ວັນນະໂຣຄຍັງເປັນພັຍ ຄຸກຄາມ ຢູ່ລາວ

ໄຊຍາ
2021.03.24
ວັນນະໂຣຄຍັງເປັນພັຍ ຄຸກຄາມ ຢູ່ລາວ ພິທີສເລີມສລອງວັນ ວັນນະໂຣຄສາກົນ 24 ມິນາ 2021 ຢູ່ ສປປ ລາວ
ພາບປະກອບ: ລາວ ມີເດັຽ

ໃນປະເທດລາວ ຍັງພົບວ່າພຍາດວັນນະໂຣຄ ຍັງເປັນພັຍຂົ່ມຂູ່ຕໍ່ປະຊາຊົນ ຈາກຜົລການຣາຍງານເມື່ອປີ 2019 ຂອງຂແນງການ ສາທາຣະນະສຸຂ ລາວພົບວ່າມີຜູ້ເສັຽຊີວິດເຖີງ 2.000 ຄົນ. ໃນນີ້ສ່ວນຫຼາຍບໍ່ໄດ້ເຂົ້າສູ່ການປິ່ນປົວ ແລະທີ່ສຳຄັນຜູ້ຕິດເຊື້ອຕ້ອງໄດ້ ຮັບພາລະ ຄ່າໃຊ້ຈ່າຍດ້ວຍຕົນເອງ. ດັ່ງທ່ານໝໍຜແນກ ຜ່າຕັດສະໝອງສັນຫຼັງ ຢູ່ໂຮງໝໍ ມິຕພາບ ແລະໄດ້ເຄີຍຜ່າຕັດພຍາດ ວັນນະໂຣກ ກະດູກສັນຫຼັງ ຮ່ວມກັບທ່ານໝໍ ຈາກ ສະຫະຣັຖ ອາເມຣິກາ ກ່າວຕໍ່ເອເຊັຽເສຣີ ເມື່ອວັນ ທີ 24 ມິນາ ວ່າ: ຄົນເຈັບ ບໍ່ມີເງິນ ຄ່າປີ່ນປົວ ກໍເປັນເງື່ອນໄຂນຶ່ງ ທີ່ບໍ່ໄດ້ເຂົ້າມາປີ່ນປົວ.

"ເພາະວ່າມັນຄິດຍາກເນາະ ວ່າເຮົາຊິປົວໄດ້ບໍ່, ບາງຄົນກໍບໍ່ມາບາງຄົນ ກໍເປັນໜັກຫຼາຍແລ້ວ ໃນກໍຣະນີທີ່ເຮົາເວົ້າ ໄດ້ຮັບການ ປີ່ນປົວຜູ້ທີ່ບໍ່ມາດ້ວຍເງື່ອນໄຂບໍ່ມີເງິນ ກໍເປັນກໍຣະນີ ນຶ່ງ."

ທ່ານໝໍໂຮງໝໍມິຕພາບ ໄດ້ກ່າວວ່າມີນະໂຍບາຍ ປີ່ນປົວວັນນະໂຣກປອດ ແລະ ຄ່າກວດ ຫາເຊື້ອພຍາດບໍ່ເສັຽຄ່າໃຊ້ຈ່າຍ ແຕ່ຄ່າ ປີ່ນປົວຕ້ອງໄດ້ຈ່າຍເອງ.

"ມີແຕ່ຢາ ທີ່ວ່າບໍ່ໄດ້ເສັຽຄ່າເນາະ ສຳລັບເຄື່ອງກວດອື່ນໆ ຕ້ອງໄດ້ຈ່າຍຫຼືວ່າ ກວດເລືອດຕ່າງໆ ແມ່ນໄດ້ຈ່າຍ ມີແຕ່ກວດຂີ້ກະເທີ່ ຍີນເອັສເປີຣຕ ບໍ່ໄດ້ເສັຽຄ່າ ກວດຟຣີຖ້າຫາກ POSITIVE ແລ້ວເຮົາເອົາຢາວັນນະໂຣກໃຫ້ ກໍບໍ່ເສັຽຄ່າມັນແມ່ນຢາ ຂອງອົງການ ສູນວັນນະໂຣກ ທີ່ເຮົາໄດ້ສນອງໃຫ້."

ພຍາດວັນນະໂຣກ ທີ່ກວດພົບເຫັນສ່ວນຫຼາຍແມ່ນ ວັນນະໂຣກປອດ ໂດຍຜູ້ທີ່ຢູ່ໃກ້ຊິດກັບ ຜູ້ທີ່ເປັນໄລຍະຮ້າຍແຮງ ຕ້ອງໄດ້ໃສ່ ໜ້າກາກອານາມັຍ N95 ແລະ ຕ້ອງອະນາມັຍບ່ອນ ນອນໃຫ້ສະອາດ.

