັນທີ 01 ກໍຣະກະດາ 2023 ແລະ ນາງ ເຈັຍ ອາຍຸ 34 ປີ, ອາດເສັຍຊີວິດ ແຕ່ວັນທີ 25 ມິຖຸນາ ອີງຕາມການຣາຍງານຂ່າວ ຂອງເວັບໄຊຕ໌ ວຽງຈັນທາມສ໌ (ພາສາລາວ).