ປວັຕສາຕລາວ ຕອນ 12

ຣາຊກາລ ຂອງ ພຣະເຈົ້າ ສາມແສນໄທ ໄຕຣພູວະນາຖ: ເມື່ອສົມເດັຈ ພຣະເຈົ້າຟ້າງຸ່ມ ສະເດັຈ ໄປປະທັບ ຢູ່ນະຄອນນ່ານ ແລະ ສະເດັຈສຸຣະຄົຕ ແລ້ວ ເສນາອາມາຕຍ໌ ຣາຊມົນຕຣີ ກໍໄດ້ພ້ອມພຽງກັນ ອະພິເສກ ທ້າວອຸ່ນເມືອງ ຣາຊໂອຣົສ ອົງຄ໌ທີ່ 1 ທີ່ປະສູຕຈາກ ພຣະອັຄຄະມະເຫສີ ແກ້ວກັນຍາ ຂຶ້ນສເວີຍຣາຊສົມບັຕ ໃນນະຄອນ ຊຽງທອງ ແທນພຣະຣາຊບິດາ.