ຊາວນະຄອນຫຼວງວຽງຈັນ ປັຈຈຸບັນຢູ່ເມືອງຫາດຊາຍຟອງ ເວົ້າເຖິງການປີ່ນປົວວ່າ ໄດ້ນໍາຫຼານສາວອາຍຸ 5-6 ເດືອນ ທີ່ເປັນພຍາດ ວັນນະໂຣກ ແລະ ໄດ້ປີ່ນປົວເຊົາພາຍໃນ 2 ເດືອນ ໂດຍຕ້ອງໄດ້ເສັຽຄ່າໃຊ້ຈ່າຍ ໃນການປີ່ນປົວ ເຖິງ 6 ລ້ານກີບ.

"ບໍ່ມີເງິນກໍຢືມເປັນໜີ້ ເຂົາບໍ່ແມ່ນນ້ອຍໆ ຫາເງິນໃຊ້ໜີ້ເຂົາເຈົ້າຕິດໜີ້ ເຂົາເຈົ້າຢູ່ 4 ລ້ານປາຍ ຕາມໝໍຢືນຢັນ ໃບບິນມີແຕ່ພໍ່ຕູ້ແມ່ຕູ້ ເປັນຜູ້ປົກຄອງເດັກແຕ່ວ່າຫາ ຢືມເງິນນີ້ແຫຼະ ນໍາບ້ານນີ້ແຫຼະ."

ຊາວເມືອງຫາດຊາຍຟອງ ໄດ້ກ່າວຢໍ້າ ວ່າຕົນເປັນພໍຕູ້ເຊິ່ງໃນນາມ ເປັນຜູ້ປົກຄອງເດັກ ກໍໄດ້ໄປຢືມເງິນກັບຊາວບ້ານ ມາປີ່ນປົວ ຈົນມາເຖິງດຽວນີ້ ຍັງໃຊ້ໜີ້ບໍ່ໝົດ.

ແຂວງໄຊຍະບູລີ ສຳລັບການປີ່ນປົວ ວັນນະໂຣກປອດ ຈະບໍ່ໄດ້ເສັຽຄ່າໃຊ້ຈ່າຍ ເນື່ອງຈາກ ຣັຖບານ ມີນະໂຍບາຍ 30 ພັນກີບ ຄຸມທຸກພຍາດ. ດັ່ງທ່ານໝໍແຂວງໄຊຍະບູລີ ໄດ້ກ່າວ ວ່າ:

"ບໍ່ເສັຽຄ່າບໍ່ເສັຽຫຍັງຈັກກີບ ໄປກວດຂີ້ກະເທີ່ ຄືກັນປີ່ນປົວຈົນດີ ກໍຕົກຢູ່ 56 ລ້ານ ພຸ້ມເດ້ຜູ້ນຶ່ງ 30 ພັນກີບ ທຸກພຍາດຄ່າຕຽງ ນ້ອຍກໍບໍ່ໄດ້ເສັຽ."

ອີງຄາມການຣາຍງານຂອງທ່ານໝໍ ແຂວງໄຊຍະບູລີ ໃນປີ 2020 ມີຄົນເຈັບມາປີ່ນປົວພຍາດວັນນະໂຣກ 60 ຄົນ ເສັຽຊີວີິດ 02 ຄົນ, ເຣີ້ມຕົ້ນປີ 2021 ມາປີ່ນປົວ 15 ຄົນ ເສັຽຊີວິດ 03 ຄົນ. ອາຍຸສະເລັ່ງຜູ້ເຂົ້າມາປີ່ນປົວ ປະມານ 15-60 ປີ. ໂດຍສ່ວນຫຼາຍ ເປັນວັນນະໂຣຄປອດ.

ໃນໂອກາດສລອງວັນວັນນະໂຣຄສາກົລ ວັນທີ 24 ມິນາ ຄົບຮອບ 139 ປີ ພາບໃຕ້ຄຳຂວັນ ຮີບຮ້ອນປະຕິບັດຕາມຄຳສັນຍາ ເພື່ອລົບລ້າງວັນນະໂຣກ ຮອງ ສຈ ດຣ ພູທອນ ເມືອງປາກ ຮອງຣັຖມົນຕຼີ ກະຊວງສາທາຣະນະສຸກ ໄດ້ກ່າວບາງຕອນວ່າ: ສຳລັບ ສປປລາວ ພຍາດວັນນະໂຣກ ຍັງຄົງເປັນບັນຫາທາງດ້ານ ສາທາຣະນະສຸກ ທີ່ຕ້ອງໄດ້ຮັບການ ແກ້ໄຂ.

ອີງຕາມໂຕເລກຄາດຄະເນ ໃນແຕ່ລະປີມີປະມານ 11,000 ກໍຣະນີໃໝ່ແລະ 2.000 ກໍຣະນີ ເສັຽຊີວິດ. ອີງຕາມການຣາຍງານ ໃນປີ 2019 ສີ່ງທີ່ໜ້າເປັນຫ່ວງ ມີພຽງ 61% ຂອງ ການຄາດຄະເນ ໄດ້ຖືກຊອກຄົ້ນ ແລະ ຮັບການປີ່ນປົວວັນນະໂຣກ. ໃນປີ 2019 ຄົນເຈັບ ວັນນະໂຣກ ແລະ ຄອບຄົວຍັງໄດ້ປະເຊີນກັບ ຄ່າໃຊ້ຈ່າຍພຍາດ ດັ່ງກ່າວເຖິງ 63%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.