ທັນວາ ຄົບ 49 ປີ, ນັກໂທດປະພຶດດີ ຈະຖືກຜ່ອນໂທດ
2024.09.23

ອົງການໄອຍະການ ປະຊາຊົນສູງສຸດ ຂອງລາວ ໄດ້ຈັດກອງປະຊຸມ ຄະນະກຳມະການ ອະໄພຍະໂທດ ລະດັບຊາດ ໃນວັນທີ 18 ກັນຍາ 2024 ທີ່ຜ່ານມາ ເພື່ອຄົ້ນຄວ້າ ພິຈາລະນາ ການສະເໜີ ຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈຳປີ 2024 ດ້ວຍການຫຼຸດຜ່ອນໂທດ, ການປ່ອຍຕົວ ແລະ ອະໄພຍະໂທດ ໃຫ້ແກ່ນັກໂທດ ປະຫານຊີວິດ ເນື່ອງໃນໂອກາດ ວັນສະຖາປະນາ ສປປລາວ 2 ທັນວາ 2024 ທີ່ຈະມາເຖິງນີ້. ສ່ວນໃຫຍ່ ທາງການລາວ ຈະອະໄພຍະໂທດ ໃຫ້ນັກໂທດທຸກຄະດີ ທີ່ມີຄວາມປະພຶດດີ ຕາມເງື່ອນໄຂ. ສ່ວນນັກໂທດ ຄະດີການເມືອງ ຕາມຫຼັກກົດໝາຍ ໃນລາວ ຈະບໍ່ໄດ້ຮັບສິດ ອະໄພຍະໂທດ ຄືເກົ່າ. ດັ່ງຜູ້ທີ່ຮູ້ຈັກ ເລື້ອງດັ່ງກ່າວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ກັນຍາ ນີ້ວ່າ:
“ອີງຕາມລັດຖະທຳມະນູນ ເພິ່ນໄດ້ລະບຸ ແຕ່ເພິ່ນກໍຈະສັງລວມເບິ່ງວ່າ ມີໂທດໃດແດ່ ແລະ ຜູ້ໃດ ທີ່ມີເງື່ອນໄຂ ປະເພດດີ ເພິ່ນກໍໄດ້ຄົ້ນຄວ້າໝົດ. ທຸກໆຄະດີຫັ້ນແຫຼະ ນັບແຕ່ຄະດີລັກຊັບ, ຄະດີປຸ້ນຊັບ, ຄະດີຢາເສບຕິດ ກໍມີ. ຍົກເວັ້ນແຕ່ ນັກໂທດການເມືອງນີ້ ເພິ່ນຈະບໍ່ໄດ້ເອົາມາຄົ້ນຄວ້າ ຢູ່ໃນຂອດນີ້.”
ສຳລັບໂຕເລກນັກໂທດ ທີ່ທາງການ ຈະອະໄພຍະໂທດ ໃນປີ 2024 ນີ້, ຍັງບໍ່ເປີດເຜີຍວ່າ ມີຈຳນວນເທົ່າໃດ ແລະ ຕ້ອງລໍຖ້າ ໃກ້ຈະຮອດວັນທີ 2 ທັນວາ ຈຶ່ງຈະປະກາດ ອີກເທື່ອໜຶ່ງ. ສ່ວນໂຕເລກນັກໂທດ ຄະດີການເມືອງ ໃນລາວ ທາງການລາວ ກໍບໍ່ເຄີຍເປີດເຜີຍ ວ່າມີຈຳນວນເທົ່າໃດ.
ຂະນະທີ່ ມາດາມ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງ ຢູ່ປະເທດເຢຍລະມັນ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງນັກໂທດ ຄະດີການເມືອງ ໃນລາວ ວ່າ ສ່ວນໃຫຍ່ ນັກໂທດຄະດີການເມືອງ ໃນລາວ ຈະເປັນປະຊາຊົນ ທີ່ເວົ້າເຖິງ ການກະທຳຜິດ ຂອງພາກລັດ ຜ່ານສື່ສັງຄົມອອນລາຍນ໌ ຫຼືປະຊາຊົນ ທີ່ຮຽກຮ້ອງຄວາມເປັນທຳ ທີ່ຖືກເອົາລັດ-ເອົາປຽບ ຈາກວົງການພາກລັດ ເປັນຕົ້ນ ບັນຫາຖືກຍຶດດິນ, ແຕ່ປະຊາຊົນເຫຼົ່ານີ້ ກໍຈະຖືກຈັບ ໃນຂໍ້ຫາ ຕໍ່ຕ້ານ ສປປ ລາວ ທັນທີ.
