ບ້ານລາວໃນປະເທດໄທ ຕອນ 13
ໃນບົດ ກ່ອນນີ້ ເຮົາໄດ້ ຮູ້ເຖິງ ບ້ານເມືອງ ທີ່ສຍາມ ຈັດໃຫ້ ຄົນລາວ ໃນສະໄໝ ກຣຸງທົບບູຣີ ໄປຢູ່ນັ້ນ ຄື ຄົນລາວ ທົ່ວໄປ ໄປຢູ່ ທີ່ ແຂວງ ສະຣະບູຣີ ສ່ວນ ພຣະໂອຣົດ ຂອງເຈົ້າ ສິຣິບຸນຍະສານ ຄື ເຈົ້າ ນັນທະເສນ, ເຈົ້າ ອິນທະວົງສ໌ ແລະ ເຈົ້າ ອະນຸວົງສ໌ ຢູ່ ບາງຍີ່ຂັນ ໃນບາງກອກ ໃນປະຈຸບັນ ຄົນລາວ ບາງສ່ວນ ກໍຢູ່ເມືອງ ຣາຊບູຣີ ແລະ ຫົວເມືອງ ຕາເວັນຕົກ ແດ່ ແລະ ຫົວເມືອງ ຕາເວັນອອກ ກໍມີເມືອງ ຈັນທະບູຣີ ສໍາລັບ ພວກຄົນ ໄທດໍາ ຢູ່ເມືອງ ເພັຊບູຣີ ບ່ອນດຽວ.