ປວັຕສາຕລາວ ຕອນ 17

ຣາຊກາລ ພຣະຍາ ຫລ້າ ແສນໄຕຣ ພູວະນາຖ: ໃນຣາຊສມັຍ ຂອງ ພຣະເຈົ້າຫລ້າ ແສນໄຕຣ ຕອນທີ່ ພຣະອົງຄ໌ ກໍານົດ ເອົາ ນາສອງຮັກ ໃນເຂຕ ເມືອງດ່ານຊ້າຍ ເປັນເຂຕ ເຈຣະຈາ ຄວາມເມືອງ ກັບ ໄທສຍາມ. ພຣະຍາ ຫລ້າ ແສນໄຕຣ ສເວີຍຣາຊ ໄດ້ 10 ປີ ພຣະອົງຄ໌ ສະເດັຈສຸຣະຄົຕ ໃນ ປີ ຄຣິສຕສັກຣາຊ 1495.