ປວັຕສາຕລາວ ຕອນ 11

ພຣະບາງ ປະດິສຖານຢູ່ ເມືອງວຽງຄໍາ ເມື່ອປະຊາຂົນ ຊາວເມືອງວຽງຄໍາ ໄດ້ຖວາຍກາຣ ຕ້ອນຮັບ ພຣະບາງ ພ້ອມດ້ວຍ ພຣະສົມມະນະທູຕ ແລະ ປະຊາຊົນ ຊາວຂເມຣ ທີ່ພຣະເຈົ້າ ແຜ່ນດິນຂເມຣ ສົ່ງຂື້ນມາ ພ້ອມກັບ ພຣະມະຫາປາສມັນ ເຂົ້າໄປຄົບງັນກັນ ຢູ່ໃນເມືອງວຽງຄໍາ ເປັນເວລາ 3 ມື້ 3 ຄືນ ຕາມກໍານົດ ຣາຍກາຣນັ້ນ ແລ້ວ ກໍຈະດຳເນີນ ຕໍ່ໄປຍັງ ເມືອງຊຽງທອງ.