ບ້ານລາວໃນປະເທດໄທ ຕອນ 27
ໃນຕອນ ທີ່ຜ່ານມາ ເຮົາໄດ້ ສເນີ ເລື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງ ອະຍຸທຍາ ມາເຖິງ ຕອນທີ່ວ່າ ມີໝູ່ບ້ານ ອີກໝູ່ບ້ານ ນຶ່ງຊື່ວ່າ “ບ້ານ ອະຣັນຢິກ” ຢູ່ກາຍຈາກ ບ້ານໄຜ່ໜອງ ໄປທາງ ທິດເໜືອ 3 ຫຼັກ ກິໂລແມັດ ບ້ານດັ່ງກ່າວ ຂຶ້ນກັບ ຕາແສງ ທ່າເຮືອ ຊຶ່ງເປັນ ຄົນລະ ຕາແສງ ກັບ ບ້ານໄຜ່ໜອງ ແລະ ບ້ານຕົ້ນໂພ ທີ່ຂຶ້ນກັບ ຕາແສງ ທ່າຊ້າງ.