“ນັກໂທດການເມືອງ ສ່ວນຫຼາຍນີ້ ຈະແມ່ນປະຊາຊົນ ຄົນທີ່ມາອອກຂ່າວ ຮ້ອງທຸກເບາະ ຮຽກຮ້ອງເອົາຄວາມເປັນທຳ ຖືກຍຶດທີ່ດິນເບາະ ຫຼືວ່າ ຖືກເອົາລັດ-ເອົາປຽບ ຢູ່ໃນວົງການພາກລັດ. ການອອກຂ່າວອັນໃດ ທີ່ພາກລັດ ເພິ່ນກະທຳຜິດ ແບບຊີ້ນ່າ, ກະຈັບກຸມໄປ ແລ້ວກະໂຍນຄວາມຜິດໃສ່ ຖິ້ມໂທດໃສ່ວ່າ ຕ້ານ ສປປລາວ.”
ດຣ. ກ່າວຕື່ມວ່າ ທີ່ຜ່ານມາ ທາງການລາວ ບໍ່ເຄີຍເປີດເຜີຍໂຕເລກ ນັກໂທດຄະດີການເມືອງເທື່ອ ແລະ ບໍ່ເຄີຍຈະກ່າວເຖິງ, ເຊິ່ງຖືເປັນເລື້ອງຍາກ ທີ່ຈະໄດ້ລາຍລະອຽດ ເພາະທາງການລາວ ກໍບໍ່ອະນຸຍາດ ໃຫ້ອົງການຈັດຕັ້ງສາກົນ ເຂົ້າໄປກວດກາ, ເຊິ່ງທ່ານຄິດວ່າ ນັກໂທດຄະດີການເມືອງ ໃນລາວນີ້ ຍັງມີຈຳນວນຫຼາຍ ໃນທົ່ວປະເທດລາວ.
ໃນຖານະ ປະທານອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ, ດຣ. ຢາກຮຽກຮ້ອງ ໃຫ້ທາງການລາວ ປ່ອຍໂຕ ນັກໂທດຄະດີການເມືອງ ພ້ອມ, ໂດຍສະເພາະ ຄົນງານລາວ 3 ຄົນ ທີ່ຖືກຈັບ ຫຼັງຈາກທີ່ກັບມາ ຈາກປະເທດໄທ ປະກອບດ້ວຍ, ທ່ານ ສຸການ ໃຈທັດ, ທ່ານ ສົມພອນ ພິມມະສອນ ແລະ ຍານາງ ຫຼອດຄຳ ທຳມະວົງ. ນອກຈາກນີ້, ຍັງມີພວກທີ່ຫາຍສາບສູນ ຫຼືອາດຈະຖືກກັກຂັງ ຢູ່ໃນຄຸກ ເຊັ່ນ ທ້າວ ເພັດພູທອນ ພິລາຈັນ ເປັນໜຶ່ງໃນນັ້ນ ກໍຢາກໃຫ້ປ່ອຍໂຕ ຄືນອິດສະຫຼະພາບ ໃຫ້ເຂົາເຈົ້າ ເນື່ອງຈາກເຂົາເຈົ້າ ບໍ່ໄດ້ມີຄວາມຜິດ ອັນໃດຮ້າຍແຮງ ເຖິງຂັ້ນຈະຕ້ອງ ຖືກໃສ່ຄຸກ ເປັນເວລາ 10-20 ປີ.
“ໃນໂອກາດນີ້, ພວກເຮົາກໍທວງ ໃຫ້ທາງການ ສປປລາວ ປ່ອຍພວກທີ່ເປັນນັກໂທດ ພວກຖືກກັກຂັງ ໃນນາມກ່າວຫາ ທາງການເມືອງ, ຫັ້ນນ່າ. ໂດຍສະເພາະ ຄົນງານລາວ 3 ຄົນ ຄື ທ້າວ ສົມພອນ, ນາງ ຫຼອດຄຳ ແລະ ທ້າວ ສຸການ. ນອກຈາກນັ້ນ, ຍັງພວກທີ່ຖືກຫາຍສາບສູນ. ຂ່າວໜຶ່ງກໍວ່າ ອາດຈະຖືກກັກຂັງຢູ່ ກໍຄື ທ້າວ ເພັດພູທອນ ພິລາຈັນ.”
ຂະນະທີ່ ຊາວລາວ ນາງໜຶ່ງ ກໍກ່າວກ່ຽວກັບ ເລື້ອງດັ່ງກ່າວນີ້ວ່າ ທີ່ຜ່ານມາ ບໍ່ເຄີຍເຫັນທາງການລາວ ອະໄພຍະໂທດ ໃຫ້ນັກໂທດຄະດີການເມືອງເທື່ອ ເພາະທາງການລາວ ຖືວ່າ ເປັນໂທດຮ້າຍແຮງທີ່ສຸດ. ບາງຄົນ ກໍຫາຍສາບສູນ ມິດງຽບ ຫຼືຖືກຂ້າຖິ້ມ ກໍມີ ແລະ ຫວ່າງ 2-3 ເດືອນ ທີ່ຜ່ານມານີ້ ກໍມີຜູ້ຊາຍໄວກາງຄົນ 1 ຄົນ ໄປຢືນຖືປ້າຍ ທີ່ຂຽນວ່າ “ບໍ່ເອົາຜະເດັດການ” ຢູ່ໃກ້ອານຸສາວະຣີ ຫຼືປະຕູໄຊ ກໍໄດ້ຖືກຜູ້ຊາຍໃສ່ຊຸດດຳ ຈັບໂຕໄປທັນທີ ແລະ ຄາດວ່າ ເປັນເຈົ້າໜ້າທີ່ ທາງການລາວ, ໂດຍບໍ່ຮູ້ວ່າ ຈັບໄປໃສ່ຄຸກ ຫຼືບໍ່ ເພາະເລື້ອງດັ່ງກ່າວ ກໍມິດງຽບເລີຍ ແລະ ປະເທດລາວ ກໍບໍ່ໄດ້ອອກຂ່າວ ເລື້ອງດັ່ງກ່າວນີ້ ຢູ່ແລ້ວ, ແຕ່ທ່ານຄິດວ່າ ໜ້າຈະຖືກຂ້າຖິ້ມ.
“ຄະດີການເມືອງ ບໍ່ເຫັນເຂົາເຈົ້າ ອະໄພຍະໂທດໄດ໋. 2-3 ເດືອນຫຼັງຫັ້ນນ່າ ມີຜູ້ໜຶ່ງຫັ້ນ ໄປປະທ້ວງ ຢູ່ປະຕູໄຊ ກະຂຽນໃສ່ວ່າ ບໍ່ມັກລະບອບຜະເດັດການ. ພວກຊຸດດຳຫັ້ນ ມາຫິ້ວປີກໄປຕົ້ວ, ຢ້ານແມ່ນເອົາໄປຂ້າຖິ້ມ. ເຈົ້າຊິມາຕໍ່ຕ້ານ ອຳນາດຈັ່ງຊີ້ ບໍ່ໄດ້ເດ້ເນາະ ເພິ່ນພັກດຽວ ແບບວ່າ ເຈົ້າຈະເວົ້າດູໝິ່ນເພິ່ນບໍ່ໄດ້, ຫັ້ນນ່າ. ມິດເລີຍຫັ້ນ ລາວເຮົາ ມັນຊິບໍ່ອອກຂ່າວ.”
ການອະໄພຍະໂທດ ໃຫ້ນັກໂທດຄະດີທົ່ວໄປນີ້, ສັງຄົມລາວ ກໍພ້ອມໃຫ້ໂອກາດ ຖ້າເຂົາເຈົ້າ ກັບໂຕກັບໃຈ ເປັນຄົນດີ, ແຕ່ສ່ວນຫຼາຍ ກໍກັບມາມີພຶດຕິກຳ ທີ່ບໍ່ດີຄືເກົ່າ, ໂດຍສະເພາະ ພາຍຫຼັງທີ່ອະໄພຍະໂທດ ແລະ ປ່ອຍໂຕອອກມາ ການລັກຊັບ ປຸ້ນຈີ້ ກໍກັບມາຫຼາຍຂຶ້ນຕະຫຼອດ ແລະ ປະຊາຊົນ ກໍຕ້ອງເບິ່ງແຍງໂຕເອງ ຄືເກົ່າ. ດັ່ງປະຊາຊົນລາວ ນາງໜຶ່ງ ກ່າວວ່າ:
“ສ່ວນຫຼາຍ ກໍໃຫ້ໂອກາດຫັ້ນແຫຼະ ອອກມາກະຄືເກົ່າຫັ້ນແຫຼະ. ຖ້າວ່າປ່ອຍນັກໂທດຍາມໃດ ມີຂີ້ລັກຫຼາຍ. ສ່ວນຫຼາຍ ກໍຈະແມ່ນແລ່ນລັກຊັບ, ປຸ້ນຈີ້, ຊີ້ນ່າ ກັບພວກຢາມ້າ. ຫຼາຍ, ຄັນຍາມໃດເພິ່ນປ່ອຍ ລະມັດລະວັງຕົນເອງຫັ້ນແຫຼະໄປ໋, ໄປຮ້ອງຮຽນຜູ້ໃດ ກໍບໍ່ໄດ້ເດ້ ມັນບໍ່ມີໃຜ ຊ່ອຍເຫຼືອໄດ້ເດ້.
ໃນຂະນະດຽວກັນ, ບັນດານາຍຈ້າງ ສ່ວນໃຫຍ່ ກໍບໍ່ຄ່ອຍຮັບ ຄົນທີ່ມີຄະດີຕິດຕົວ ຫຼືຄົນທີ່ຕິດຄຸກມາກ່ອນ ເພື່ອເຂົ້າເຮັດວຽກ ເພາະຢ້ານ ແລະ ກໍບໍ່ໝັ້ນໃຈວ່າ ຈະກັບໂຕເປັນຄົນດີ ຫຼືບໍ່. ດັ່ງຜູ້ປະກອບການ ທ່ານໜຶ່ງ ກ່າວວ່າ:
“ສະໝັກວຽກໄສ ຕ້ອງມີປະຫວັດມາກ່ອນເດ້, ໃຫ້ນາຍບ້ານ ຢັ້ງຢືນໃຫ້ເດ້. ສ່ວນຫຼາຍ ເຂົາເຈົ້າບໍ່ຢາກເອົາດອກ, ບໍ່ຮັບດອກ ເພາະວ່າ ເຂົາເຈົ້າກໍຢ້ານຫັ້ນແຫຼະ ເຄີຍຕິດຄະດີ ແລ້ວເຂົາເຈົ້າ ກໍບໍ່ຢາກເອົາຫັ້ນແຫຼະ.”
ໃນປີ 2023, ເນື່ອງໃນໂອກາດ ວັນສະຖາປະນາ ສປປລາວ 2 ທັນວາ ຄົຍຮອບ 48 ປີ, ປະທານປະເທດລາວ ຕົກລົງໃຫ້ອະໄພຍະໂທດ ແກ່ນັກໂທດທັງໝົດ 1,824 ຄົນ, ຍິງ 238 ຄົນ ແລະ ຄົນຕ່າງປະເທດ 16 ຄົນ. ໃນນີ້, ຫຼຸດຜ່ອນໂທດ 1,602 ຄົນ ຍິງ 200 ຄົນ ແລະ ຄົນຕ່າງປະເທດ 13 ຄົນ. ອະໄພຍະໂທດ ດ້ວຍການປ່ອຍຕົວ 222 ຄົນ, ຍິງ 38 ຄົນ ແລະ ຕ່າງປະເທດ 3 ຄົນ. ໃນຈຳນວນນີ້, ບໍ່ມີນັກໂທດຄະດີການເມືອງ ຄືທຸກປີ ທີ່ຜ່ານມາ ແລະ ສ່ວນໃຫຍ່ ເປັນນັກໂທດ ຄະດີລັກຊັບ, ປຸ້ນຈີ້, ຢາເສບຕິດ ແລະ ອື່ນໆ.